Home ຂ່າວຕ່າງປະເທດ ກອງປະຊຸມເວທີປຶກສາຫາລືຄຸ້ມຄອງການເງິນທົ່ວໂລກ

ກອງປະຊຸມເວທີປຶກສາຫາລືຄຸ້ມຄອງການເງິນທົ່ວໂລກ

0

ຂ່າວສານຊີອາໄອລາຍງານ ເມື່ອທ້າຍອາທິດຜ່ານມາ, ກອງປະຊຸມປະຈຳປີ 2023 ຂອງເວທີປຶກສາຫາລືຄຸ້ມຄອງການເງິນທົ່ວໂລກ ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ໂດຍມີຜູ້ນຳ ແລະ ຜູ້ຊ່ຽວຊານໃນວົງການທະນາຄານທີ່ມາຈາກຈີນ ແລະ ຕ່າງປະເທດ ເຂົ້າຮ່ວມປຶກສາຫາລືກ່ຽວກັບວິທີຮັບມືກັບການປ່ຽນແປງຂອງສະຖານະການທົ່ວໂລກ.

ໃນເວທີປຶກສາຫາລື, ທ່ານ ໂລຈີ້ເຫວີຍ ປະທານຄະນະບໍລິຫານງານຂອງເວທີປຶກສາຫາລືຄຸ້ມຄອງການເງິນທົ່ວໂລກ ອະດີດລັດຖະມົນຕີກະຊວງການເງິນຈີນ ກ່າວວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ, ໃນອະນາຄົດ, ຕະຫຼາດໃຫຍ່ທີ່ເປີດປະຕູສູ່ພາຍນອກຂອງຈີນຈະສືບຕໍ່ອຳນວຍໂອກາດຫຼາຍກວ່າເກົ່າໃຫ້ແກ່ວິສາຫະກິດປະເທດຕ່າງໆໃນການພັດທະນາຢູ່ຈີນຢ່າງແນ່ນອນ. ທ່ານ ຊ່ວນຊ່າງເນີງ ຮອງຜູ້ວ່າການທັງເປັນກຳມະການຄະນະພັກຂອງທະນາຄານປະຊາຊົນຈີນຊີ້ອອກວ່າ ພາຍໃຕ້ສະພາບແວດລ້ອມທີ່ສັບສົນ ແລະ ມີການປ່ຽນແປງເລື້ອຍໆ, ການເປີດປະຕູສູ່ພາຍນອກ, ຄວາມໝັ້ນທ່ຽງ ແລະ ການພັດທະນາຂອງຕະຫຼາດຈີນໄດ້ອຳນວຍໂອກາດ ແລະ ທາງເລືອກຫຼາຍຢ່າງໃຫ້ແກ່ໂລກ ໂດຍສະເພາະແມ່ນການເປີດປະຕູສູ່ພາຍນອກຂອງຕະຫຼາດການທະນາຄານຂອງຈີນທີ່ນັບມື້ນັບລົງສູ່ລວງເລິກ ໄດ້ອຳນວຍໂອກາດໃໝ່ໃຫ້ແກ່ນັກລົງທຶນ ເພື່ອຄຸ້ມຄອງການເງິນ ແລະ ຈັດສັນທຶນຮອນໃຫ້ດີ.

ໃນເວລາກ່າວຄຳປາໄສ, ທ່ານ ເຊ້ຍຊ່ຽນເຕີ ຮອງລັດຖະມົນຕີ ທັງເປັນສະມາຊິກຄະນະພັກກະຊວງການເງິນຈີນກ່າວວ່າ: ປັດຈຸບັນນີ້, ໂລກ, ຍຸກສະໄໝ ແລະ ປະຫວັດສາດກຳລັງປະສົບກັບການປ່ຽນແປງທີ່ບໍ່ເຄີຍມີມາກ່ອນ, ໂອກາດການພັດທະນາກັບການປ່ຽນແປງຂອງສະຖານະການທົ່ວໂລກມີຢູ່ຮ່ວມກັນ ໂດຍປະເຊີນໜ້າກັບການປ່ຽນແປງຂອງສະຖານະການທົ່ວໂລກ, ລັດຖະບານຈີນໄດ້ສຸມກຳລັງເພື່ອເຮັດໃຫ້ສະພາບລວມຂອງເສດຖະກິດມີຄວາມໝັ້ນທ່ຽງ, ເສດຖະກິດຈີນໄດ້ເສີມຂະຫຍາຍບົດບາດເປັນແຮງຂັບເຄື່ອນເສດຖະກິດທົ່ວໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version