Home ຂ່າວໜ້າໜຶ່ງ ປະທານສະພາແຫ່ງຊາດ ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງຜົ້ງສາລີ

ປະທານສະພາແຫ່ງຊາດ ພົບປະໂອ້ລົມການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງຜົ້ງສາລີ

0

ວັນທີ 15 ມີນາ 2023 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ (ຊັ້ນ 5) ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໂອ້ລົມຕໍ່ພະນັກງານການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ; ໂດຍມີບັນດາທ່ານກຳມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະນຳຈາກສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ເຈົ້າເມືອງ 7 ເມືອງ, ກອງບັນຊາການ ປກຊ, ປກສ ແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຄໍາຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງແຂວງ ເຊີ່ງທ່ານໄດ້ຍົກໃຫ້ເຫັນການຊີ້ນຳໆພາ ແລະ ສະພາບຈຸດພິເສດທີ່ຕັ້ງພູມສັນຖານຂອງແຂວງຜົ້ງສາລີ ເຊິ່ງເປັນພູສູງຊັນ, ເຫວເລີກ, ການຕັ້ງບ້ານກະແຈກກະຈາຍ, ຈຸດເລີ່ມຕົ້ນຂອງການພັດທະນາຕໍ່າ, ພຶ້ນຖານໂຄງລ່າງຈໍາເປັນແກ່ການພັດທະນາເສດຖະກີດ-ສັງຄົມບໍ່ທັນຕອບສະໜອງໄດ້, ຄວາມທຸກຍາກຂອງປະຊາຊົນຍັງກວມອັດຕາສ່ວນສູງ, ການຫັນປ່ຽນແນວຄິດຄອງເດີມກໍ່ຄືແບບແຜນວິທີຊີວິດຂອງປະຊາຊົນຈໍານວນໜຶ່ງຍັງຊັກຊ້າ, ຄວາມອາດສາມາດສະໜອງດ້ານທຶນຮອນຈາກພາກລັດເມືອທຽບກັບຄວາມຮຽກຮ້ອງຕ້ອງການແມ່ນຍັງຈໍາກັດຫຼາຍ ພ້ອມກັນນັ້ນທາງແຂວງພວມສຸມໃສ່ແກ້ໄຂ 8 ບັນຫາ ໂດຍຈັດຕັ້ງປະຕິບັດ 16 ວຽກໃຫຍ່, 6 ເປົ້າໝາຍ, 11 ວຽກຈຸດສຸມ, 4 ວຽກເນັ້ນໜັກ ແລະ 9 ແຜນງານ ແລະ 6 ທາງອອກ ແລະ ອື່ນໆ. ແຕ່ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນເຮັດໃຫ້ແຂວງຜົ້ງສາລີສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ເສດຖະກິດ-ສັງຄົມໄດ້ຮັບການພັດທະນາຖືກທີດ ແລະ ມີການຂະຫຍາຍຕົວດີຂຶ້ນເທື່ອລະກ້າວ ໃນປີ 2022 ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,14% ເທົ່າກັບ 120,4% ຂອງແຜນການປີ (ແຜນການ 5,93%), ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນໜຶ່ງ ບັນລຸ 15,85 ລ້ານກີບ ເທົ່າກັບ 1.193 ໂດລາສະຫາລັດ(ຕາມອັດຕາແລກປ່ຽນສະເລ່ຍປະຈໍາປີ), ຖ້າໄລ່ຕາມອັດຕາແລກປ່ຽນປັດຈຸບັນແມ່ນ 923 ໂດລາ; ພ້ອມກັນນັ້ນກໍ່ພວມສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢ່າງແຂງແຮງ ແລະ ເປັນບຸລິມະສິດທີ່ສຳຄັນ; ວຽກງານໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງ: ໄດ້ເອົາໃຈໃສ່ຊີ້ນໍາຈັດຕັ້ງປະຕິບັດຕາມສັນຍາການຄ້າ ແລະ ມາຮອດປະຈຸບັນມີຄວາມຄືບໜ້າເປັນມູນຄ່າປະມານ 158 ລ້ານກ່ວາໂດລາສະຫະລັດ ເທົ່າກັບ 79,4 % ຂອງມູນຄ່າສັນຍາເງິນກູ້ 200 ລ້ານໂດລາ.

ໂອກາດນີ້, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ໂອ້ ລົມຕໍ່ ພະນັກງານການນໍາ ແລະ ພະນັກງານຫຼັກແຫຼ່ງຂອງແຂວງ ເຊິ່ງກ່ອນອື່ນທ່ານ ໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍເຊີຍຕໍ່ຄະນະພັກ, ຄະນະນຳຂອງແຂວງແຕ່ລະຂັ້ນ, ຕະຫຼອດຮອດພໍ່່ແມ່ປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນຊາວແຂວງຜົ້ງສາລີທີ່ໄດ້ມີຄວາມຫ້າວຫັນ, ບຸກບືນສູ້ຊົນເຂົ້າໃນການປະຕິບັດພາລະກິດປົກປັກຮັກສາ ແລະ ການສ້າງສາແຂວງໃຫ້ມີການພັດທະນາ, ຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງຍົກລະດັບດີຂື້ນເປັນກ້າວໆ ພ້ອມກັນນັ້ນທ່ານ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນຄະນະພັກແຕ່ລະຂັ້ນ ບົນພື້ນຖານແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ລະບຽບກົດໝາຍ ແລະ ລະບຽບການ, ກົນໄກວິທີການເຮັດວຽກທີ່ວາງອອກ; ຈົ່ງພ້ອມກັນຫັນທີ່ຕັ້ງຂອງແຂວງ ຈາກທີ່ຕັ້ງຍຸດທະສາດດ້ານການທະຫານ ມາເປັນທີ່ຕັ້ງຍຸດທະສາດທາງດ້ານເສດຖະກິດ ດ້ວຍການເພີ່ມທະວີການພົວພັນຮ່ວມມືກັບ ບັນດາແຂວງຂອງ ສປ ຈີນ, ບັນດາແຂວງຂອງ ສສ ຫວຽດນາມ ໃນການສະໜອງຜົນຜະລິດດ້ານກະສິກໍາ ແລະ ດ້ານອື່ນໆ; ຕ້ອງໄດ້ເພີ່ມທະວິີການພົວພັນຮ່ວມມືກັບ ອົງການປົກຄອງຂອງບັນດາແຂວງສອງປະເທດ ທີ່ມີຊາຍແດນຕິດຈອດກັບແຂວງຜົ້ງສາລີ ເພື່ອຜູກແໜ້ນການຮ່ວມມື, ສ້າງຄວາມເຊື້ອໝັ້ນ, ຄວາມໄວ້ເນື້ອເຊື້ອໃຈ ຊຶ່ງກັນ ແລະ ກັນ ໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຍົກສູງຈັດຕັ້ງຜັນຂະຫຍາຍ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຢ່າງທົ່ວເຖິງ ແລະ ເລິກເຊິ່ງ; ສ້າງ ແລະ ປັບປຸງຕາໜ່າງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຮາກຖານ ໃຫ້ເຂັ້ມແຂງ, ໜັກແໜ້ນ; ສະກັດກັ້ນອາດສະຍາກໍາຕ່າງໆຢ່າງທັນການ, ເດັດຂາດ ແລະ ເຂັ້ມງວດ; ເອົາໃຈໃສ່ການຄຸ້ມຄອງຄົນຕ່າງປະເທດ ໃຫ້ເຂັ້ມງວດຕາມກົດໝາຍ; ເອົາໃຈໃສ່ໃນການປົກປັກຮັກສາປ່າໄມ້ປົກຄຸມ, ສະກັດກັ້ນການຕັດໄມ້ທໍາລາຍປ່າ ຊຶ່ງຈະສົ່ງຜົນກະທົບເຮັດໃຫ້ແມ່ນໍ້າ, ຫ້ວຍຮ່ອງ ເກີດການບົກແຫ່ງ, ສົ່ງຜົນກະທົບຕໍ່ຄວາມສົມດຸນຂອງລະບົບນິເວດ ແລະ ກະທົບຕໍ່ການຜະລິດ, ການດໍາລົງຊີວິດຂອງປະຊາຊົນ; ສູ້ຊົນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້ ໂດຍການນຳໃຊ້ທ່າແຮງຂອງແຂວງທີ່ມີ; ພ້ອມທັງສຸມໃສ່ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

ໃນໂອກາດທີ່ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດພ້ອມຄະນະມາເຄື່ອນໄຫວວຽກງານຢູ່ແຂວງຜົ້ງສາລີ ຄັ້ງນີ້ ຍັງໄດ້ໄປຢ້ຽມເບິ່ງກ່ຽວກັບໂຄງການກໍ່ສ້າງ ແລະ ຍົກຍ້າຍເທດສະບານແຂວງໃໝ່ ເຊິ່ງມາຮອດປັດຈຸບັນໂຄງການດັ່ງກ່າວມີຄວາມຄືບໜ້າ 79.4 %.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version