Home ຂ່າວຕ່າງປະເທດ ສປ ຈີນ ສົ່ງດາວທຽວ “ຊື້ຢ້ຽນ” ເລກ 19 ສຳເລັດຢ່າງຈົບງາມ

ສປ ຈີນ ສົ່ງດາວທຽວ “ຊື້ຢ້ຽນ” ເລກ 19 ສຳເລັດຢ່າງຈົບງາມ

0

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ, ເວລາ 19 ໂມງ 41 ນາທີ ຂອງວັນທີ 15 ມີນານີ້, ສປ ຈີນ ໄດ້ສົ່ງດາວທຽມ “ຊື້ຢ້ຽນ” ເລກ 19 ດ້ວຍຈະຫລວດຂົນສົ່ງ “ຊາງເຈີ່ງ” 11 ຂື້ນສູ່ອາວະກາດສຳ​ເລັດ​ຢ່າງ​ຈົບງາມ ຢູ່ສູນສົ່ງດາວທຽມຈິວຊວນ, ດາວທຽມໄດ້ເຂົ້າສູ່ວົງໂຄຈອນທີ່ກຳນົດໄວ້ແລ້ວ. ດາວທຽມ “ຊື້ຢ້ຽນ” ເລກ 19 ຕົ້ນຕໍ ແມ່ນໃຊ້ສຳລັບການສຳຫລວດ ກວດກາ ທີ່ດິນແຫ່ງຊາດ, ການວາງຜັງເມືອງ, ການປ້ອງກັນ ແລະ ຫລຸດຜ່ອນ ໄພພິບັດ ແລະ ຂົງເຂດອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version