Home ຂ່າວຕ່າງປະເທດ ກຳປູເຈຍ ກຽມສົ່ງອອກພະລັງງານໝູນວຽນໄປສິງກະໂປ

ກຳປູເຈຍ ກຽມສົ່ງອອກພະລັງງານໝູນວຽນໄປສິງກະໂປ

0

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ຜູ້ປະກອບການດ້ານພະລັງງານໝູນວຽນໃນກຳປູເຈຍໄດ້ບັນລຸຂໍ້ຕົກລົງກັບບໍລິສັດໃນສິງກະໂປກ່ຽວກັບການສົ່ງອອກພະລັງງານ. ບໍລິສັດ Royal Group Power Company ຈຳກັດ ຂອງກຳປູເຈຍ ແລະ ບໍລິສັດ Keppel Energy ຈຳກັດ ຂອງສິງກະໂປໄດ້ລົງນາມຮ່ວມກັນໃນຂໍ້ຕົກລົງດ້ານການຈັດຊື້ພະລັງງານເພື່ອຈຳໜ່າຍ ແລະ ສົ່ງອອກພະລັງງານໝູນວຽນທີ່ຜະລິດໃນກຳປູເຈຍໄປຍັງສິງກະໂປ ລວມ 1 ກິກກະວັດ. ທ່ານ ຄິດ ເມັງ ປະທານບໍລິສັດ Royal Group Power Company ແລະ ທ່ານນາງ ຊິນດີ ລິນ ປະທານຄະນະເຈົ້າໜ້າທີ່ບໍລິຫານ (CEO) ຂອງ Keppel Infrastructure ຊຶ່ງເປັນບໍລິສັດແມ່ຂອງ Keppel Energy ລົງນາມຮ່ວມກັນໃນຂໍ້ຕົກລົງດັ່ງກ່າວ. ທັງນີ້, ຂໍ້ຕົກລົງການຈັດຊື້ ແລະ ສົ່ງອອກພະລັງງານ 1 ກິກກະວັດ ເປັນຄວາມຄືບໜ້າທີ່ເສີມສ້າງຂໍ້ຕົກລົງກ່ອນໜ້າຂອງທັງສອງຝ່າຍໃນການເດີນໜ້າພັດທະນາ ແລະ ດຳເນີນໂຄງການພະລັງງານໝູນວຽນຮ່ວມກັນໃນກຳປູເຈຍດ້ວຍຈຸດປະສົງ ເພື່ອການສົ່ງອອກພະລັງງານໝູນວຽນໄປຍັງສິງກະໂປຜ່ານສາຍສົ່ງໄຟຟ້າແຮງດັນສູງໃຕ້ນ້ຳ ໂດຍມີ Keppel Energy ເປັນຜູ້ຮັບຊື້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version