Home ຂ່າວຕ່າງປະເທດ ແຂວງອຸດົມໄຊ ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານການຕ່າງປະເທດ ຄັ້ງທີ 2

ແຂວງອຸດົມໄຊ ສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານການຕ່າງປະເທດ ຄັ້ງທີ 2

0

ກອງປະຊຸມສະຫຼຸບຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານການຕ່າງປະເທດ ພະແນກການຕ່າງປະເທດ ຄັ້ງທີ 2 (ແຕ່ປີ 2016-2022) ແລະ ທິດທາງແຜນການ ແຕ່ນີ້ ຫາ 2025 ໄຂຂື້ນ ໃນວັນທີ 28 ມີນາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ມີ ທ່ານ ຈຳປາ ສີດາຄຳ ຫົວໜ້າພະແນກການຕ່າງປະເທດ, ມີຕາງໜ້າສະພາປະຊາຊົນແຂວງ, ເຈົ້າເມືອງ-ຮອງເຈົ້າເມືອງ 7 ເມືອງ, ພະແນກການ, ອົງການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຮັບຟັງການໂອ້ລົມ ແລະ ກ່າວເປີດ ໂດຍ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ເຊິ່ງທ່ານໄດ້ຍົກສູງບົດບາດຂອງວຽກງານພົວພັນການຕ່າງປະເທດ ທີ່ເຮັດໜ້າທີ່ເປັນສານາທີການໃຫ້ແກ່ແຂວງອຸດົມໄຊ ໃນການພົວພັນຮ່ວມມືກັບບັນດາປະເທດໃກ້ຄຽງ ພ້ອມທັງເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເຂົ້າໃນການສ້າງສາຍພົວພັນຮ່ວມມືກັບປະເທດ ຫວຽດນາມ, ສປ ຈີນ, ແລະ ຣາຊະອານາຈັກໄທ ແລະ ປະເທດອື່ນໆ ເພື່ອຍາດແຍ່ງດຶງດູດການລົງທຶນ ແລະ ການຊ່ວຍເຫຼືອຕ່າງໆ. ພ້ອມນີ້ ກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການຕ່າງປະເທດ 7 ປີ ຜ່ານມາ, ເຊິ່ງມີຫຼາຍດ້ານທີ່ພົ້ນເດັ່ນ ໂດຍສະເພາະ ແມ່ນການຮ່ວມມືກັບຕ່າງປະເທດ, ບັນດາປະເທດເພື່ອນບ້ານໃກ້ຄຽງມີຄວາມສົນໃຈຢາກເຂົ້າມາພົວພັນຮ່ວມມື ໂດຍອາໄສການເຊື່ອມໂຍງ-ເຊື່ອມຈອດກັບຫຼາຍຂະແໜງການ ດ້ານພື້ນຖານໂຄງລາງ, ການລົງທຶນ, ການຄ້າ, ການບໍລິການແລະການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ ແລະ ການກະສິກຳ. ສາມາດຍົກລະດັບ ແລະ ປະຕິບັດໄດ້ແນວທາງການຕ່າງປະເທດໄດ້ເປັນຮູບປະທຳ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ. ອັນພົ້ນເດັ່ນ ການນໍາແຂວງອຸດົມໄຊ ໄດ້ໃຫ້ຄວາມສຳຄັນ ແລະ ຍົກສູງການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ກັບ ສສ ຫວຽດນາມ 8 ແຂວງ, 1 ນະຄອນ ແລະ 1 ກອງບັນຊາການທະຫານເຂດ 2. ພ້ອມກັນນັ້ນ, ຕັ້ງໜ້າເພີ່ມທະວີການຮ່ວມມືຍຸດທະສາດ ຕາມທິດ 4 ດີ ແລະ ການພົວພັນຮ່ວມມືແບບຄູ່ຮ່ວມຊະຕາກຳ ລາວ-ຈີນ ກັບ 4 ແຂວງ ແລະ 1 ນະຄອນ ເຊິ່ງເນັ້ນຂົງເຂດການເຊື່ອມໂຍງ-ເຊື່ອມຈອດ ປະຊາຄົມ ເສດຖະກິດອາຊຽນ ເຫັນວ່າມີທ່າກ້າວໜ້າໃນເວທີອານຸພາກພື້ນ ແລະ ສາກົນ. ໃຫ້ຄວາມສຳຄັນຕໍ່ການມາຢ້ຽມຢາມສັນທະວະໄມຕີ, ທັດສະນະ ແລະ ໃຫ້ການຊ່ວຍເຫຼືອ ແຂວງອຸດົມໄຊ ໃນຫຼາຍແຜນງານ-ໂຄງການ. ສາມາດເວົ້າໄດ້ວ່າ ໃນໄລຍະ 7 ປີຜ່ານມາ ວຽກງານການຕ່າງປະເທດຂອງແຂວງອຸດົມໄຊ ໄດ້ຮັບຜົນສຳເລັດ ແລະ ປະກອບສ່ວນພັດທະນາພື້ນຖານໂຄງລ່າງ ຕໍ່ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມຂອງແຂວງ. ພ້ອມນີ້ ຍັງໄດ້ສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ, ສະຫຼຸບເພີ້ມເຕີມວຽກງານອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ປະຈຳປີ 2022 ແລະ ທິດທາງແຜນການປີ 2023, ຜ່ານຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ເຄື່ອນໄຫວຂອງພະແນກການປະເທດແຂວງອຸດົມໄຊ, ເຜີຍແຜ່ເຊື່ອມຊຶມ ມະຕິຄະນະບໍລິຫານງານພັກແຂວງ ວ່າດ້ວຍການເພີ້ມທະວີວຽກງານພົວພັນຮ່ວມມື ລະຫວ່າງ ແຂວງອຸດົມໄຊ ກັບບັນດາແຂວງ ສສ ຫວຽດນາມ (2021-2025) ແລະ ວຽກງານອື່ນໆ ຕື່ມອີກ.

#ອຸດົມໄຊ

#ມີເດຍລາວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version