Home ຂ່າວການເມືອງ ໜ່ວຍສະຫະພັນແມ່ຍິງ 5 ກອງຮ້ອຍ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V

ໜ່ວຍສະຫະພັນແມ່ຍິງ 5 ກອງຮ້ອຍ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ V

0

ໃນວັນທີ 16 ມີນາ 2023 ນີ້ ໜ່ວຍສະຫະພັນແມ່ຍິງ 5 ກອງຮ້ອຍ ທີ່ຂື້ນກັບກອງພົນທີ 2 ໃນນັ້ນມີ ກອງຮ້ອຍ 20, ກອງຮ້ອຍ 22, ກອງຮ້ອຍ 23, ກອງຮ້ອຍ 24 ແລະ ກອງຮ້ອຍ 25 ທີ່ໄດ້ສຳເລັດການດຳເນີນກອງປະຊຸມ ໃຫຍ່ ຄັ້ງທີ V ຂອງຕົນ ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພັນໂທ ນາງ ຄຳຜູ ພັນທະວົງ ຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນ ທີ 2 ມີຄະນະພັກ ຄະນະບັນຊາ 5 ກອງຮ້ອຍ, ຄະນະໜ່ວຍ, ຕະຫລອດຮອດ ສະມາຊິກເອື້ອຍນ້ອງແມ່ຍິງ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ຮ້ອຍເອກ ນາງ ຈັນສະໄໝ ມະໂນທຳ ເລຂາໜ່ວຍສະຫະພັນແມ່ຍິງ 5 ກອງຮ້ອຍ ໄດ້ຜ່ານບົດສະຫລຸບລາຍງານການເມືອງໃນໄລຍະ 5 ປີຜ່ານມາ ແລະ ຜ່ານທິດທາງແຜນການ 5 ປີ ໃນຕໍ່ໜ້າ ເຊີ່ງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນຫລາຍດ້ານ ຕະຫລອດໄລຍະ 5 ປີຜ່ານມາ, ຄະນະໜ່ວຍສະຫະພັນແມ່ຍິງ ໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງນຳພາແນວຄິດໃຫ້ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍມີຄວາມໜັກແໜ້ນເຂັ້ມແຂງ, ເຊື່ອມຊືມກຳແໜ້ນຕໍ່ແນວທາງ ນະໂຍບາຍຂອງພັກ-ລັດ ແລະ ຂໍ້ກຳນົດ ກົດລະບຽບ ຂອງກອງທັບ ແລະ ຂອງສະຫະພັນແມ່ຍິງລາວວາງອອກ, ເຮັດໃຫ້ເອື້ອຍນ້ອງສະຫະພັນແມ່ຍິງ ມີແນວຄິດອຸ່ນອຽງທຸ່ນທ່ຽງ, ຫ້າວຫັນຕໍ່ໜ້າທີ່ວຽກງານ ແລະ ຮັກສາໄດ້ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງແມ່ຍິງລາວ, ມີຄວາມສາມັກຄີ ພາຍໃນແໜ້ນແຟ້ນ ແລະ ເປັນເຈົ້າການຕ້ານສະກັດກັ້ນທຸກປະກົດການ ຫຍໍ້ທໍ້, ປະກອບສ່ວນເຂົ້າຮ່ວມທຸກຂະບວນການຂອງກົມກອງ ຢ່າງເປັນ ຂະບວນການຟົດຟື້ນ, ເປັນເຈົ້າການປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງ ສະຫະພັນແມ່ຍິງລາວວາງອອກ. ປັດຈຸບັນ ໜ່ວຍສະຫະພັນ 5 ກອງຮ້ອຍ ມີສະມາຊິກເອື້ອຍນ້ອງແມ່ຍິງທັງໝົດ 21 ສະຫາຍ ຜ່ານການປະຕິບັດ ວຽກງານຕົວຈິງ ສາມາດຄັດເລືອກໄດ້ພົນລະເມືອງດີ 20 ສະຫາຍ, ພັດທະນາດີ 17 ສະຫາຍ, ສ້າງຄອບຄົວດີ 17 ສະຫາຍ, ບຸກຄົນ 3 ດີ ປະເພດ 1 ໄດ້ 17 ສະຫາຍ, ບຸກຄົນ 3 ດີ ປະເພດ 2 ໄດ້ 3 ສະຫາຍ, ນອກນີ້ ຍັງໄດ້ຈັດຕັ້ງ ກອງທືນຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປະຈຸບັນມີເງິນກອງທືນທັງໝົດ 64.890.000 ກີບ. ໃນກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດ ຄໍາເຫັນ ພ້ອມທັງ ປ່ອນບັດຄັດເລືອກເອົາຄະນະໜ່ວຍສະຫະພັນແມ່ຍິງຊຸດໃໝ່ ໄດ້ຕາມລະດັບຄາດໝາຍ.

ໂດຍ: ສຸວັນໂນ ທະລັງສີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version