Home ຂ່າວຕ່າງປະເທດ ຍອດຜູ້ເສຍຊີວິດຈາກດິນເຈື່ອນຢູ່ອິນໂດເນເຊຍ ເພີ່ມຂຶ້ນ 50 ຄົນ

ຍອດຜູ້ເສຍຊີວິດຈາກດິນເຈື່ອນຢູ່ອິນໂດເນເຊຍ ເພີ່ມຂຶ້ນ 50 ຄົນ

0

ຕາມ​ຂ່າວ​ຈາກ ຈາ​ກາ​ຕາ, ຍອດ​ຜູ້​ເສຍ​ຊີວິດ ຫລ້າ​ສຸດ ຈາກ​ເຫດການ ​ດິນ​ເຈື່ອນ ທີ່​ເກາະ​ ​ເຂດຫ່າງ​ໄກ ​ຂອງ​ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ 50ຄົນ ​ໃນ​ນີ້ ​ເປັນ​ເດັກ 8ຄົນ ​ແລະ ຍັງສູນຫາຍອີກ 4ຄົນ. ຂະນະ​ດຽວ​ກັນ ປະຊາຊົນ 3.000ຄົນ ບໍ່​ມີ​ທີ່ຢູ່​ອາ​ໄສ ​ແລະ ຕ້ອງ​ພັກອາ​ໄສ​ຢູ່​ ສະຖານ​ທີ່ ​ທາງ​ການ ຈັດ​ໄວ້​​ໃຫ້ ຫລາຍ​ແຫ່ງ. ນອກ​ນີ້ ຍັງ​ມີ​ເຮືອນປະຊາຊົນ ຫລາຍ​ຫລັງ ຍັງບໍ່​ທັນ​ມີ​ ໄຟຟ້າ​ໃຊ້. ປັດຈຸບັນ ໜ່ວຍ​ງານ ​ທີ່​ກ່ຽວຂ້ອງ ພວມ​ລົງ​ພື້ນ​ທີ່ ໃຫ້ການ​ຊ່ວຍ​ເຫລືອ​ ປະຊາຊົນ ​ທີ່​ໄດ້​ຮັບ​ ຜົນ​ກະທົບ ​ຢ່າງ​ຮີບ​ດ່ວນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version