Home ຂ່າວໜ້າໜຶ່ງ ສະຫາຍ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ, ເອກະສານ ແລະ ວັດຖຸພັນ...

ສະຫາຍ ພັນເອກ ວົງໄຊ ອິນທະຄຳ ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມພິທີເປີດງານວາງສະແດງຮູບພາບ, ເອກະສານ ແລະ ວັດຖຸພັນ ກ່ຽວກັບ ພົນເອກ ຈູ ຮຸຍ ເມິນ

0

ຕອນເຊົ້າຂອງວັນທີ 15 ມີນາ 2023 ຢູ່ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ, ພະແນກວັດທະນາທຳ ແລະ ກິລາ ແຂວງ ເງະ ອານ ແລະ ຄອບຄົວຂອງ ພົນເອກ ຈູ ຮຸຍ ເມິນ ໄດ້ຮ່ວມກັນຈັດພິທີວາງສະແດງຮູບພາບ, ເອກະສານ ແລະ ວັດຖຸພັນ ກ່ຽວກັບ ພົນເອກ ຈູ ຮຸຍ ເມິນ, ອາດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ອາ ດີດຮອງປະທານສະພາແຫ່ງລັດ (ປັດຈຸ ບັນເອີ້ນວ່າຮອງປະທານປະເທດ), ອາດີດຫົວໜ້າກົມໃຫ່ຍການເມືອງກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດວັນຄ້າຍວັນເກີດ 110 ປີ (17/3/1913-17/03/2023), ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຕີ ຈິ່ງ ວັນ ກວຽດ, ກຳມະການສູນກາງພັກກອມມູນິດຫວຽດນາມ, ຮອງຫົວໜ້າກົມໃຫ່ຍການ ເມືອງກອງທັບປະຊາຊົນຫວຽດນາມ; ມີສະຫາຍ ພັນເອກ ວົງໄຊ ອິນທະຄຳ, ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສສ ຫວຽດນາມ ຕາງໜ້າໃຫ້ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ພັນເອກ ເລ ວັນ ຮຸຍ ອຳນວຍການຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ໃຫ້ຮູ້ວ່າ: ການຈັດງານວາງສະແດງໃນຄັ້ງນີ້ແມ່ນເພື່ອເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີຂອງສະຫາຍ ພົນເອກ ຈູ ຮຸຍ ເມິນ ທີ່ໄດ້ປະກອບສ່ວນຕໍ່ສູ້ປົດປ່ອຍປະເທດຊາດ, ເອກະພາບປະເທດຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ປະກອບສວ່ນໂຄສະນາ, ສຶກສາອົບຮົມພະນັກງານ-ນັກຮົບ ແລະ ປະຊາຊົນ ເປັນຕົ້ນແມ່ນລຸ້ນໜຸ່ມນ້ອຍຕ້ອງໄດ້ເອົາໃຈໃສ່ຄົ້ນຄ້ວາຮ່ຳຮຽນ, ປະຕິບັດໜ້າທີ່ວຽກງານ, ສຸມທຸກເຫື່ອແຮງ, ສະຕິປັນຍາເຂົ້າໃນພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະໃໝ່.

ສະຫາຍ ພົນເອກ ຈູ ຮຸຍ ເມິນ ແມ່ນນັກຮົບປະຕິວັດທີ່ຊື່ສັດບໍລິສຸດ, ເປັນພະນັກງານການເມືອງ, ການທະຫານທີ່ດີເດັ່ນຂອງກອງທັບປະຊາຊົນຫວຽດນາມ, ເປັນລູກສິດຂອງປະທານ ໂຮ່ຈີມິນ. ຕະຫຼອດຊີວິດຂອງສະຫາຍ ພົນເອກ ຈູ ຮຸຍ ເມິນ ເປັນແວ່ນແຍງ, ຕົວແບບ ໃນການຈັ່ງຮັກພັກດີຕໍ່ພັກ, ບໍລິສຸດຕໍ່ຊາດ, ຮັບໃຊ້ປະຊາຊົນ, ຕະຫຼອດໄລຍະການຕໍ່ສູ້ແມ່ນເພື່ອຄວາມເປັນເອກະລາດຂອງປະເທດຊາດ ແລະ ສັງຄົມນິຍົມ; ເພື່ອຜົນປະໂຫຍດລວມຂອງປະຊາຊົນບັນດາເຜົ່າ, ຄວາມຜາສຸກ, ເພື່ອຄວາມເຂັ້ມແຂງ ແລະ ເພື່ອໄຊຊະນະຂອງກອງທັບປະຊາຊົນຫວຽດນາມ.

ໃນພະລາກິດແຫ່ງການປະຕິວັດ, ຕໍ່ສູ້ປົດປ່ອຍຊາດຂອງກອງທັບ ແລະ ປະຊາຊົນລາວ, ສະຫາຍ ພົນເອກ ຈູ ຮຸຍ ເມິນ ໄດ້ປະກອບສວ່ນຢ່າງໃຫ່ຍຫຼວງທັງເຫື່ອແຮງ ແລະ ສະຕິປັນຍາ, ພາຍຫຼັງໄດ້ສະຖາປານາ ສປປ ລາວ, ສະຫາຍກໍ່ຍັງສືບຕໍ່ປະກອບສວ່ນຢ່າງຕັ້ງໜ້າເຂົ້າໃນພະລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດລາວ, ກໍ່ຄືເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງຊາດ ແລະ ສອງກອງທັບລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຝ້ນ.

ໃນງານວາງສະແດງໃນຄັ້ງນີ້ແມ່ນໄດ້ນຳເອົາບັນດາຮູບພາບຕະຫຼອດໄລຍະການເຄື່ອນໄຫວຂອງສະຫາຍ ພົນເອກ ຈູ ຮຸຍ ເມິນ ຫຼາຍກ່ວາ 200 ຮູບພາບ ແລະ ບັນດາເອກະສານ, ວັດຖຸພັນອື່ນໆອີກຈຳນວນໜຶ່ງ. ງານວາງສະແດງດັ່ງກ່າວຈະໄດ້ເປີດແຂກພາຍໃນ ແລະ ຕ່າງປະເທດ ເຂົ້າທ່ຽວຊົມຈົນເຖິງວັນທີ 15/6/2023.

ພັນເອກ ວົງໄຊ ອິນທະຄຳ, ທີ່ປຶກສາທູດປ້ອງກັນຊາດລາວ ປະຈຳ ສສ ຫວຽດນາມ ຮ່ວມຕັດແຜ່ນຜ້າເປີດງານວາງສະແດງ.

ຂ່າວ-ພາບ: ສະຖານທູດລາວປະຈຳຮ່າໂນຍ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version