Home ຂ່າວຕ່າງປະເທດ ສີລັງກາ ສ້າງລາຍໄດ້ຈາກການທ່ອງທ່ຽວ ບັນລຸ 169 ລ້ານໂດລາສະຫະລັດ

ສີລັງກາ ສ້າງລາຍໄດ້ຈາກການທ່ອງທ່ຽວ ບັນລຸ 169 ລ້ານໂດລາສະຫະລັດ

0

ສຳນັກຂ່າວຊິນຮວາ ຂອງ ສປຈີນ ວັນທີ 13 ເດືອນມີນາ, ທ່ານ ຮາຣິນ ເຟີຣນານໂດ ລັດຖະມົນຕີກະຊວງການທ່ອງທ່ຽວ ຂອງສີລັງກາ ເປີດເຜີຍວ່າ: ສີລັງກາ ສ້າງລາຍໄດ້ຈາກການທ່ອງທ່ຽວ ຈຳນວນ 169,9 ລ້ານໂດລາສະຫະລັດ ໃນເດືອນກຸມພາ ຜ່ານມາ, ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນ ເມື່ອປີກາຍນີ້ໂດຍຈຳນວນນັກທ່ອງທ່ຽວທີ່ເດີນທາງມາຢ້ຽມຢາມ ສີລັງກາ ໃນໄລຍະ 2 ເດືອນທຳອິດ ຂອງ ປີນີ້ ບັນລຸ ຫລາຍກວ່າ 210.000 ເທື່ອຄົນ. ໃນນັ້ນ ເດືອນມັງກອນ ລວມມີ 102.545 ເທື່ອຄົນ ແລະ ເດືອນກຸມພາ 107.639 ເທື່ອຄົນ ຊຶ່ງສ້າງລາຍໄດ້ ລວມ 331,7 ລ້ານໂດລາ ສະຫະລັດ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version