Home ຂ່າວໜ້າໜຶ່ງ ສະຫະພັນແມ່ຍິງ ຖວທ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ

ສະຫະພັນແມ່ຍິງ ຖວທ ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ

0

ສະຫະພັນແມ່ຍິງ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ປາຖະກະຖາມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 113 ປີ ພາຍໃຕ້ຄຳຂວັນ “ການນຳໃຊ້ດີຈິຕອນ ສຳລັບທຸກຄົນ: ການໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ” ໃນວັນທີ 20 ມີນາ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ນາງ ລາວັນ ສຸດທິສານ ຮອງປະທານຄະນະບໍລິ ຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ບົວໄຂ ເພັງພະຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ຖວທ ພ້ອມດ້ວຍປະທານ, ຄະນະຮາກຖານ, ໜ່ວຍສະຫະພັນແມ່ຍິງອ້ອມຂ້າງກະຊວງ ຖວທ ເຂົ້າຮ່ວມ.

ໂອກາດນີ້, ທ່ານຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນມູນເຊື້ອວັນແມ່ຍິງສາກົນ ໂດຍສະເພາະປະຫວັດຄວາມເປັນມາຂອງວັນແມ່ຍິງ ສາກົນ ວັນທີ 8 ມີນາ; ບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫລງການ ແລະ ກອງປະຊຸມຕ່າງໆກ່ຽວກັບແມ່ຍິງໃນລະດັບສາກົນ, ພາກພື້ນ ແລະ ອາຊຽນ; ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ; ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ ປີ 2022 ໂດຍທ່ານໄດ້ໃຫ້ຮູ້ວ່າ: ປັດຈຸບັນ, ລັດ ຖະບານແຕ່ລະປະເທດ ໄດ້ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຮັບສິດໃນການເລືອກຕັ້ງ ແລະ ສາມາດໄດ້ຮັບການເລືອກຕັ້ງຢູ່ໃນຕຳແໜ່ງສູງສຸດທາງດ້ານການເມືອງນັບມື້ນັບຫລາຍຂຶ້ນ.

ໃນປັດຈຸບັນ, ທົ່ວໂລກມີແມ່ຍິງທີ່ພວມດຳລົງຕຳແໜ່ງເປັນປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ຕຳແໜ່ງສຳຄັນອື່ນໆ ໃນຂົງເຂດການເມືອງຈຳນວນ 28 ທ່ານ. ໃນນີ້ ນາຍົກລັດຖະມົນຕີທີ່ມີອາຍຸນ້ອຍທີ່ສຸດໃນໂລກ ແມ່ນນາຍົກລັດຖະມົນຕີ ປະເທດຟີນແລນ ທີ່ໄດ້ຮັບຕໍ່າແໜ່ງອາຍຸພຽງແຕ່ 34 ປີ ແລະ ປັດຈຸບັນ ອາຍຸ 38 ປີ ຈຳນວນສະເລ່ຍຂອງສະມາຊິກສະພາເພດຍິງໃນທົ່ວໂລກ ມີຈຳນວນເພີ່ມຂຶ້ນ ຊຶ່ງມີຫລາຍກວ່າໝູ່ແມ່ນ ປະເທດເຣິວານດາ (ທະວີບອາຟຣິກກາ) ກວມເຖິງ 61,30%, ອັນດັບທີ 2 ແມ່ນປະເທດກູບາ ມີ 53,40% ແລະ ອັນດັບທີ 03 ແມ່ນປະເທດ ນິກາຣາກົວ ກວມ 50,60%. ສ່ວນ ສປປ ລາວ ແມ່ນນອນໃນອັນດັບທີ 103 ຊຶ່ງມີສະມາຊິກສະພາແຫ່ງຊາດເພດຍິງ ກວມ 22%. ນະໂຍບາຍ ແລະ ກົນໄກສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ໃນ ສປປ ລາວ, ລັດຖະບານ ໄດ້ມີແນວ ທາງນະໂຍບາຍ ຕໍ່ການພັດທະນາ, ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ, ຊຶ່ງໄດ້ກໍານົດແຈ້ງຢູ່ໃນລັດຖະທຳມະນູນ ແລະ ກົດໝາຍຕ່າງໆ. ພ້ອມນັ້ນ, ລັດຖະບານ ສປປ ລາວ ຍັງໄດ້ເປັນລັດພາຄີຂອງສົນທິສັນຍາສາກົນ ກ່ຽວກັບການປົກປ້ອງສິດທິຂອງແມ່ຍິງໃນດ້ານຕ່າງໆ ເປັນຕົ້ນ ລັດຖະທຳມະນູນສະບັບທໍາອິດ ໄດ້ຮັບຮອງເອົາໃນປີ 1991 ຮອດປີ 2003 ໄດ້ມີການປັບປຸງ, ມາດຕາ 24 ໄດ້ລະບຸວ່າ ພົນລະເມືອງລາວ ຍິງ-ຊາຍ ມີສິດເທົ່າທຽມກັນ ທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ; ລັດຖະທໍາມະນູນ ສະບັບປັບປຸງ ປີ 2015, ມາດຕາ 37 ໄດ້ລະບຸວ່າ ພົນລະເມືອງລາວຍິງ-ຊາຍ ມີສິດເທົ່າທຽມກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຄອບຄົວ; ທ້າຍປີ 2004 ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ຊຶ່ງເນື້ອໃນກົດໝາຍສະບັບນີ້ ເລັ່ງໃສ່ຮັບຮອງ ແລະ ຍົກສູງບົດບາດຂອງແມ່ຍິງ, ປົກປ້ອງສິດຜົນປະ ໂຫຍດອັນຊອບທໍາຂອງແມ່ຍິງ. ພ້ອມດຽວກັນນີ້, ທ່ານຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຍັງຮຽກຮ້ອງມາຍັງເພດຊາຍຈົ່ງໃຫ້ການຮ່ວມມື ແລະ ຍົກສູງບົດບາດຂອງເອື້ອຍນ້ອງແມ່ໃຫ້ຫລາຍຂຶ້ນ.

ໂອກາດດຽວກັນນີ້, ທ່ານ ນາງ ວຽງທອງ ພິມພະຈັນ ຮອງປະທານຄະນະບໍລິຫານງານສະຫະ ພັນແມ່ຍິງກະຊວງ ຖວທ ກໍໄດ້ລາຍງານສະຫລຸບຕີລາຄາ ການເຄື່ອນໄຫວວຽກງານໃນໄລຍະ 1 ປີຜ່ານ ມາທີ່ມີຜົນງານພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ສ້າງໃຫ້ແມ່ຍິງລາວບັນດາເຜົ່າ ກາຍເປັນພົນລະເມືອງດີ ມີນ້ຳໃຈຮັກຊາດ ມີຄຸນສົມບັດສິນທຳປະຕິວັດ, ມີມູນເຊື້ອຂອງແມ່ຍິງລາວ ປະກອບສ່ວນເຂົ້າໃນການພັດທະນາ ໂດຍສະເພາະແມ່ນວຽກງານຂົງເຂດຖະແຫລງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ. ນອກຈາກນີ້, ຍັງໄດ້ຮ່ວມມືກັບຫລາຍຂະແໜງການ ໃນການສ້າງວິຊາຊີບເສີມສ້າງວຽກເຮັດງານທຳໃຫ້ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ເພື່ອເຮັດໃຫ້ເຂົາເຈົ້າໄດ້ມີອາຊີບທີ່ໝັ້ນຄົງ, ມີລາຍໄດ້ສາມາດເພິ່ງຕົນເອງກຸ້ມຕົນເອງເທື່ອລະກ້າວ, ຖືເອົາຂໍ້ແຂ່ງຂັນ 3 ດີ ເປັນພື້ນຖານໃນການປະຕິບັດວຽກງານໃຫ້ມີຜົນສຳເລັດ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version