Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ ກຳປູເຈຍ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

ຮອງນາຍົກລັດຖະມົນຕີ ກຳປູເຈຍ ວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມ

0

ສະຫາຍ ສົມເດັດ ກຼໍລາໂຮມ ຊໍ ເຄັງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫຼວງວຽງຈັນ ໃນຕອນເຊົ້າວັນທີ 19 ມີນາ 2023 ເນື່ອງໃນໂອກາດ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ກະຊວງ ປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ, ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 17-20 ມັງກອນ 2023 ນີ້.

ການວາງພວງມະລາໃນຄັ້ງນີ້, ຝ່າຍ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ພົນໂທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ເພື່ອສະແດງເຖິງຄວາມເຄົາລົບ ຕໍ່ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວ ທີ່ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະ ລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ແລະ ສືບຕໍ່ປະຕິບັດ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ມາຈົນເຖິງປະຈຸບັນ.

ພາບ-ຂ່າວ: ສິລິພອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version