Home ຂ່າວພາຍໃນ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 2

ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 2

0

ໃນວັນທີ 8 ມີນາ 2023, ສະຫາຍພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ລົງມາຢຽມຢາມ ແລະ ເຮັດວຽກຢູ່ກອງພົນທີ 2, ມີສະຫາຍພັນເອກ ຄໍາດີ ໄຊຍະວົງ ຫົວໜ້າການທະຫານກອງພົນທີ 2, ມີຄະນະພັກ-ຄະນະບັນຊາກອງພົນ ຕະຫລອດຮອດພະນັກງານຫລັກແຫລ່ງ ທົ່ວກອງພົນທີ 2 ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ສະຫາຍພັນເອກ ທອງນູ ເຊັ່ງຫວ່າງ ຄະນະພັກກອງພົນ ຫົວໜ້າຫ້ອງເຕັກນິກກອງພົນທີ 2 ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຂອງສະຫາຍພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ. ພ້ອມທັງລາຍງານຫຍໍ້ການເຄື່ອນໄຫວຊີ້ນໍາ-ນໍາພາຂອງວຽກງານເຕັກນິກໃນທົ່ວກອງພົນໃນການຄຸ້ມຄອງ, ບົວລະບັດສ້ອມແປງ, ປົກປັກຮັກສາ ແມ່ນສາມາດກໍາແໜ້ນໄດ້ທາງດ້ານຊະນິດ, ຈໍານວນ, ຄຸນລັກສະນະ ແລະ ສະພາບເຕັກນິກຂອງພາຫະນະ ທີ່ໄດ້ປະກອບ ໄດ້ມີຄວາມສະດວກ ໃນການນໍາໃຊ້ ແລະ ສ້ອມແປງ, ໄດ້ມີການສ່ອງແສງລາຍງານວຽກງານເຕັກນິກທົ່ວກອງພົນເປັນປະຈໍາ. ຈາກນັ້ນ, ສະຫາຍພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ກໍໄດ້ມີຄໍາຄິດຄໍາເຫັນໂອ້ລົມ ກ່ອນອື່ນສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ກົມກອງຍາດມາໄດ້ ໃນໄລຍະຜ່ານມາ ເປັນຕົ້ນແມ່ນວຽກງານເຮັດໃຫ້ກົມກອງມີຄວາມສະຫງົບໂດຍພື້ນຖານ. ຈຸດປະສົງໃນການລົງມາເຄື່ອນໄຫວເຮັດວຽກໃນຄັ້ງນີ້ແມ່ນກວດກາສະພາບລົດເຄື່ອນທີ່ໄວໄດ້ແກ່ ລົດໃຫຍ່ໜ້າດິນສູ້ຮົບ, ອາວຸດ ໂດຍສະເພາະແມ່ນກວດກາຕີລາຄາລົດປະເພດຂັ້ນ 5 ເພື່ອກວດກາຄວາມສາມາດຮັບໃຊ້ສູ້ຮົບ ຂອງລົດສູ້ຮົບ ເພື່ອຊອກວິທີແກ້ໄຂ ໃຫ້ຢູ່ໃນສະພາບທີ່ດີສາມາດຮັບໃຊ້ສູ້ຮົບໄດ້. ພ້ອມນັ້ນ, ສະຫາຍກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຈົ່ງພ້ອມກັນສືບຕໍ່ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ເອົາໃຈໃສ່ຄຸ້ມຄອງ ແລະ ປົກປັກຮັກສາ ພາຫະນະເຄື່ອງປະກອບ ຂອງກົມກອງໃຫ້ດີ ສາມາດນໍາໃຊ້ເຂົ້າໃນການເຄື່ອນໄຫວເຮັດໜ້າທີ່ ແລະ ສືບຕໍ່ສຶກສາອົບຮົມການເມືອງ ນໍາພາແນວຄິດ ໃຫ້ພະນັກງານ-ສະມາຊິກພັກ, ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ຊີ້ນໍາ-ນໍາພາກົມກອງ ສ້າງໄດ້ນັກຮົບວັດທະນະທໍາ, ກົມກອງວັດທະນະທໍາ, ກົມກອງ 3 ປອດ ຕາມທິດນໍາຂອງຂັ້ນເທິງ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ.

ໂດຍ: ຄໍາຮັກ ໄຊວັນທອນ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version