Home ຂ່າວພາຍໃນ ແຂວງຈໍາປາສັກ ຈັດພິທີສະເຫີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ

ແຂວງຈໍາປາສັກ ຈັດພິທີສະເຫີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ

0

ໃນວັນທີ 5 ເມສາ 2023 ນີ້ ກອງບັນຊາການ ປ້ອງກັນຄວາມສະຫງົບແຂວງຈໍາປາສັກ ໄດ້ຈັດພິທີໂຮມຊຸມນຸມ ລະນຶກ ແລະ ສະເຫຼີມສະຫຼອງວັນສ້າງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ ວັນທີ 5 ເມສາ ປີ 19961 ຫາ ວັນທີ 5 ເມສາ 2023 ຂື້ນຢູ່ທີ່ສະ ໂມສອນຫຼັກ 4 ຂອງແຂວງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັັັັັັັັກ ເຂົ້າຮ່ວມມີສະຫາຍ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ,ສະຫາຍ ພັນເອກ ສຸກພະຈັນ ສີລາເພັດ ກຳມະການພັກແຂວງ,ຫົວໜ້າກອງບັນຊາການ ປ້ອງກັນຄວາມສະແຂວງຈໍາປາສັກ ພ້ອມຄະ ນະ,ມີບັນດາສະຫາຍຄະນະປະຈຳພັກແຂວງ,ກຳມະການພັກແຂວງ,ຫົວໜ້າພະແນກການກົມກອງອອມຂ້າງແຂວງ, ພະນັກງານການນຳຫັກແຫ່ຼງ,ກໍລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ຄະນະນໍາ ແລະພະນັກງານຈາກທຸກຂົງເຂດ ເຂົ້າຮ່ວມ .

ໃນພິທີສະຫາຍ ພັນເອກ ສຸກພະຈັນ ສີລາເພັດ ກຳມະການພັກແຂວງ,ຫົວໜ້າກອງບັນຊາການ ປ້ອງກັນຄວາມສະແຂວງຈໍາປາສັກ ໄດ້ລາຍງານ ການສ້າງຜົນງານ ແລະ ຂະບວນການຕ້ອນຮັບສະເຫີຼມສະຫຼອງວັນວັນສ້າງຕັ້ງກຳລັງປ້ອງ ກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີໃນທົ່ວກຳລັງ ປກສ ແຂວງຈຳປາສັກ,ຈາກນັ້ນໃນພິອັນສະຫງ່າລາສີ ສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາຄະນະບໍລິຫານງານພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງຈໍາປາສັັັັັັັັກ ໄດ້ກ່າວປາໄສຕໍ່ທີ່ໂຮມຊຸມນຸມ.ໂດຍກ່າວວ່າມື້ນີ້, ອົງຄະນະພັກ, ອົງການປົກຄອງທຸກຂັ້ນ, ກຳລັງ ປກສ ຕະຫລອດພໍ່ແມ່ປະ ຊາຊົນຊາວແຂວງຈໍາປາສັກ ສຸດທີ່ມີຄວາມເບີກບານມ່ວນຊື່ນ ໄດ້ພ້ອມກັນຈັດພິທີໂຮມຊຸມສະເຫລີມສະຫລອງ ວັນສ້າງຕັ້ງກຳລັງປກສ ປະຊາຊົນ ຄົບຮອບ 62 ປີ (ວັນທີ 5 ເມສາ 1961 – 5 ເມສາ 2023) ດ້ວຍຄວາມເອກອ້າງທະນົງໃຈ ຕໍ່ການນຳພາຂອງພັກປະຊາຊົນປະຕິວັດລາວ ກໍຄື ຕໍ່ອານາຄົດອັນສະຫ່ວາງສະໄຫວຂອງປະເທດຊາດ.

ໃນໂອກາດອັນມີຄວາມໝາຍຄວາມສໍາຄັນ ແຫ່ງປະຫວັດສາດນີ້ ຕ່າງໜ້າອົງຄະ ນະພັກ, ອົງການປົກຄອງແຂວງ ໄດ້ສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ອວຍພອນໄຊອັນປະເສີດມາຍັງບັນດາທ່ານອາດິດການນໍາຂອງແຂວງ, ພະນັກງານປະຕິວັດອາວຸດໂສ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າຊາວແຂວງຈໍາປາສັກທຸກຖ້ວນໜ້າ ທີ່ໄດ້ເຊີດຊູນ້ຳໃຈແຫ່ງຄວາມສະມັກຄີເປັນປຶກແຜ່ນ ພາຍໃຕ້ການນຳພາຂອງອົງຄະນະພັກແຂວງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາແຂວງຈຳປາສັກ ໃນຕະຫຼອດໄລຍະທີ່ຜ່ານມາ, ເຮັດໃຫ້ແຂວງຂອງພວກເຮົາສືບຕໍ່ມີຄວາມສະຫງົບດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍດ້ານສັງ ຄົມ, ເສດຖະກິດ-ວັດທະນະທຳ ສັງຄົມ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ກ້າວຂື້ນຢ່າງບໍ່ຢຸດຢັ້ງ.

ກ່ອນໜ້ານີ້ 62 ປີ “ ໃນໄລຍະແຕ່ປີ 1950-1961 ຢູ່ ທີ່ໝັ້ນການປະຕິວັດ, ກອງປະຊຸມແນວລາວຕໍ່ຕ້ານທົ່ວປະເທດໄດ້ ຕົກລົງ ສ້າງຕັ້ງແນວລາວອິດສະຫຼະ ແລະ ລັດຖະບານລາວຕໍ່ຕ້ານຂຶ້ນ; ໃນປີ 1954 ເພື່ອປົກປັກຮັກສາ ອົງການນໍາຂອງພັກ – ລັດ, ອົງການ ປົກຄອງປະຕິວັດ ຢູ່ເຂດເຕົ້າໂຮມສອງແຂວງ “ຫົວພັນແລະ ຜົ້ງ ສາລີ” ລັດຖະບານແນວລາວອິດສະ ຫຼະ ໄດ້ຕົກລົງສ້າງຕັ້ງກໍາລັງປ້ອງກັນຂຶ້ນ ແລະ ທ້າຍປີ 1954 ວັນທີ 05 -12 ເມສາ 1961 ສູນກາງພັກໄດ້ດຳເນີນກອງປະຊຸມ ຄົບຄະນະຂຶ້ນຢູ່ຄັງໄຂ, ແຂວງ ຊຽງຂວາງ, ກອງປະຊຸມໄດ້ຄົ້ນຄວ້າ ຕົກ ລົງຫຼາຍບັນຫາທີ່ສຳຄັນກ່ຽວກັບການປະຕິວັດຢູ່ລາວ ໃນ ສະເພາະໜ້າ ເເລະ ຍາວນານ. ໃນນັ້ນ ໄດ້ຕົກລົງປັບປຸງ-ກໍ່ສ້າງກຳລັງປ້ອງກັນພາຍ ໃນ ຢູ່ຂອບເຂດທົ່ວ ປະເທດ ເພື່ອປົກປັກຮັກສາອົງການນຳຂອງພັກ-ລັດ, ແນວລາວຮັກຊາດ, ຮັກສາຄວາມສະຫງົບ ແລະ ຄວາມເປັນ ລະ ບຽບຮຽບຮ້ອຍຂອງສັງ ຄົມ; ພ້ອມນັ້ນ ກອງປະຊຸມຍັງໄດ້ຕົກລົງ ປ່ຽນຊື່ຈາກ “ຄະນະ ປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນ ຄວາມສະຫງົບສູນກາງ” ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນໍາ; ບົນພື້ນນຖານ ແລະ ເຫັນໄດ້ຄວາມສຳຄັນຜ່ານໄລຍະປະຫວັດສາດ ດັ່ງກ່າວ ສູນກາງພັກ, ລັດຖະບານ ຈິ່ງໄດ້ຕົກລົງອອກດຳລັດສະບັບເລກ ທີ 277/ນຍ, ລົງວັນທີ 01 ກັນຍາ 2005 ຮັບຮອງເອົາວັນທີ 05 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຢ່າງເປັນ ທາງການ.

ຂ່າວ ພາບ:ເກດສະໜາ ແກ້ວສຸວັນນະແສງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version