Home ທຸລະກິດ ຈະປັບປຸງຕະຫຼາດຂົວດິນ ໃຫ້ກາຍເປັນຕະຫຼາດແບບຢ່າງທີ່ທັນສະໄໝ ພ້ອມເປີດນຳໃຊ້ໃນຕົ້ນປີ 2024

ຈະປັບປຸງຕະຫຼາດຂົວດິນ ໃຫ້ກາຍເປັນຕະຫຼາດແບບຢ່າງທີ່ທັນສະໄໝ ພ້ອມເປີດນຳໃຊ້ໃນຕົ້ນປີ 2024

0

ບໍລິສັດ ລ້ຽງເຮັງການຄ້າ ບໍລິການຈັດສັນຕະຫຼາດ ຈຳກັດ ມີແຜນປັບປຸງ ຕະຫຼາດຂົວດິນ ໃຫ້ເປັນຕະຫຼາດແບບຢ່າງທີ່ທັນສະ ໄໝ ແຕ່ຍັງຄົງຮັກສາ ຮູບແບບການຄ້າຂາຍຄືເກົ່າ ຍັງຄົງເປັນຕະຫຼາດສົດ ຕະຫຼາດຂາຍສົ່ງ-ຂາຍ ຍ່ອຍ ແລະ ມີສິນຄ້າຫຼາຍຮູບແບບ ຄາດວ່າຈະລົງຈະເລີ່ມລົງມືໃນເດືອນ ພຶດສະພາ 2023 ແລະ ໃຫ້ສາມາດເປີດບໍລິການໃນປີໜ້າ.

ທ່ານ ວິລິດ ແສງດາລາ ຜູ້ອຳນວຍການບໍລິສັດ ລ້ຽງເຮັງການຄ້າ ບໍລິການ ຈັດສັນຕະຫຼາດ ຈຳກັດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບໂຄງການພັດ ທະນາຕະຫຼາດຂົວດິນ ໃນວັນທີ ວັນທີ 6 ເມສາ 2023 ເຊິ່ງທ່ານໄດ້ກ່າວວ່າ: ອີງຕາມການພັດທະນາເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ແນວ ທາງ ທິດຊີ້ນໍາຂອງພັກ-ລັດທີ່ວາງອອກ ຜ່ານການຄົ້ນຄວ້າ ແລະ ສໍາຫຼວດ ເຫັນ ວ່າປັດຈຸບັນຕະຫຼາດຂອງພວກເຮົາມີສະພາບທີ່ເກົ່າ ແລະ ບໍ່ທັນສະໄໝ ເນື່ອງຈາກຖືກນໍາໃຊ້ເປັນເວລາຍາວນານ 40 ປີ ຈຶ່ງເປັນທີ່ມາໃນການປັບ ປຸງຕະຫຼາດໃນຄັ້ງນີ້ ສະນັ້ນ ທາງບໍລິສັດຂອງພວກເຮົາ ຈຶ່ງໃຫ້ຄວາມສຳຄັນ ຕໍ່ການພັດທະ ນາການກໍ່ສ້າງໃໝ່ ໃຫ້ກາຍເປັນຕະຫຼາດແບບຢ່າງທີ່ທັນສະ ໄໝ ສະດວກ ສະອາດ ປອດໄພ ການບໍລິການທີ່ດີ ແລະ ເປັນຕະຫຼາດທາງ ດ້ານວັດທະນະທໍາ ສົ່ງເສີມເອກະລັກຄວາມເປັນລາວ ແຕ່ຍັງຄົງຮັກສາຮູບ ແບບການຄ້າຂາຍຄືເກົ່າ ຍັງຄົງເປັນຕະຫຼາດສົດ ຕະຫຼາດຂາຍສົ່ງ-ຂາຍ ຍ່ອຍ ແລະ ມີສິນຄ້າຫຼາຍຮູບແບບ ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ຈະເດີນ ທາງເຂົ້າມາ ເນື່ອງໃນໂອກາດທີ່ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດ ກອງປະຊຸມອາຊຽນ ໃນປີ 2024 ນີ້.

ກ່ອນໜ້ານີ້ ຫ້ອງການຈັດສັນຕະຫຼາດໄດ້ຈັດກອງປະຊຸມປຶກສາຫາລືກັບ ຊາວຄ້າຂາຍ ຕົກລົງເຫັນດີຍົກຍ້າຍອອກທັງໝົດ ເພື່ອອຳນວຍຄວາມສະ ດວກໃນການກໍ່ສ້າງ ໃຫ້ສຳເລັດຕາມກຳນົດເວລາ ແລະ ຊາວຄ້າຂາຍເຫັນ ດີຊອກຫາພື້ນທີ່ຄ້າຂາຍດ້ວຍຕົນເອງຊົ່ວຄາວ ການລົງທຶນໃນການພັດທະ ນາ ແລະ ກໍ່ສ້າງໃນຄັ້ງນີ້ ແມ່ນທາງບໍລິສັດ ລຽງເຮັງການຄ້າ ບໍລິການຈັດ ສັນຕະຫຼາດ ຈຳກັດ ເປັນຜູ້ລົງທຶນທັງໝົດ 100% ບໍ່ໄດ້ຂາຍຮຸ້ນ ຫຼື ຮ່ວມທຶນ ກັບບໍລິສັດຕ່າງປະເທດ ດັ່ງທີ່ເປັນຂ່າວ ເຊິ່ງຍັງເປັນເຈົ້າກຳມະສິດເດີມ 100% ລວມມູນຄ່າການລົງທຶນ 200 ຕື້ກວ່າກີບ ໂດຍໄດ້ຮັບການອະນຸມັັດ ແລ້ວຈາກທະນາຄານພັດທະນາລາວ ໂຄງການກໍ່ສ້າງຕະຫຼາດຂົວດິນ ຄາດ ວ່າຈະໃຊ້ເວລາການກໍ່ສ້າງປະມານ 11 ເດືອນ ເລີ່ມແຕ່ວັນທີ່ 1 ພຶດ ສະພາ 2023 ແລະ ຈະເປີດນໍາໃຊ້ຕະຫຼາດໃໝ່ໃນເດືອນມີນາ 2024.

ພາຍຫຼັງສຳເລັດການກໍ່ສ້າງ ແມ່ນຈະເປີດໃຫ້ມີການຄ້າຂາຍຢ່າງເປັນປົກ ກະຕິ ຖ້າບັນດາທ່ານຜູ້ປະ ກອບການ ຊາວຄ້າຂາຍ ແລະ ປະຊາຊົນມີຄວາມ ສົນໃຈ ໃນການຈັດຕັ້ງປະຕິບັດໂຄງການ ຂໍໃຫ້ປະສານໄດ້ນໍາຫ້ອງການຈັດ ສັນຕະຫຼາດຂົວດິນໄດ້ທຸກເວລາ ແລະ ຕ້ອງຂໍອາໄພໃນຄວາມບໍ່ສະດວກໃນ ໄລຍະການປັບປຸງ.

…………………………………..

#VientianeMai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version