Home ສຶກສາ ສູນວັດທະນະທຳຈີນ ປະຈໍາລາວ ເປີດໃຫ້ບໍລິການ ເຕັມຮູບແບບ

ສູນວັດທະນະທຳຈີນ ປະຈໍາລາວ ເປີດໃຫ້ບໍລິການ ເຕັມຮູບແບບ

0

ວັນທີ 18 ມີນາ 2023 ຜ່ານມາ, ສູນວັດທະນະທຳຈີນປະຈໍາ ສປປ ລາວ ໄດ້ເປີດໃຫ້ບໍລິການມວນຊົນ ເຕັມຮູບແບບອີກຄັ້ງ ຢ່າງເປັນທາງການ ເຊິ່ງພາຍໃນສູນ ຍັງຫ້ອງວາງສະແດງ, ຫ້ອງອະເນກປະສົງ, ຫ້ອງສະໝຸດ, ຫ້ອງສຳຜັດວັດທະນະທຳ ແລະ ຫ້ອງອື່ນໆ, ພ້ອມນັ້ນໄດ້ເປີດຫ້ອງຝຶກອົບຮົມພາສາຈີນ HSK1 ຊຸດທີ 6 ໂດຍມີນັກຮຽນ ຈາກທຸກສາຂາອາຊີບ ເຂົ້າຮ່ວມ.

ພາຍໃນຫ້ອງວາງສະແດງ ມີຮູບແຕ້ມບູຮານຈີນ 40 ຮູບ ທີ່ສະແດງໃຫ້ເຫັນທັດສະນີຍະພາບທີ່ສວຍສົດງົດງາມຂອງພູຜາ ແລະ ແມ່ນໍ້າຍຸກສະໄໝບູຮານຈີນ, ແນວຄວາມຄິດດ້ານສິລະປະໃນບົດກະວີ ແລະ ຮູບແຕ້ມ ໄດ້ສືບສານອະລິຍະທໍາຂອງປະຊາຊົນຈີນ ທີ່ຍາວນານກວ່າ 5.000 ປີ; ຫ້ອງອະເນກປະສົງ ຍັງມີການສາຍຮູບເງົາຈີນ ເຊິ່ງຈັດໃນຫົວຂໍ້ “ໂຮງໜັງວັນຢຸດສັບປະດາ”ຮູບເງົາ “ປະຕິບັດການທະເລແດງ”. ສຳລັບຫ້ອງສະໝຸດ ມີປື້ມຫລາຍກວ່າ 4.000 ຫົວ, ປະກອບມີປື້ມພາສາຈີນ, ພາສາລາວ ແລະ ພາສາອັງກິດສາມາດເຂົ້າມາອ່ານໄດ້ໂດຍບໍ່ເສຍຄ່າ ເຊິ່ງໄດ້ນຳເອົາໜັງສືກ່ຽວກັບວັດທະນະ ທຳເປັນຫລັກ, ມີເຄື່ອງມືອ່ານເອເລັກໂຕຣນິກທີ່ທັນສະໄໝ, ມີບ່ອນອ່ານໜັງສືສະເພາະເດັກນ້ອຍ, ມີ ບໍລິການການຢືມປື້ມ ແລະ ຫ້ອງສຳຜັດວັດທະນະທຳ ໄດ້ອອກແບບເປັນແບບບູຮານ ມີອົງປະກອບວັດທະນະທຳອັນດັ້ງເດີມຂອງຈີນ, ສາມາດສຳຜັດໄດ້ເຖິງສະເໜ່ທີ່ບໍ່ມີສິ້ນສຸດຂອງເຄື່ອງດົນຕີຈີນ ແລະ ໝາກລຸກຈີນ. ນອກນີ້, ຍັງມີການສະແດງສິລະປະຊົງນໍ້າຊາ, ມີກາເຟ ແລະ ຂອງຫວ່າງໄວ້ບໍລິການ.

ຫໍສະໝຸດຂອງສູນວັດທະນະທຳຈີນ ປະຈໍາ ສປປ ລາວ ເປີດໃຫ້ບໍລິການທຸກໆວັນພຸດ-ວັນສຸກ ຕອນເຊົ້າ ເວລາ 9:00-11:00 ໂມງ ແລະ ຕອນບ່າຍ ເວລາ 14:30-16:30 ໂມງ; ຫ້ອງວາງສະແດງ, ໂຮງໜັງ, ຫ້ອງສຳຜັດວັດທະນະທຳເປີດທຸກໆວັນເສົາ ເວລາ 9:00-16:00 ໂມງ; ຫ້ອງຮຽນພາສາຈີນ ເປີດສອນວັນເສົາ-ວັນອາທິດ ເວລາ 9:00-11:00 ໂມງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version