Home ຂ່າວໜ້າໜຶ່ງ ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

ບົດຕອບສໍາພາດ ຂອງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນການທູດລາວ ຄົບຮອບ 80 ປີ

0

ເມື່ອບໍ່ດົນມານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕອບສຳພາດ ເນື່ອງໃນໂອກາດຄົບຮອບ 80 ປີ ວັນການທູດລາວ (12ຕຸລາ) ຊຶ່ງມີເນື້ອໃນດັ່ງລຸ່ມນີ້:

ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການທູດລາວ ວັນທີ 12 ຕຸລາ ທີ່ຈະມາເຖິງນີ້ ຂໍໃຫ້ທ່ານອະທິບາຍ ແລະ ເນັ້ນໜັກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ? ພ້ອມທັງຍົກໃຫ້ເຫັນເຖິງບັນດາຜົນສໍາເລັດອັນພົ້ນເດັ່ນ ທີ່ຂະແໜງການຕ່າງປະເທດ ຍາດມາໄດ້, ໂດຍສະເພາະການຍົກສູງບົດບາດຂອງ ສປປ ລາວ ກໍຄື ການປະກອບສ່ວນຮັກສາສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນ?

ໃນປີນີ້ແມ່ນມີຄວາມໝາຍສໍາຄັນ ໃນລະດັບທົ່ວປະເທດພວກເຮົາກໍມີ 3 ວັນປະຫວັດສາດໃຫຍ່ ແລະ ໃນຂົງເຂດການຕ່າງປະເທດ ກໍພໍດີຄົບຮອບ 80 ປີ ວັນການທູດລາວ ໂດຍພວກເຮົາຖືເອົາວັນທີ 12 ຕຸລາ 1945 ເປັນວັນການທູດລາວ. ເວລານັ້ນແມ່ນພາຍຫຼັງທີ່ມີການລົງນາມສັນຍາເຊີແນວ, ຝຣັ່ງ ໄດ້ຍອມມອບເອກະລາດໃຫ້ລາວພວກເຮົາກໍຄື ສປປ ລາວ ໃນປັດຈຸບັນ ຊຶ່ງຖືວ່າເປັນຜົນສໍາເລັດ ຂອງ ການເຄື່ອນໄຫວຕໍ່ສູ້ທາງດ້ານການເມືອງທາງດ້ານການທູດຂອງການນໍາຮຸ່ນອາວຸໂສກໍຄືຮຸ່ນກໍ່ຕັ້ງໃນເມື່ອ ກ່ອນ. ມາເຖິງປັດຈຸບັນ ແມ່ນຄົບຮອບ 80 ປີ ຊຶ່ງເຫັນວ່າວຽກງານການທູດສາມາດຍາດໄດ້ໄຊຊະນະ ຫຼາຍສົມຄວນ ອັນສໍາຄັນແມ່ນພວກເຮົາມີການພົວພັນກັບຕ່າງປະເທດ ຈໍານວນ 151 ປະເທດ ມາເຖິງ ປັດຈຸບັນ, ມີສໍານັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈໍາຢູ່ຕ່າງປະເທດ ຈໍານວນ 41 ແຫ່ງ ໃນນັ້ນ ມີສະຖານທູດ 27 ແຫ່ງ, ພ້ອມທັງໄດ້ຍົກລະດັບການພົວພັນການທູດ ກັບບັນດາປະເທດທີ່ສໍາ ຄັນຈໍານວນໜຶ່ງ.

ອີກດ້ານໜຶ່ງ, ໃນຂອບຫຼາຍຝ່າຍ, ພວກເຮົາກໍໄດ້ເປັນເຈົ້າການໃນການເຄື່ອນໄຫວໃນອົງການ ສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງທີ່ຢູ່ໃນເຄືອຂ່າຍດັ່ງກ່າວ, ພວກເຮົາຍັງເປັນພາຄີຂອງ ສົນທິສັນຍາຕ່າງໆທັງໝົດຫຼາຍກວ່າ 1.500 ກວ່າສະບັບ. ໃນຕະຫຼອດໄລຍະ 80 ປີຜ່ານມາ, ລັດຖະ ມົນຕີກະຊວງການຕ່າງປະເທດ ແມ່ນມີຈໍານວນ 9 ທ່ານແລ້ວ ຊຶ່ງສະແດງໃຫ້ເຫັນວ່າການເຄື່ອນໄຫວ ວຽກງານການຕ່າງປະເທດແມ່ນມີໄລຍະເວລາດົນສົມຄວນ, ອັນສໍາຄັນແມ່ນພວກເຮົາໄດ້ຍຶດໝັ້ນ ແລະ ປະຕິບັດນະໂຍບາຍການຕ່າງປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການ ຮ່ວມມື ເພື່ອການພັດທະນາ” ຢ່າງສະເໝີຕົ້ນສະເໝີປາຍ ພ້ອມທັງສືບຕໍ່ປະຕິບັດນະໂຍບາຍການ ທູດປ້ອງ ກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຕະຫຼອດໄລຍະ 80 ປີ ການທູດລາວ ພວກເຮົາໄດ້ຜ່ານຜ່າໄລຍະຕໍ່ສູ້ກູ້ຊາດ ແລະ ໄລຍະພາຍຫຼັງສະຖາປະນາ ສປປ ລາວ ກໍແມ່ນໄລຍະການທູດປ້ອງກັນເຫດ ເພື່ອບັນລຸ 2 ໜ້າທີ່ຍຸດທະສາດຂອງພັກ ກໍຄື ການປົກ ປັກຮັກສາ ແລະ ພັດທະນາປະເທດຊາດ. ຍ້ອນຜົນສໍາເລັດຂອງການທູດ ອັນສໍາຄັນແມ່ນການເຄື່ອນ ໄຫວດ້ານການທູດຂອງການນໍາຮຸ່ນກ່ອນ ຫຼື ການທູດຂັ້ນສຸດຍອດ ທີ່ໄດ້ສ້າງສະພາບແວດລ້ອມ ໃຫ້ ການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານໃນເມື່ອກ່ອນ ປະສົບຜົນສໍາເລັດ ແລະ ໄດ້ຮັບການສະໜັບສະໜູນ ຈາກປະເທດເພື່ອນມິດ ແລະ ຈາກບັນດາປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກໃນເວລານັ້ນ. ຫຼັງຈາກນັ້ນ, ພວກເຮົາກໍໄດ້ ຮັບການສະຖາປະນາ ສປປ ລາວ ໃນປີ 1975 ຊຶ່ງແມ່ນໝາກຜົນ ຂອງບົດບາດການເຄື່ອນໄຫວການທູດທີ່ສໍາຄັນ ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ ຈົນສາມາດຢຶດ ອໍານາດມາໄດ້ ໃນວັນທີ 2 ທັນວາ 1975, ອັນນີ້ສະແດງໃຫ້ເຫັນເຖິງຜົນສໍາເລັດ ຂອງການເຄື່ອນ ໄຫວການທູດ.

ໃນຕະຫຼອດໄລຍະຜ່ານມາ, ອັນພົ້ນເດັ່ນອີກອັນໜຶ່ງກໍແມ່ນການເຄື່ອນໄຫວໃນຂອບອາຊຽນໂດຍ ພວກເຮົາມີຄວາມຕັ້ງໜ້າໃນການເຄື່ອນໄຫວດ້ວຍຄວາມເປັນເຈົ້າການ; ໃນນັ້ນ, ສປປ ລາວ ເປັນປະ ເທດໜຶ່ງທີ່ບໍ່ມີຊາຍແດນຕິດກັບທະເລ, ແຕ່ພວກເຮົາໄດ້ມີຄວາມມຸ່ງໝັ້ນ ໃນການຫັນປະເທດ ໃຫ້ກາຍ ເປັນປະເທດເຊື່ອມຈອດ ແລະ ເຊື່ອມໂຍງ ໂດຍສອດຄ່ອງກັບຄໍາຂວັນຂອງອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ໃນປີ 2024 ຜ່ານມາ ຄື: “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ຊຶ່ງແມ່ນເພື່ອຢາກໃຫ້ ສປປ ລາວ ເຊື່ອມຈອດກັບພາກພື້ນ, ອັນນີ້ສະແດງເຖິງວ່າ ເປັນການປະ ຕິບັດວຽກງານການຕ່າງປະເທດໜຶ່ງຂອງເຮົາ ແລະ ໄດ້ຮັບຜົນສໍາເລັດແທ້, ຊຶ່ງພວກເຮົາສາມາດຍາດ ໄດ້ການສະໜັບສະໜູນຈາກຫຼາຍປະເທດ. ອັນສໍາຄັນໜຶ່ງ ໃນໂອກາດວັນການທູດລາວນີ້, ພວກເຮົາຈະ ໄດ້ພ້ອມກັນພັດທະນາ ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍ ພັດທະນາ ໃນປີ 2026 ທີ່ຈະມາເຖິງນີ້. ສັງລວມແລ້ວ, ຜົນສໍາເລັດຂອງການເຄື່ອນໄຫວການທູດ ໃນໄລຍະ 80 ປີຜ່ານມາ ແມ່ນຕິດພັນກັບການສ້າງສາພັດທະນາປະເທດ ແລະ ຕິດພັນກັບແຜນພັດ ທະນາເສດຖະກິດ-ສັງຄົມຂອງພັກ-ລັດເຮົາ ທີ່ເປັນອັນໜຶ່ງອັນດຽວ ບໍ່ສາມາດຕັດ ແຍກອອກຈາກກັນ ໄດ້.

ກະຊວງການຕ່າງປະເທດ ໄດ້ຈັດຂະບວນການ-ກິດຈະກໍາໃດແດ່ແລ້ວ ແລະ ມີແຜນການແນວໃດ ໃນຕໍ່ໜ້າຕື່ມຄືແນວໃດ ເພື່ອສະເຫຼີມສະຫຼອງ ເນື່ອງໃນໂອກາດ ຄົບຮອບ 80 ປີ ວັນການ ທູດລາວໃນຄັ້ງນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍ ? ພ້ອມທັງ ຂໍໃຫ້ທ່ານກ່າວ ສະແດງຄວາມຮູ້ສຶກ ແລະ ສະແດງຄວາມຊົມເຊີຍຕໍ່ວັນການທູດລາວ ຄົບຮອບ 80 ປີ ໃນຄັ້ງນີ້?

ໃນປີ 2025 ນີ້ ເປັນປີໜຶ່ງທີ່ມີຄວາມໝາຍສໍາຄັນ ໂດຍໃນຂອບເຂດສາກົນແມ່ນພໍດີກົງກັບ ຄົບຮອບ 80 ປີ ຂອງການສິ້ນສຸດສົງຄາມໂລກ ຄັ້ງທີ 2 ຊຶ່ງຫຼາຍປະເທດກໍມີການຈັດສະເຫຼີມ ສະຫຼອງເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ ແລະ ສປປ ລາວ ກໍຄົບຮອບ 80 ປີ ວັນການທູດລາວ. ສະນັ້ນ, ພວກເຮົາກໍໄດ້ມີການກະກຽມບັນດາກິດຈະກໍາສໍາຄັນເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໂດຍການ ເຜີຍແຜ່ບົດຄວາມ, ການສ້າງຮູບເງົາສາລະຄະດີ, ການວາງສະແດງຮູບພາບ ແລະ ອັນສໍາຄັນແມ່ນ ການຂຽນປຶ້ມການທູດ 80 ປີ ໂດຍຈະປະມວນຄືນການເຄື່ອນໄຫວການທູດ ຕະຫຼອດໄລຍະ 80 ປີ, ຊຶ່ງຄິດວ່າຈະເປັນຂໍ້ມູນພື້ນຖານສໍາຄັນໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວ ທຸກທົ່ວໜ້າ ໄດ້ຮັບຮູ້ວ່າ ການເຄື່ອນໄຫວການທູດຂອງພວກເຮົາ ມີຜົນສໍາເລັດຄືແນວໃດ ໂດຍທັງໝົດ ນີ້ແມ່ນກິດຈະກໍາຕົ້ນຕໍ. ໃນມື້ແທ້ ພວກເຮົາມີແຜນຈະຈັດພິທີໂຮມຊຸມນຸມໃຫຍ່ ເພື່ອລະນຶກເຖິງ 80 ປີ ວັນການທູດລາວ ແລະ ອັນສໍາຄັນພວກເຮົາຈະມີຫຼຽນກາລະນຶກ 80 ປີ ການທູດລາວ. ນອກຈາກນັ້ນ, ພວກເຮົາຍັງມີແຜນຈະຈັດຂະບວນການປິ່ນອ້ອມຕ່າງໆ ເຊັ່ນ: ການຢ້ຽມຢາມສະຖານທີ່ປະຫວັດສາດ ແລະ ຫໍພິພິທະພັນຂອງຜູ້ນໍາຕ່າງໆ.

ເນື່ອງໃນໂອກາດວັນການທູດລາວ ຄົບຮອບ 80 ປີນີ້, ຂ້າພະເຈົ້າຂໍຕາງໜ້າອົງຄະນະພັກ ແລະ ພະນັກງານກະຊວງການຕ່າງປະເທດ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການສະໜັບສະໜູນ ໃນການເຄື່ອນໄຫວ ວຽກງານການຕ່າງປະເທດ, ຊຶ່ງຜົນສໍາເລັດຂອງວຽກງານການຕ່າງປະເທດນີ້ ແມ່ນການປະກອບສ່ວນ ຂອງທຸກຂະແໜງການທີ່ພວກເຮົາໄດ້ເຮັດຮ່ວມກັນ. ອັນທີສອງແມ່ນຂໍສະແດງຄວາມຂອບໃຈ ຕໍ່ບັນດາ ປະເທດເພື່ອນມິດ ແລະ ຜູ້ຮັກຫອມສັນຕິພາບທີ່ໃຫ້ການປະກອບສ່ວນ ແລະ ສະໜັບສະໜູນຕໍ່ການ ເຄື່ອນໄຫວວຽກງານ ການຕ່າງປະເທດຂອງ ສປປ ລາວ ພວກເຮົາ ໃຫ້ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ, ຊຶ່ງຖ້າປາສະຈາກການສະໜັບສະໜູນຂອງເພື່ອນມິດຕ່າງປະເທດ ກໍຄື ຂອງພີ່ນ້ອງປະຊາຊົນ, ພະນັກ ງານ, ທະຫານ ແລະ ຕໍາຫຼວດພາຍໃນປະເທດ, ພວກເຮົາກໍບໍ່ສາມາດເຮັດສໍາເລັດໄດ້. ສະນັ້ນ, ອີກ ເທື່ອໜຶ່ງໃນໂອກາດນີ້ ຂ້າພະເຈົ້າກໍຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍອວຍພອນມາຍັງພະນັກງານ, ທະຫານ, ຕໍາຫຼວດ ແລະ ພີ່ນ້ອງປະຊາຊົນລາວທັງໝົດທັງພາຍໃນ ແລະ ຕ່າງປະເທດຈົ່ງປະສົບຜົນ ສໍາເລັດໃນໜ້າທີ່ວຽກງານຂອງຕົນເອງ ແລະ ພ້ອມກັນສືບຕໍ່ຮັກສາມູນເຊື້ອການພົວພັນທີ່ດີກໍຄືການ ເຄື່ອນໄຫວການຕ່າງປະເທດທີ່ດີຂອງພວກເຮົາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version