Home ຂ່າວການເມືອງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນ ວັນສ້າງຕັ້ງພັກ ປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນ ວັນສ້າງຕັ້ງພັກ ປປ ລາວ

0

ໃນວັນທີ 17 ມີນາ 2023 ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍພະນັກງານຫລັກແຫລ່ງ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບ ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍພະນັກງານຂອງສະຖານທູດ ເຂົ້າອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ຫງວຽນບ໋າຮຸ່ງ ພ້ອມດ້ວຍຄະນະ ທີ່ມາອວຍພອນ ໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ເຊິ່ງເປັນການສະແດງເຖິງການຖືສໍາຄັນ ແລະ ມິດຈິດມິດໃຈແຫ່ງການພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍຄື ລະຫວ່າງ ຄະ ນະພົວພັນຕ່າງປະເທດສູນກາງພັກ ແລະ ສະຖານເອກອັກຄະລັດຖະທູດຫວຽດນາມ ແລະ ໄດ້ກ່າວວ່າ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ມີຕົ້ນກໍາເນີດຈາກພັກກອມມູນິດອິນ ດູຈີນ, ຕະຫລອດໄລຍະ 68 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງ, ພັກປະຊາຊົນ ປະຕິວັດລາວ ໄດ້ແບກຫາບພາລະກໍາປະຫວັດສາດ ເຮັດສໍາເລັດພາລະກິດປົດປ່ອຍປະເທດຊາດ, ສືບຕໍ່ປົກປັນຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ່ຈຸດໝາຍສັງຄົມນິຍົມ. ເຖິງວ່າຈະໄດ້ຮັບການກະທົບຈາກການແພ່ລະບາດຂອງເຊື້ອພະຍາດໂຄວິດ-19, ຜົນກະທົບຈາກສະພາບການພາກພື້ນ ແລະ ສາກົນ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ແຕ່ພັກ, ລັດຖະບານລາວ ກໍໄດ້ມີຄວາມພະຍາຍາມສູງໃນການແກ້ໄຂບັນຫາເທື່ອລະກ້າວ, ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບ ປຸງດີຂຶ້ນ. ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ ພັກ, ລັດ ແລະ ປະຊາຊົນ ຫວຽດ ນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນຂອງປະຊາຊົນລາວ.

ສະຫາຍ ຫງວຽນບ໋າຮຸ່ງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດ ແລະ ຜົນງານອັນໃຫຍ່ຫລວງ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ຍາດມາໄດ້ຕະຫລອດໄລຍະ 68 ປີ ທີ່ຜ່ານມາ ພາຍໃຕ້ການນໍາພາອັນສະຫລາດສ່ອງໃສໜັກແໜ້ນເຂັ້ມແຂງຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທົດສອບນາໆປະການ, ຍາດໄດ້ໄຊຊະນະອັນໃຫຍ່ຫລວງ, ມີຄວາມໝາຍປະຫວັດສາດ ໃນພາລະກິດການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພິເສດ, ຕະຫລອດໄລຍະ 35 ກວ່າປີ ແຫ່ງການຈັດຕັ້ງປະຕິບັດແນວ ທາງການປ່ຽນແປງໃໝ່ ຂອງ ພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວ ສາມາດຍາດໄດ້ບັນດາຜົນສໍາເລັດອັນໃຫຍ່ຫລວງ, ຮອບດ້ານ, ມີຄວາມໝາຍປະຫວັດສາດ, ຮັບປະກັນສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມ ມີຄວາມສະຫງົບສຸກໂດຍພື້ນຖານ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂື້ນຢ່າງບໍ່ຢຸດຢັ້ງ; ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບມີຄວາມໜັກແໜ້ນ, ການພົວພັນຕ່າງປະເທດ ໄດ້ຮັບການເປີດກວ້າງ, ບົດບາດ ແລະ ອິດທິພົນຂອງພັກປະຊາຊົນ ປະຕິວັດລາວ ແລະ ປະເທດສາທາລະນະລັດ ປະຊາທິປະ ໄຕປະຊາຊົນລາວ ນັບມື້ຍິ່ງໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ເຊື່ອໜັ້ນວ່າ ດ້ວຍການເສີມຂະ ຫຍາຍມູນເຊື້ອອັນສະຫງ່າງາມ ແລະ ຜົນສໍາເລັດທີ່ຍາດມາໄດ້ນັ້ນ, ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່ໃຫຍ່ຫລວງກວ່າເກົ່າ ໃນພາລະກິດການປ່ຽນແປງໃໝ່, ສືບ ຕໍ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ປະສົບຜົນສໍາເລັດຢ່າງມີໄຊ, ສ້າງປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ຕາມຈຸດໝາຍສັງຄົມນິຍົມ.

ສອງຝ່າຍຕ່າງກໍ່ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍດ້ວຍທ່ວງທ່າທີ່ຕັ້ງໜ້າ ນັບມື້ກ້າວເຂົ້າສູ່ລ່ວງເລິກໃນທຸກຂົງເຂດວຽກງານ ແລະ ມີປະສິດທິຜົນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ.

ຂ່າວ: ຄຕພ

ພາບ: ເກດສະໜາ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version