Home ທຸລະກິດ ປັບນາໄຮ່ນ້ອຍເປັນນາໄຮ່ໃຫຍ່ຮອງຮັບການນໍາໃຊ້ກົນຈັກເຂົ້າໃນການຜະລິດເຂົ້າ

ປັບນາໄຮ່ນ້ອຍເປັນນາໄຮ່ໃຫຍ່ຮອງຮັບການນໍາໃຊ້ກົນຈັກເຂົ້າໃນການຜະລິດເຂົ້າ

0

ໂຄງການສ້າງພື້ນຖານໂຄງລ່າງໃຫ້ແກ່ການຜະລິດເຂົ້າທັນສະໄໝຢູ່ ສປປ ລາວ ໄດ້ຮັບທືນຊ່ວຍເຫຼືອຈາກແຜນງານກະສິກໍາສາກົນ ສ ເກົາຫຼີ (KOPIA) ໄດ້ຈັດຕັ້ງປະຕິບັດຢູ່ໃນ 3 ບ້ານເປົ້າໝາຍຂອງເມືອງ ປາກງື່ມ ນະຄອນຫຼວງວຽງຈັນ ຄື:ບ້ານນາຊາ ໜາກຮຽວ ແລະ ບ້ານໝາກນາວເໜືອ ສະນັ້ນເພື່ອຮອງຮັບໃຫ້ແກ່ການຜະລິດເຂົ້າວັນທີ 6 ເມສາ 2023 ໂຄງການດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດປັບນາໄຮ່ນ້ອຍໃຫ້ເປັນນາໄຮ່ໃຫຍ່ ໃຫ້ແກ່ກຸ່ມຊາວນາບ້ານນາຊາ ໂດຍມີທ່ານ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດ ສະຖາບັນຄົ້ນຄວ້າກະສິກໍາ-ປ່າໄມ້ ແລະ ພັດທະນາຊົນນະບົດ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ຊີນ ຊາງໂຮ ຜູ້ອໍານວນການ ແຜນການກະສິກໍາສາກົນ (KOPIA) ສ ເກົາຫຼີ ພ້ອມດ້ວຍກຸ່ມຊາວນາບ້ານນາຊາເຂົ້າຮ່ວມ.

ທ່ານ ເພັດມະນີແສງ ຊ້າງໄຊຍະສານ ໃຫ້ສໍາພາດວ່າ:ການຜະລິດເຂົ້າທີ່ນໍາໃຊ້ເຄື່ອງຈັກທັນສະໄໝ ໃນການຍົກສະມັດຖະພາບຜົນຜະລິດເຂົ້າຕ້ອງເລີ່ມຈາກການປັບຈາກນາໄຮ່ນ້ອຍເປັນນາໄຮ່ໃຫຍ່ ເພື່ອຮອງຮັບການຮັບໃຊ້ແກ່ກົນຈັກເຊັ່ນ:ລົດໄຖນາ ລົດດຳນາ ແລະ ລົດກ່ຽວເຂົ້າ ເຊິ່ງຂະໜາດໄຮ່ນາທີ່ຕ້ອງການ ແລະ ເໝາະສົມໃຊ້ສໍາລັບນໍາໃຊ້ກົນຈັກປະມານ 2.000 ຕາແມັດຕໍ່ໄຮ່ ຫຼື 1 ເຮັກຕາປັບໃຫ້ໄດ້ 5 ໄຮ່ ແລະ ໄຮ່ໃຫຍ່ສຸດ 500 ຕາແມັດຕໍ່ໄຮ່ ເທົ່າກັບ 1 ເຮັກຕາປັບໃຫ້ໄດ້ສອງໄຮ່ ແນ່ໃສ່ການນໍາໃຊ້ກົນຈັກຢ່າງມີປະສິດທິຜົນ ດັ່ງນັ້ນໂຄງການຈຶ່ງໄດ້ລົງມາຈັດຕັ້ງປະຕິບັດຕົວຈິງໃນການປັບໄຮ່ນານັ້ນ ໂດຍເລີ່ມຈາກບ້ານນາຊາກ່ອນ ຕໍ່ໄປແມ່ນບ້ານໝາກຮຽວ ແລະ ໝາກນາວເໜືອ ເຊິ່ງເປົ້າໝາຍຂອງໂຄງການຈະປັບນາໃນເນື້ອທີ່ 970 ເຮັກຕາ ໃນນີ້ປີໜຶ່ງຈະປັບປະມານ 190 ກວ່າເຮັກຕາຕໍ່ປີ.

ນອກຈາກໃຫ້ທຶນຊ່ວຍເຫຼືອໃນການປັບນາໄຮ່ນ້ອຍເປັນນາໄຮ່ໃຫຍ່ແລ້ວທາງໂຄງການຍັງສະໜອງຝຸ່ນຄອກປັບຄວາມອຸດົມສົມບູນຂອງດິນ ໃນນີ້ໃຊ້ຝຸ່ນຄອກປະມານ 2 ໂຕນຕໍ່ເຮັກຕາຕໍ່ປີ ເຊິ່ງຈະສະໜອງໃຫ້ 3 ປີ ພ້ອມນັ້ນຈະສະໜອງແນວພັນເຂົ້າລຸ້ນສາມ ເປັນແນວພັນທີ່ປັບໂຕຕໍ່ສະພາບແວດລ້ອມ ນອກນີ້ໂຄງການມີເປົ້າໝາຍໃນການຍົກສະມັດຕະພາບເຂົ້າຈາກ 3 ໂຕນຕໍ່ເຮັກຕາທີ່ມີຜົນຜະລິດລວມຈໍານວນ 582 ໂຕນ ໃນປີ 2022 ເປັນ 4,5 ໂຕນຕໍ່ເຮັກຕາ ເຊິ່ງຈະໄດ້ຜົນຜະລິດລວມເປັນ 873 ໂຕນ ໃນປີ 2027.

ພາຍຫຼັງທີ່ຊາວນາປູກເຂົ້າຮອດລະດູການເກັບກ່ຽວແມ່ນຈະນໍາໃຊ້ກົນຈັກກ່ຽວຈາກນັ້ນຈະນໍາໄປອົບແຫ້ງ ແລ້ວຈະເຊີນເອົາບັນດາໂຮງສີເຂົ້າໃຫຍ່ມາປະມູນໂຮງສີໃດທີ່ໃຫ້ລາຄາສູງແມ່ນຂາຍໃຫ້ກັບໂຮງສີນັ້ນ ພ້ອມນັ້ນໄດ້ຕິດຕໍ່ໂຮງງານເບຍລາວ ທີ່ໄດ້ໃຫ້ຄວາມສົນໃຈ ແລະ ມີຄວາມຕ້ອງການເຂົ້າຈ້າວ 20.000 ໂຕນໃນການຜະລິດເບຍ ສໍາລັບໂຄງການດັ່ງກ່າວມີໄລຍະການຈັດຕັ້ງປະຕິບັດແຕ່ປີ 2023-2027 ພາຍຫຼັງທີ່ໂຄງການສິ້ນສຸດແລ້ວເຄື່ອງກົນຈັກທັນສະໄໝທີ່ນໍາໃຊ້ເຂົ້າໃນການຜະລິດເຂົ້າແມ່ນມອບໃຫ້ບ້ານເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ຮ່ວມກັນ.

#vientianemai

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version