Home ຂ່າວພາຍໃນ ອຸດົມໄຊ ສຳຫຼວດຄວາມເປັນໄປໄດ້ໃນການສ້າງເສັ້ນທາງ ບ້ານ ຕໍ່ ບ້ານ

ອຸດົມໄຊ ສຳຫຼວດຄວາມເປັນໄປໄດ້ໃນການສ້າງເສັ້ນທາງ ບ້ານ ຕໍ່ ບ້ານ

0

ເມື່ອບໍ່ດົນມານີ້, ທີມງານຍ່າງສຳຫຼວດແລວທາງເຊື່ອມຕໍ່ລະຫວ່າງບ້ານຫາດເຕິ ເມືອງງາ ຫາ ບ້ານມົກຫຼັກ ເຂດນ້ຳພວນ ເມືອງຮຸນ ແຂວງອຸດົມໄຊ ນຳໂດຍທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ມີທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງໆງາ ພ້ອມດ້ວຍຄະນະ.

ການຍ່າງສຳຫຼວດແລວເສັ້ນທາງຄັ້ງນີ້, ກໍເພື່ອສຶກສາຄວາມເປັນໄປໄດ້ໃນການສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງ ບ້ານຕໍ່ບ້ານ ເມືອງຕໍ່ເມືອງ ໃຫ້ມີການໄປມາສະດວກສະບາຍ ຄ້າຂາຍແລກປ່ຽນສີນຄ້າ, ວັດທະນະທຳ ແລະ ວຽກງານອື່ນໆໃຫ້ມີຄວາມຄ່ອງແຄ້ວ, ທັງເປັນການປະຕິບັດແຜນພັດທະນາເສດຖະກິດຂອງແຂວງອຸດົມໄຊ ທີ່ຈະຂະຫຍາຍເສັ້ນທາງອອກສູ່ເຂດຊົນນະບົດຫ່າງໄກສອກຫຼີກ ໃຫ້ມີເສັ້ນທາງໃຊ້ໄປມາຫາສູ່ກັນ.

ການຍ່າງສຳຫຼວດຄັ້ງນີ້, ມີໄລຍະທາງຍາວປະມານ 18 ກິໂລແມັດ. ໃນນີ້, ຜ່ານເຂດທົ່ງພຽງ 8,5 ກິໂລແມັດ, ຜ່ານເຂດພູສູງ 9,5 ກິໂລແມັດ ຊຶ່ງມີຄວາມເປັນໄປໄດ້ສູງໃນການສ້າງເສັ້ນທາງເຊື່ອມຕໍ່ລະຫວ່າງສອງບ້ານ ສອງເມືອງເຂົ້າຫາກັນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ແສງອາທິດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version