Home ຂ່າວຕ່າງປະເທດ ທະນາຄານໂລກ ຄາດວ່າເສດຖະກິດຫວຽດນາມ ເຕີບໂຕ 6,3%

ທະນາຄານໂລກ ຄາດວ່າເສດຖະກິດຫວຽດນາມ ເຕີບໂຕ 6,3%

0

ສຳນັກຂ່າວຈາກວິທະຍຸສາກົນຫວຽດນາມ, ທະນາຄານໂລກ (WB) ປະຈໍາຫວຽດນາມ ປະກາດບົດລາຍງານສະພາບການ ເສດຖະກິດຫວຽດນາມ ໃນເດືອນ ມີນາ ປີ 2023 ຊຶ່ງຈັດຂຶ້ນ ໃນວັນທີ 13 ມີນາ ຢູ່ ນະຄອນຫລວງຮ່າໂນ້ຍ ວ່າ: ການຈະເລີນເຕີບໂຕຂອງເສດຖະກິດຫວຽດນາມ ຈະບັນລຸ 6,3% ໃນປີນີ້. ສ່ວນແງ່ຄວາມຫວັງ ຂອງພື້ນຖານເສດຖະກິດ ໄດ້ມີຄວາມຕັ້ງໜ້າແຕ່ຍັງຜະເຊີນກັບຄວາມຫຍຸ້ງຍາກ ຢູ່ທັງພາຍໃນ ແລະ ຕ່າງປະເທດ. ສະນັ້ນ ທະນາຄານໂລກ ຮຽກຮ້ອງໃຫ້ຫວຽດນາມ ຕ້ອງເພີ່ມທະວີການສົມທົບ ແລະ ມີນະໂຍບາຍເພີ່ມຕື່ມເພື່ອຮັບມືກັບສິ່ງທ້າທາຍຕ່າງໆ. ນອກນັ້ນທະນາຄານໂລກ ຍັງຍົກບົດລາຍງານການທົບທວນຄືນ ແລະ ອັບເດດສະພາບເສດຖະກິດຫວຽດນາມ ໃນເດືອນມີນາ ປີ 2023 ອີກດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version