Home ຂ່າວການເມືອງ 68 ປີພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ສ້າງໃຫ້ປະເທດລາວມີສະຖຽນລະພາບສັງຄົມມີສະຫົງບ ແລະ ເປັນລະບຽບຮຽບຮ້ອຍ

68 ປີພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ສ້າງໃຫ້ປະເທດລາວມີສະຖຽນລະພາບສັງຄົມມີສະຫົງບ ແລະ ເປັນລະບຽບຮຽບຮ້ອຍ

0

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955-22 ມີນາ 2023), ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວຫນ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ປະຕິບັດຫນ້າທີ່ໂຄສົກລັດຖະບານ ໄດ້ສະແດງຄວາມຮູ້ສືກ ແລະ ທັດສະນະຂອງຕົນຕໍ່ວັນສຳຄັນນີ້ວ່າ: ນັບແຕ່ໄດ້ຮັບການສ້າງຕັ້ງ ພັກປະຊາຊົນປະຕິວັດລາວໄດ້ກໍານົດອຸດົມການຂອງຕົນຢ່າງຈະແຈ້ງຄື: ນໍາພາປວງຊົນລາວທັງຊາດ ດໍາເນີນການຕໍ່ສູ້ຕ້ານພວກຈັກກະພັດລ່າເມືອງຂື້ນ ເພື່ອນໍາເອົາຄວາມເປັນເອກະລາດມາໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າມາໃຫ້ປະຊາຊົນສ້າງສາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ.

ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ, ເຫັນໄດ້ປະຈັກຕາ ວ່າ ບໍ່ມີຍຸກໃດ ສະໄໝໃດ ທີ່ປະເທດຊາດຂອງພວກເຮົາຈະໄດ້ຮັບການພັດທະນາຄືແນວນີ້ເປັນຕົ້ນແມ່ນບັນດາໂຄງລ່າງພື້ນຖານທີ່ຈໍາເປັນເຊັ່ນ: ໂຮງຮຽນ,ໂຮງໝໍ,ຖະໜົນຫົນທາງ,ໂທລະຄົມມານາຄົມ,ລະບົບໄຟຟ້າ, ນໍ້າປະປາ, ເສັ້ນທາງດ່ວນ ແລະ ທາງລົດໄຟລາວ-ຈີນ ທັງໝົດນັ້ນ ແມ່ນຍ້ອນພາຍໃຕ້ແສງສະສວ່າງຂອງພັກ,

ໃນໂອກາດອັນສະຫງ່າລາສີ ທີ່ມີຄວາມໝາຍສໍາຄັນ ກໍຄືວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ທີ່ກໍາລັງຈະໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງນີ້, ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດທຸກທ່ານ ຈົ່ງມີພະລານາໄມສົມບູນ,ມີຄວາມສຸກໃນຊີວິດສ່ວນຕົວ ກໍຄືໃນຄອບຄົວຂອງທຸກທ່ານສືບຕໍ່ນໍາພາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນຢ່າງບໍ່ຢຸດຢັ້ງ; ອວຍພອນແດ່ພະນັກງານ ສະມາຊິກພັກ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທຸກຖ້ວນໜ້າ ຈົ່ງມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີວຽກງານອັນມີກຽດຂອງແຕ່ລະທ່ານ

ໂດຍ ຈັນທະວົງ ອຸ່ນວິໄລຫົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version