Home ຂ່າວພາຍໃນ ມອບ – ຮັບ ຊົ່ວຄາວ ໂຄງການປັບປຸງ ແລະ ກໍ່ສ້າງ ຊົນລະປະທານ ນໍ້າຫາວ, ເມືອງແບງ

ມອບ – ຮັບ ຊົ່ວຄາວ ໂຄງການປັບປຸງ ແລະ ກໍ່ສ້າງ ຊົນລະປະທານ ນໍ້າຫາວ, ເມືອງແບງ

0

ວັນທີ 15 ມີນາ 2023 ນີ້ ຄະນະຮັບຜິດຊອບ ໂຄງການ ປັບປຸງ ແລະ ກໍ່ສ້າງ ຊົນລະປະທານ ນ້ຳຫາວ, ເມືອງແບງ, ແຂວງອຸດົມໄຊ ເຊິ່ງນຳໂດຍ ທ່ານ ຄຳດີ ວົງລ້ອມ ຄະນະປະຈຳພັກແຂວງ, ປະທານສະພາປະຊາຊົນແຂວງ, ທ່ານ ຄຳພອນ ມຸນລະໄມ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ທ່ານ ສີສະຫວັນ ຫານມົນຕີ ປະທານ ບໍລິສັດ ອະພິສິດ ວິສະວະກຳ ກໍ່ສ້າງ ຈຳກັດ, ມີຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ອົງການປົກຄອງບ້ານ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການ ຕະຫລອດຮອດ ວິຊາການທີ່ກ່ຽວຂ້ອງ ພ້ອມກັນ ລົງຕິດຕາມ, ກວດກາຄືນ ໂຄງການ ປັບປຸງ ແລະ ກໍ່ສ້າງ ຊົນລະປະທານນ້ຳຫາວ, ເມືອງແບງ, ແຂວງອຸດົມໄຊ.

ທ່ານ ຄໍາພອນ ມຸນລະໄມ ຫົວຫນ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງອຸດົມໄຊ ກ່າວວ່າ: ການລົງ ຕິດຕາມ, ກວດກາ ໃນຄັ້ງນີ້ ແມ່ນເປັນການກວດກາຄວາມສຳເລັດ 100% ຂອງໂຄງການ ກ່ອນຈະມີພິທີ ເຊັນສັນຍາ ມອບ-ຮັບ ຊົ່ວຄາວ. ໂຄງການດັ່ງກ່າວ ເປັນໂຄງການຫນຶ່ງທີ່ນອນໃນແຜນການກໍ່ສ້າງ ແລະ ຟື້ນຟູ ຊົນລະປະທານທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນ້ຳຖ້ວມຊ່ວງປີ 2018 ໂດຍໄດ້ຮັບທຶນຊ່ວຍເຫລືອລ້າ ຈາກທະນາຄານ ພັດທະນາອາຊີ ( ADB ) ມູນຄ່າ 1.216.000 ໂດລາສະຫະລັດ ( 1 ລ້ານ 2 ແສນ 1 ຫມື່ນ 6 ພັນ ໂດລາສະຫະລັດ ) ໂດຍແມ່ນ ບໍລິສັດ ອະພິສິດ ວິສະວະກຳ ກໍ່ສ້າງ ຈຳກັດ ເປັນຜູ້ຮັບເຫມົາໂຄງການກໍ່ສ້າງ ໂຄງການໄດ້ເລີ່ມຕົ້ນກໍ່ສ້າງມາແຕ່ວັນທີ 13 ມີນາ 2022 ແລະ ສຳເລັດ ໃນວັນທີ 7 ມີນາ 2023. ຜ່ານການລົງ ຕິດຕາມ, ກວດກາຕົວຈິງ ເຫັນວ່າ: ວຽກງານແຕ່ລະດ້ານ ແມ່ນສຳເລັດ 100% ຕາມການອອກແບບ ດັ່ງນັ້ນ ຈຶ່ງຮຽກຮ້ອງໃຫ້ອົງການປົກຄອງບ້ານ ລວມທັງ ປະຊາຊົນ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ ສືບຕໍ່ເອົາໃຈໃສ່ໃນການຄຸ້ມຄອງ ແລະ ນຳໃຊ້ ໃຫ້ມີປະສິດທິພາບ ແລະ ໃຊ້ໄດ້ຍາວນານ.

ພາຍຫລັງ ສຳເລັດການລົງ ຕິດຕາມ ແລະ ກວດກາ ຢູ່ບັນດາຈຸດຂອງການກໍ່ສ້າງແລ້ວ ກໍໄດ້ມີການປະຊຸມ ປຶກສາຫາລື ແລະ ສະຫລຸບໂຄງການ ພ້ອມທັງມີ ພິທີ ເຊັນບົດບັນທຶກ ມອບ-ຮັບ ໂຄງການ ຊົ່ວ ຄາວ ລະຫວ່າງ ຫົວຫນ້າໂຄງການຄຸ້ມຄອງ ໂຄງການ ພັດທະນາໂຄ່ງລາງ ຊົນນະບົດ ພາກເຫນືອ ທຶນເພີ່ມ, ຫົວຫນ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງແບງ ແລະ ປະທານ ບໍລິສັດ ອະພິສິດ ວິສະວະກຳ ກໍ່ສ້າງ ຈຳ ກັດ ໂດຍຊ່ອງໜ້າການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນສັກຂີ.

ທ່ານ ສີສະຫວັນ ຫານມົນຕີ ປະທານ ບໍລິສັດ ອະພິສິດ ວິສະວະກຳ ກໍ່ສ້າງ ຈຳກັດ ກ່າວວ່າ: ພາຍ ຫລັງສຳເລັດການ ກວດກາ ແລະ ເຊັນບົດບັນທຶກ ມອບ-ຮັບ ຊົ່ວຄາວ ທາງບໍລິສັດ ຍັງຈະໄດ້ສືບຕໍ່ ຕິດຕາມ ແລະ ປັບປຸງ ສ້ອມແປງຄືນຕື່ມບາງຈຸດທີ່ໄດ້ຮັບຄວາມເສຍຫາຍ ແລະ ເປ່ເພ ໃຫ້ຄົບຕາມກຳນົດ 1 ປີ ຈາກນັ້ນ ຈຶ່ງຈະມີ ພິທີ ມອບ-ຮັບ ໂຄງການ ຢ່າງເປັນທາງການ.

ໂຄງການນີ້ ເປັນໂຄງການໃຫຍ່ ເຊິ່ງປະກອບມີ 5 ໂຄງການຍ່ອຍ ຄື: ນໍ້າຫາວ 1,2 ແລະ ນ້ຳຫາວ 3,ໂຄງການນ້ຳແຫງ ແລະ ນ້ຳແບງ 2. ມີຝາຍນ້ຳລົ້ນ 4 ແຫ່ງ ໃນນີ້ ກໍ່ສ້າງໃຫມ່ 1 ແຫ່ງ, ປັບປຸງ 3 ແຫ່ງ, ມີຄອງເຫມືອງ 14 ເສັ້ນ, ຍາວ 21 ພັນກວ່າແມັດ ສາມາດສະຫນອງນ້ຳໃຫ້ປະຊາຊົນ ຫົດເນື້ອທີ່ການຜະລິດໄດ້ທັງຫມົດ 600 ກວ່າເຮັກຕາ ໃນລະດູຝົນ, ສ່ວນລະດູແລ້ງ ສາມາດສະຫນອງນ້ຳເຂົ້າໃນການເຮັດນາແຊງ ໄດ້ 200 ກວ່າເຮັກຕາ ແລະ ເນື້ອທີ່ປູກພືດອື່ນໆ ຈຳນວນ 250 ເຮັກຕາ. ໃນນີ້ ມີ 9 ບ້ານ 1.123 ຄອບຄົວ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການຄື: ບ້ານນາຫ້ວຍ, ແບງຄຳ, ແບງຫລວງ, ໂພແກ້ວ, ທ່າກາດ, ນາບອນ, ສາມກາງ, ຫ້ວຍລູກ ແລະ ບ້ານພູຄຳ.

ຂ່າວ: ຄານມະນີ ຮຽນດໍຈັນ

#medialaos

#oudomxay

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version