Home ທຸລະກິດ ບໍລິສັດສວນຊາ 36 ແຂວງຈຳປາສັກ ຄວ້າລາງວັນອັນດັບໜື່ງໃນງານປະກວດຊາລາວສູ່ສາກົນ

ບໍລິສັດສວນຊາ 36 ແຂວງຈຳປາສັກ ຄວ້າລາງວັນອັນດັບໜື່ງໃນງານປະກວດຊາລາວສູ່ສາກົນ

0

ໃນລະຫວ່າງ ວັນທີ 17-19 ມີນາ 2023 ກະຊວງອຸດສາຫະກໍາ ແລະ ການຄ້າ ການຈັດງານວາງສະແດງຊາລາວສູ່ສາກົນ (Laos Tea to the World) ຂຶ້ນທີ່ເຮືອນຈັນ, ມໍລະດົກຫຼວງພະບາງ ເຊິ່ງເປັນຄັ້ງທໍາອິດທີ່ໄດ້ເຊື້ອເຊີນຫົວໜ່ວຍທຸລະກິດຜູ້ປະກອບການຜະລິດຕະພັນຊາລາວ ໃນທົ່ວປະເທດ ທີ່ມີທ່າແຮງເຂົ້າຮ່ວມງານ ລວມທັງໝົດ 42 ຫ້ອງ, ໃນນັ້ນ, ຫ້ອງວາງສະແດງຫົວໜ່ວຍທຸລະກິດຊາລາວ ໃນຂອບເຂດທົ່ວປະເທດ ໄດ້ເຂົ້າຮ່ວມວາງສະແດງ ຈຳນວນທັງໝົດ 16 ຫ້ອງ ຈາກ ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ໄຊຍະບູລີ, ຊຽງຂວາງ, ຈຳປາສັກ ແລະຫຼວງພະບາງ. ພາຍໃນງານວາງສະແດງໄດ້ມີການຈັດກິດຈະກຳປະກວດຊາລາວສູ່ສາກົນ ໂດຍການນຳສະເໜີຜະລິດຕະພັນຊາ ແລະວິທີປຸງແຕ່ງຊາຕົນເອງໃນຮູບແບບ ທີ່ເປັນເອກະລັກໂດດເດັ່ນ ເພື່ອຍາດຊີງລາງວັນຈາກຄະນະກຳມະການ, ເຊີ່ງຜະລິດຕະພັນຊາທີ່ຊະນະເລີດ 3 ບໍລິສັດ ຈະໄດ້ນຳໄປວາງສະແດງ ແລະໂຄສະນາ ໃນຫ້ອງວາງສະແດງແຫ່ງຊາດລາວ ທີ່ງານວາງສະແດງໂລກ EXPO 2025 Osaka ປະເທດຍີ່ປຸ່ນ, ລວມທັງງານວາງສະແດງພາກພື້ນ ແລະອື່ນໆ.

ຜ່ານການປະກວດຜົນປະກົດວ່າ ອັນດັບທີ່ 1 ໄດ້ແກ່ ບໍລິສັດ ສວນຊາ 36 ແຂວງຈຳປາສັກ, ອັນດັບທີ່ 2 ແມ່ນ ບໍລິສັດ ນາງ ດວງມາລາທໍ່ ຜະລິດ ແລະປຸງແຕງຊາພູສັນ ແຂວງຊຽງຂວາງ ແລະອັນດັບ 3 ແມ່ນບໍລິສັດຄິງຊາຫຼວງ ຈາກແຂວງຫຼວງນໍ້າທາ, ນອກນັ້ນ ໄດ້ມີລາງວັນຊົມເຊີຍອີກ 5 ລາງວັນ ຕື່ມອີກ. ທ່ານ ຢຽນຢົງ ຮອງປະທານບໍລິສັດສວນຊາ 36 ໄດ້ໃຫ້ສຳພາດວ່າ: ບໍລິສັດສວນຊາ 36 ໄດ້ສ້າງຕັ້ງຂື້ນໃນປີ 2017 ຜ່ານມາບໍລິສັດໄດ້ຕັ້ງໃຈພັດທະນາຜະລິດຕະພັນຊາ ຢູ່ພູພຽງບໍລິເວນແຂວງຈຳປາສັກ ໃຫ້ເປັນສີນຄ້າທີ່ຜ່ານການຍອມຮັບຂອງຜູ້ບໍລິໂພກທັງພາກພື້ນ ແລະສາກົນ ປັດຈຸບັນໄດ້ມີຫຼາກຫຼາຍຜະລິດຕະພັນ ທີ່ຂາຍໄປປະເທດຈີນ, ຍີ່ປຸ່ນ ແລະປະເທດເຂດເອີຣົບ, ເຊີ່ງປີ 2021-2022 ບໍລິສັດໄດ້ຮັບລາງວັນທີ່ 1 ໃນການປະກວດຊາຂາວ ແລະຊາແດງ ຈາກສະຫະລັດອາເມລິກາ, ປັດຈຸບັນບໍລິສັດມີສາຂາຈຳໜ່າຍຜະລິດຕະພັນ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈຳປາສັກ ແລະແຂວງຫຼວງນ້ຳທາ, ສຳລັບແຜນການຕໍ່ໜ້າ ບໍລິສັດຈະເອົາໃຈໃສ່ໃນການໂຄສະນາ ວາງສະແດງ ແລະຂາຍຜະລິດຕະພັນ ຢູ່ຕະຫຼາດທັງພາຍໃນ ແລະຕ່າງປະເທດໃຫ້ຫຼາຍຂື້ນ.

ຕະຫຼອດໄລຍະຂອງການຈັດງານໃນ 3 ວັນ ໄດ້ມີການການວາງສະແດງກ່ຽວກັບຜະລິດຕະພັນຊາ ຈາກຜູ້ປະກອບການທົ່ວປະເທດມາວາງສະແດງ ເພື່ອຜູ້ເຂົ້າຊົມຈະໄດ້ເຫັນເຖິງຄວາມອຸດົມສົມບູນ, ຄວາມຫຼາກຫຼາຍ ແລະສີສັນຂອງຊາລາວ ລວມໄປເຖິງຊາບູຮານ ແລະຊາສະໄໝໃໝ່, ພ້ອມທັງຈັດງານສຳມະນາ ຊາລາວສູ່ຊາໂລກ ແລະກອງປະຊຸມພົບປະທຸລະກິດ ທີ່ມີການນໍາສະເໜີກ່ຽວກັບຍຸດທະສາດ ການພັດທະນາຊາລາວສູ່ຕະຫຼາດ, ແບ່ງປັນ ປະສົບການຕົວຈິງຂອງຫົວໜ່ວຍທຸລະກິດ ທີ່ປະສົບຜົນສຳເລັດໃນການສົ່ງອອກຊາລາວໄປສູ່ຕະຫຼາດພາຍໃນ ແລະຕ່ງປະເທດ ອີກດ້ວຍ.

ຂ່າວ: ອາພຸດເດດ ພາບ: ດາວອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version