Home ຂ່າວໜ້າໜຶ່ງ ນປນຄ ເລັ່ງແກ້ໄຂນໍ້າສູນເສຍທີ່ມີອັດຕາສູງໃນແຕ່ລະປີ

ນປນຄ ເລັ່ງແກ້ໄຂນໍ້າສູນເສຍທີ່ມີອັດຕາສູງໃນແຕ່ລະປີ

0

ວັນທີ 5 ເມາສາ 2023 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ພົບປະຢ້ຽມຢາມ ແລະ ໂອ້ລົມພະນັກງານຫຼັກແຫຼ່ງຢູ່ລັດວິສະຫະກິດນ້ຳປະປາ ນະຄອນຫຼວງ (ນປນຄ) ໂດຍການ ຕ້ອນຮັບຂອງທ່ານ ຄຳເຜີຍ ວົງສາຄຳຜຸຍ ຜູ້ອຳນວຍການລັດວິສະຫະກິດນ້ຳປະປາ ນະຄອນຫຼວງ ມີທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ພ້ອມພະນັກງານຫຼັກແຫຼ່ງອ້ອມຂ້າງ ນປນຄ ເຂົ້າຮ່ວມ.

ທ່ານ ຄຳເຜີຍ ວົງສາຄຳຜຸຍ ໄດ້ລາຍງານສະພາບການເຄື່ອນໄຫວທຸລະກິດປີ 2022 ແລະ ທິດທາງ ແຜນການປີ 2023 ຂອງລັດວິສະຫະກິດນ້ຳປະປາ ນະຄອນຫຼວງ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ນປນຄ ເປັນຫົວໜ່ວຍທຸລະກິດຂອງລັດ 100% ມີໜ້າທີ່ຮັບຜິດຊອບໃນການຜະລິດ ແລະ ສະໜອງນໍ້າປະປາໃຫ້ແກ່ສັງຄົມ ແລະ ຜູ້ບໍລິໂພກທົ່ວນະຄອນຫຼວງວຽງຈັນ ນປນຄ ມີພະນັກງານທັງໝົດ 591 ຄົນ ບໍລິການນໍ້າປະປາ 9 ຕົວເມືອງ ມີປະຊາກອນ 891.841 ຄົນ ປະຊາກອນເຂົ້າເຖິງນໍ້າປະປາ 823.514 ຄົນ ກວມເອົາ 95,21% ຂອງພື້ນທີ່ບໍລິການ ສາມາດຜະລິດ-ສະໜອງນໍ້າປະປາໄດ້ 329.210 ແມັດກ້ອນຕໍ່ມື້ ມີໂຮງງານພາກລັດກວມເອົາ 87% ແລະ ພາກເອກະຊົນກວມເອົາ 13% ລະບົບສາຍທໍ່ມີຄວາມຍາວທັງ ໝົດ 4.068 ກິໂລແມັດ ໝໍ້ແທກນໍ້າທີ່ໃຫ້ບໍລິການລູກຄ້າ 178.765 ໜ່ວຍ.

ນປນຄ ມີລະບົບການຜະລິດນໍ້າລວມຢູ່ 2 ຮູບແບບຄື:ຮູບແບບລັດວິສະຫະກິດນໍ້າປະປາ ນະຄອນ ຫຼວງຜະລິດ ຈຳໜ່າຍເອງ 285.210 ແມັດກ້ອນຕໍ່ມື້ ແລະ ຮູບແບບຊື້ນໍ້າຜະລິດນຳພາກເອກະຊົນ ຫຼື ຮູບແບບ BOT ມີ 2 ໂຮງງານ ກຳລັງການຜະລິດທັງໝົດ 44.000 ແມັດກ້ອນຕໍ່ມື້ ເພື່ອມາຈຳໜ່າຍ ໃນປີ 2022 ກຳລັງການຜະລິດທັງໝົດ 329.210 ແມັດກ້ອນຕໍ່ມື້ ສາມາດຜະລິດນໍ້າໄດ້ 109,17 ລ້ານແມັດກ້ອນ ທຽບໃສ່ແຜນການປະຕິບັດໄດ້ 104% ສາມາດຈໍາໜ່າຍນໍ້າໃນເຂດພື້ນທີ່ບໍລິການທັງໝົດ 9 ຕົວເມືອງໄດ້ 74,94 ລ້ານແມັດກ້ອນ ທຽບໃສ່ແຜນການເທົ່າກັບ 102% ຜ່ານການປະຕິບັດຕົວຈິງນໍ້າສູນເສຍ ແມ່ນຢູ່ໃນລະດັບ 28,72% ຄິດເປັນບໍລິມາດຈຳນວນ 31,36 ລ້ານແມັດກ້ອນ ເຫັນວ່າຫຼຸດຄາດ ໝາຍທີ່ວາງໄວ້.

ປີ 2022 ສາມາດເກັບລາຍຮັບທຸລະກິດຈາກຜະລິດຕົ້ນຕໍ (ຂາຍນໍ້າ) ຜະລິດສຳຮອງ (ຕິດຕັ້ງ) ແລະ ຮັບຈາກບໍລິການອື່ນໆໄດ້ທັງໝົດ 243,02 ຕື້ກວ່າກີບ ມີລາຍຈ່າຍທັງໝົດ 229,35 ຕື້ກວ່າກີບ ແລະ ໄດ້ມອບພັນທະອາກອນໃຫ້ລັດຈຳນວນ 15,8 ຕື້ກວ່າກີບ

ໂອກາດນີ້ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ມີຄຳຄິດ-ຄຳເຫັນແລກປ່ຽນບາງບັນຫາເປັນຕົ້ນ ຢາກໃຫ້ກວດກາ ແລະ ປັບປຸງຄືນກົດລະບຽບຂອງລັດວິສະຫະກິດ ໂດຍສະເພາະຢາກໃຫ້ແຕ່ງຕັ້ງຄະນະກຳມະການທີ່ກ່ຽວຂ້ອງ ຈາກທຸກພາກສວນເຂົ້າຮ່ວມຄັກແນ່ ໃນການປັບປຸງລະບຽບດັ່ງກ່າວ ເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ນະໂຍບາຍອັນໃດທີ່ເໝາະສົມກັບຄວາມເປັນຈິ່ງບໍ່ເກື້ອກຸນກັນລາຍເກີນໄປ ນະໂຍບາຍອັນໃດທີ່ເປັນສິ່ງກົດໜ່ວງ ຕ້ອງບຸກທະລຸແກ້ຢ່າງຈິ່ງຈັງ ສຳລັບເປີເຊັນນໍ້າສູນເສຍທີ່ກວມເອົາອັດຕາສ່ວນທີ່ສູງປະມານ 30% ເຮັດໃຫ້ສູນເສຍເງິນຈໍານວນຫຼວງຫຼາຍໃນແຕ່ລະປີ ຍາກໃຫ້ກຳໄດ້ບັນຫາ ແລະ ແກ້ໄຂແຕ່ຫົວທີ ບໍ່ໃຫ້ເກີດເປັນລັກສະນະສຳເຫື້ອ ຕ້ອງບຸກທະລຸແກ້ຢ່າງຈິ່ງຈັງ ແກ້ໃຫ້ຖືກຈຸດ ຕ້ອງມີແຜນດຳເນີນການຄັກແນ່ ຖ້າແກ້ໃຫ້ສູນເສຍໜ້ອຍເທົ່າໃດ ມັນຈະເປັນການເພີ່ມລາຍຮັບໃຫ້ເຮົາຫຼາຍຂຶ້ນ ແລະ ອື່ນໆ.

#vientianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version