Home ຂ່າວໜ້າໜຶ່ງ ຖວທ ຫາລືການກະກຽມ ເປັນປະທານອາຊຽນ ວຽກເສົາຄໍ້າວັດທະນະທຳ-ອາຊຽນ

ຖວທ ຫາລືການກະກຽມ ເປັນປະທານອາຊຽນ ວຽກເສົາຄໍ້າວັດທະນະທຳ-ອາຊຽນ

0

ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024 ໃນວຽກງານເສົາຄໍ້າວັດທະນະທຳ-ອາຊຽນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ຈຸດປະສົງຂອງການປະຊຸມໃນຄັ້ງນີ້, ກໍເພື່ອເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ບັນດາອະນຸກຳມະການຮັບຜິດຊອບການເປັນເຈົ້າພາບກອງປະຊຸມ ລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ແລະ 32 ໃນປີ 2024 ສະບັບເລັກທີ 272/ຖວທ, ລົງວັນທີ 28 ມີນາ 2023. ພ້ອມກັນນັ້ນ, ກໍປຶກສາຫາລື ແລະ ເປັນເອກະພາບກັນໃນເບື້ອງຕົ້ນ ກ່ຽວກັບເປົ້າໝາຍແຜນບຸລິມະສິດ ຂອງເສົາຄໍ້າຂອງພວກເຮົາ ໃນປີ 2024 ນີ້ ໃຫ້ສາມາດສະຫລຸບ ແລະ ຮັບຮອງ ໄດ້ໃນເດືອນ ມິຖຸນາ 2023 ນີ້, ໃນລະ ຫວ່າງວັນທີ 4-7 ກັນຍາ 2023 ທີ່ ປະເທດອິນໂດເນເຊຍ ກໍຈະໄດ້ມອບໜ້າການເປັນປະທານອາຊຽນໃຫ້ແກ່ ສປປ ລາວ ເຮົາ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ໃຫ້ຮູ້ອີກວ່າ: ດັ່ງທີ່ພວກເຮົາຊາບນຳກັນແລ້ວວ່າ ໃນປີ 2024 ສປປ ລາວ ຈະໄດ້ຮັບກຽດເປັນເຈົ້າພາບ ແລະ ດຳເນີນກອງປະຊຸມສຸດຍອດອາຊຽນ ເຊິ່ງປະຕິ ບັດຕາມທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີ ທີ່ກອງປະຊຸມປຶກສາຫາລື ຄົບຄະນະຊີ້ນຳລະດັບຊາດ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ໃນປີ 2024 ຂອງ ສປປ ລາວ ໃນວັນທີ 9 ກຸມ ພາ 2023 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ທິດຊີ້ນໍາຂອງທ່ານຮອງນາຍົກ ລັດຖະ ມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທີ່ກອງປະຊຸມປຶກສາຫາລືວຽກຮີບດ່ວນ ເພື່ອກະກຽມ ແລະ ດຳເນີນການເປັນປະທານອາຊຽນ ໃນປີ 2024 ເມື່ອບໍ່ດົນມານີ້, ພວກເຮົາຈະໄດ້ເປັນເຈົ້າພາບຈັດກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 31 ແລະ 32 ຊຶ່ງຈະຈັດຂຶ້ນໃນເດືອນ ມີນາ 2024 ແລະ ເດືອນ ຕຸລາ 2024.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version