Home ຂ່າວຕ່າງປະເທດ ຫວຽດນາມ ຈັດພິທີຕ້ອນຮັບນັກທ່ອງທ່ຽວຈີນ ຢ່າງຄືກຄື້ນ

ຫວຽດນາມ ຈັດພິທີຕ້ອນຮັບນັກທ່ອງທ່ຽວຈີນ ຢ່າງຄືກຄື້ນ

0

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ, ກຸ່ມນັກທ່ອງທ່ຽວຈີນ ຈຳນວນ 120 ຄົນໄດ້ເດີນທາງໄປຮອດຫວຽດນາມ ​ໃນວັນທີ 15 ມີນານີ້, ກາຍເປັນກຸ່ມ ນັກທ່ອງທ່ຽວຈີນ ທີ່ເດີນທາງ ໄປຮອດ ຫວຽດນາມ ໂດຍຜ່ານດ່ານ ທາງບົກ ຊຸດທຳອິດ ພາຍຫລັງ ຈີນໄດ້ທົດລອງ ຟື້ນຟູ ການອອກໄປທ່ຽວ ຢູ່ຕ່າງປະເທດ ແບບເປັນກຸ່ມ.​

ໃນດ່ານສາກົນ ມິດຕະພາບ ແຂວງລາງເຊີນ ຂອງຫວຽດນາມ ມີຍິງສາວຫວຽດນາມ ພວມໃສ່ໝວກໄມ້ໄຜ່ ແລະ ນຸ່ງຊຸດຍາວ ໄດ້ມອບດອກໄມ້ໃຫ້ແກ່ນັກທ່ອງທ່ຽວຈີນ, ມວນຊົນທ້ອງຖິ່ນ ໄດ້ຈັດການສະແດງ ເຊີດສິງໂຕ ເພື່ອຕ້ອນຮັບ ນັກທ່ອງທ່ຽວຈີນ ຢ່າງ​ຄືກ​ຄື້ນ.ຈາກ​ນັ້ນ ທ່ານ ຫາ ວານ ສຽວ, ຮອງຫົວໜ້າກົມ ການທ່ອງທ່ຽວ ກະຊວງວັດທະນະທຳ ກິລາ ແລະ ການທ່ອງທ່ຽວຫວຽດນາມ ໃຫ້ສຳພາດຕໍ່ນັກຂ່າວວ່າ: ການຮ່ວມມື ດ້ານການທ່ອງທ່ຽວ ແມ່ນຂົງເຂດ ທີ່ສຳຄັນ ໃນການຮ່ວມມື ລະຫວ່າງຫວຽດນາມ-ຈີນ. ຂະແໜງ ການທ່ອງທ່ຽວ ແມ່ນເສົາຄ້ຳ ທີ່ສຳຄັນ ດ້ານເສດຖະກິດ ຂອງຫວຽດນາມ, ການກັບຄືນມາ ຂອງນັກທ່ອງທ່ຽວຈີນ ຈະທຸ້ມເທ ກຳລັງແຮງ ຢ່າງເຂັ້ມແຂງ ເຂົ້າໃນ ການຟື້ນຟູ ເສດຖະກິດ ຂອງຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ),

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version