Home ຂ່າວພາຍໃນ ທ່ານເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງທ່າປາງທອງ

ທ່ານເຈົ້າແຂວງສະຫວັນນະເຂດ ລົງເຄື່ອນໄຫວຕິດຕາມຊຸກຍູ້ວຽກພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງທ່າປາງທອງ

0

ໃນວັນທີ 29 ມີນາ 2023 ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍພະແນກການຂອງແຂວງໄດ້ມາ ລົງເຄື່ອນໄຫວຕິດຕາມຊຸກຍູ້ເຮັດວຽກ ຢູ່ເມືອງທ່າປາງທອງ ໂດຍການ ການຕ້ອນຮັບ ຂອງທ່ານ ຄຳປະສົງ ຂົງຄຳ ເຈົ້າເມືອງ ທ່າປາງທອງ ພ້ອມດ້ວຍການນຳຂອງເມືອງ ໃຫ້ການຕ້ອຮັບຢ່າງອົບອຸ່ນ.

ເມືອງທ່າປາງທອງ ລວມມີ 49 ບ້ານ, 9 ກຸ່ມບ້ານ ປະກອບມີຊົນເຜົ່າ ( ເຜົ່າລາວ 53%, ເຜົ່າກະຕາງ 33% ແລະ ເຜົ່າບູຣ13%, ເຜົ່າອື່ນ 1%) ມີບ້ານທຸກຍາກ 21 ບ້ານ ກວມ 50%, ມີຄອບຄົວທຸກຍາກ 2,347 ຄອບຄົວ ກວມ 30,2% ປະຊາຊົນຖືເອົາອາຊີບເຮັດນາ, ລ້ຽງສັດເປັນຕົ້ນຕໍ, ປູກພືດ ແລະ ອາຊີບຄ້າຂາຍເປັນສໍາຮອງ, ເສດຖະກິດຂອງເມືອງໄດ້ສືບຕໍ່ຂະຫຍາຍຕົວໃນລະດັບ 4,2% ລວມຍອດຜະລິດຕະພັນພາຍໃນ GDP ປີ 2022 ປະຕິບັດໄດ້ 445,15 ຕື້ກີບ ທຽບໃສ່ແຜນປີ ປະຕິບັດໄດ້ 90,31% ໃນນັ້ນ, ຂະແໜງກະສິກຳກວມເອົາ 78,13%, ຂະແໜງອຸດສາຫະກໍາກວມ 1,09% ແລະ ຂະແໜງການບໍລິການກວມ 11,99% ຂອງ GDP. ສະເລ່ຍໃສ່ຫົວຄົນໄດ້ 9,56 ລ້ານກີບ ຫຼື ເທົ່າກັບ 683 ໂດລາສະຫະລັດ/ຄົນ/ປີ, ເມືອງມີອ່າງເກັບນ້ຳຊົນລະປະທານເຊສາລາລອງ ແລະ ອ່າງເກັັບນ້ຳເຊກື ເປັນເງື່ອນໄຂທ່າແຮງໜຶ່ງຂອງເມືອງໃນການພັດທະນາດ້ານການຜະລິດກະສິກໍາໃນການປູກເຂົ້າ ແລະມີເຂດພູພຽງເໝາະໃນການລ້ຽງສັດໃຫຍ່ ບ້ານມີເສັ້ນທາງເຂົ້າເຖິງທຽວໄດ້ 2 ລະດູທັງໝົດ 43 ບ້ານ ຍັງ 6 ບ້ານ ( ກຸ່ມບ້ານເຊປ໋ອງ )ໄດ້ຊົມໃຊ້ກະແສໄຟຟ້າ 39 ບ້ານ ກວມ 92,85% ຂອງຈຳນວນບ້ານໃນທົ່ວເມືອງ ບ້ານທີ່ຍັງບໍ່ມີໄຟຟ້າ ຈຳນວນ 10 ບ້ານ ລວມມີ 38 ຄຸ້ມບ້ານ, ຈາກນັ້ນກໍ່ໄດ້ລົງເຄື່ອນໄຫວຕິດຕາມເບິງ ໂຄງການກໍ່ສ້າງສະໂມສອນຂອງເມືອງເຊິ່ງມີມູນຄ່າການກໍ່ສ້າງ 3ຕື້600ລ້ານ ກີບ, ໂດຍແມ່ນບໍລິສັດເທບທາລາຈໍາກັບເປັນຜູ້ຮັບເໝົາກໍ່ສ້າງ, ລົງມື 9/5/2017 ( ໄລຍະເວລາ 18 ເດືອນ) ປະຈຸບັນການກໍ່ສ້າງສໍາເລັດ 52,28%, ແລະ ບໍລິສັດຈະສືບຕໍ່ກໍສ້າງໃຫ້ສຳເລັດໃນເດືອນ 12 ປີ2023, ຕິດຕາມການຊຸກຍູ້ ກາພັດທະນາເຂດອ່າງເກັບນ້ໍາຊົນລະປະທານເຊສາລາລອງ ເປັນຕົ້ນ ແຜນພັດທະນາທາງວົງແຫວນ, ຍົກລະດັບດິນແດງ ແລະ ກໍ່ສ້າງຂົວ ບ້ານພູແສງຄຳ, ຊຸກຍູ້ການຜະລິດກະສີກຳຂອງປະຊາຊົນ ແລະ ແລະ ທາງເຕັກນິກ ຊຸກການຕິດຕາມການພື້ນພູ-ສ້ອມແປງຄອງແມ່ເໝືອງຊົນລະປະທານເຊສາລາລອງ ເປັນເຂດຈຸດສຸມພັດທະນາດ້ານການຜະລິດກະສິກໍາ ກວມເອົາຈຳນວນ 06 ບ້ານ; ສາມາດກັກເກັບນ້ຳໄດ້ 75.000.000 ແມັດກ້ອນ, ສາມາດຫົດເນື້ອທີ່ 2.000 ຮຕ, ໃນແຕ່ລະປີການຜະລິດກະສິກໍາເຫັນວ່າມີການຂະຫຍາຍຕົວເພີ່ມຂຶ້ນ, ໃນປີ 2022 ມີເນື້ອທີ່ຜະລິດເຂົ້ານາແຊງ 813 ຮຕ ຜົນຜະລິດໄດ້ 3.107,28 ໂຕນ, ສະມັດຕະພາບ 4,28 ໂຕນ/ຮຕ,ປີ 2023 ມີເນື້ອທີ່ຜະລິດເຂົ້ານາແຊງ 886 ເຮັກຕາ ເພີ່ມຂຶ້ນ 73 ເຮັກຕາ. ຄອງເໝືອງຊົນລະປະທານເຊສາລາລອງ ມີຄວາມຍາວ ຈຳນວນທັງໝົດ 22.000 ແມັດ, ໄລຍະຜ່ານມາມີການເປ້ເພ ແລະ ໄດ້ສ້ອມແປງໃນແຕ່ລະປີ ໃນນັ້ນ: ສົກປີ 2020 – 2021 ສ້ອມແປງ 20 ແມັດ (ຍັງຄ້າງສໍາລະບໍລິສັດ613.148.957 ກີບ), ສົກປີ 2021 – 2022 ສ້ອມແປງ 46 ແມັດ ( ຍັງຄ້າງຊຳລະບໍລິສັດ 587.998732 ກີບ), ມາໃນສົກປີ 2022 – 2023 ໄດ້ເປ້ເພຕື່ມອີກຍາວ 25 ແມັດ ເຊິ່ງໄດ້ແກ້ໄຂສ້ອມແປງສຸກເສີນ; ເພື່ອຮັບປະກັນບໍ່ໃຫ້ມີການເປ້ເພ ຈຶ່ງມີຄວາມຈຳເປັນ ຕ້ອງໄດ້ຟື້ນຟູ-ສ້ອມແປງ ຄອງເໝືອງແມ່ ທັງໝົດທີ່ບໍ່ທັນມີການສ້ອມແປງ 05 ຈຸດ ທີ່ມີຄວາມສ່ຽງສູງຈະເປ້ເພໃນແຕ່ລະປີ (ຕາມການສຳຫຼວດ ແລະ ຄິດໄລ່ ຂອງຂະແໜງ ຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ແຂວງ ລວມມູນຄ່າທັງ ໝົດ 5.179.063.256 ກີບ, ຈາກນັ້ນ ກໍ່ໄດ້ເດີນທາງຕິດຕາມຊຸກຍູ້ ການພັດທະນາອ່າງເກັບນ້ຳເຊກື ເບິງເຂດພື້ນທີ່ສ້າງຕັ້ງໂຮງງານຂອງບໍລິສັດ ອິນໂດໄຊນາ ( ປູກເຂົ້າຟາງ ) ແລະ ຕິຕາມ ໂຄງການຟື້ນຟູ ແລະ ສ້ອມແປງ ປ້ອງກັນເຈື່ອນອ້ອມເສົາຫົວຂົວ ພ້ອມຕາຝັ່ງເຈື່ອນແຄມເຊ ຍາວ 100 ແມັດ, ຂົວແກ້ງແກບ ເສັ້ນທາງ 2.6313 ມູນຄ່າ ທັງໝົດ 3.891.659.290 ກີບ, ທາງດັ່ງກ່າວແມ່ນໄດ້ຮັບຜົນກະທົບຈາກໄພພິບັດ(ນຳ້ຖ້ວມ) ໄດ້ສຳຫຼວດ, ໄດ້ຄິດໄລ່ ແລະ ປະເມີນລາຄາຜົນເສຍຫາຍ ມີມູນຄ່າທັງໝົດ 441.986.124 ກີບ. ການພັດທະນາເສດຖະກິດ-ຄົມ ການພັດທະນາຂອງເມືອງແມ່ນມີຄວາມຈຳເປັນ ເປັນຕົ້ນ ແມ່ນ : ຍົກລະດັບເສັ້ນທາງ, ກໍ່ສ້າງຂົວ ເສັ້ນທາງວົງແຫວນ: ໂຄງການສ້ອມແປງເສັ້ນທາງເລກທີ 5.6483 ແຍກ 2.6313 ບ້ານທ່າສະລາຄຳ ຫາບ້ານທົ່ງປາງ ໃນນັ້ນ ມີການກສ້າງຂົວ 01 ແຫ່ງ, ໂຄງການສ້ອມແປງເສັ້ນທາງເລກທີ 5.6483 ແຍກ 2.6313 ບ້ານຫ້ວຍໝື່ນ ຫາອ່າງເກັບນ້ໍາຊົນລະປະທານເຊສາລາລອງ, ການກໍ່ສ້າງຂົວເຊປ່ອງ ແລະ ຂົວເຊປະເອມ, ໂຄງການດັ່ງກ່າວນອນໃນເປັນເສັ້ນທາງຫຼວງແຫ່ງຊາດ G1 ແຕ່ເທດສະບານເມືອງ ຫາ ບ້ານຕາດໄຮ ເມືອງພີນ ຂົວດັ່ງກ່າວຈັດຕັ້ງປະຕິບັດໃນປີ 2013 ແລະ ໂຈະການກໍ່ສ້າງແຕ່ປີ 2016 ຈົນຮອດປັດຈຸບັນ ເສັ້ນທາງ ຂົວເຊປະເອມຍາວ 114 ແມັດ ກວ້າງ 6 ແມັດ, ຂົວເຊປະເອມຍາວ 96 ແມັດ ກວ້າງ 6 ແມັດ.

#Savannakhet#Medialaos

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version