Home ຂ່າວຕ່າງປະເທດ ເສດຖະກິດຂອງເຂດໃຊ້ເງິນເອີໂຣຕ່ຳກວ່າການຄາດຄະເນໄວ້

ເສດຖະກິດຂອງເຂດໃຊ້ເງິນເອີໂຣຕ່ຳກວ່າການຄາດຄະເນໄວ້

0

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ຫຼັງຈາກເກີດວິກິດການສະຖານະການໂລກໃນປັດຈຸບັນທີ່ແກ່ຍາວເວລາມາດົນ ສົ່ງຜົນກະທົບໃຫ້ເສດຖະກິດເອີຣົບມີຄວາມກົດດັນຢ່າງຕໍ່ເນື່ອງ, ໄພເງິນເຟີ້ຢູ່ໃນລະດັບສູງ ຊຶ່ງຕົວຊີ້ວັດດ້ານເສດຖະກິດຂອງເຂດໃຊ້ເງິນເອີໂຣທີ່ເປີດເຜີຍໃນມື້ດຽວກັນນັ້ນລ້ວນແຕ່ຕ່ຳກວ່າການຄາດຄະເນໄວ້ລ່ວງໜ້າຂອງຕະຫຼາດ, ເສດຖະກິດເອີຣົບຍັງບໍ່ທັນມີສັນຍານທີ່ຈະຟື້ນຟູດີຂຶ້ນເທື່ອ. ໂດຍອີງຕາມຂໍ້ມູນສະຖິຕິທີ່ອົງການສະຖິຕິສະຫະພາບເອີຣົບເປີດເຜີຍໃນວັນດຽວກັນ ໄດ້ສະແດງໃຫ້ເຫັນວ່າ: ປະລິມານການຂາຍຍ່ອຍສິນຄ້າຂອງເຂດໃຊ້ເງິນເອີໂຣໃນເດືອນມັງກອນຫຼຸດລົງ 2,3% ເມື່ອທຽບໃສ່ໄລຍຍະດຽວກັນຂອງປີ 2022 ຊຶ່ງຕ່ຳກວ່າລະດັບການຄາດຄະເນລ່ວງໜ້າຂອງຕະຫຼາດຢ່າງຫຼວງຫຼາຍ. ພ້ອມດຽວກັນນັ້ນ, ບໍລິສັດເຊັນຕິສ (Sentix) ຊຶ່ງເປັນບໍລິສັດສຳຫຼວດໄດ້ເປີດເຜີຍໃຫ້ຮູ້ວ່າ: ດັດຊະນີຄວາມໝັ້ນໃຈຂອງຜູ້ລົງທຶນໃນເດືອນມີນາຢູ່ເຂດໃຊ້ເງິນເອີໂຣໄດ້ຕົກຈາກ-8 ລົງຮອດ -11,1 ຊຶ່ງສະແດງໃຫ້ເຫັນວ່າ: ຕະຫຼາດມີການຄາດຄະເນດ້ານລົບຫຼາຍກວ່າຕໍ່ເສດຖະກິດເຂດໃຊ້ເງິນເອີໂຣ. ຂ່າວລະບຸວ່າ ໄພເງິນເຟີ້ຢູ່ເຂດໃຊ້ເງິນເອີໂຣໃນປັດຈຸບັນຢູ່ໃນລະດັບສູງ, ຕະຫຼາດຂາດຄວາມໝັ້ນໃຈ, ເສດຖະກິດເອີຣົບຈະບໍ່ຟື້ນຟູດໄດ້ພາຍໃນໄລຍະສັ້ນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version