Home ຂ່າວພາຍໃນ ໂຄສະນາ ແລະ ແຈກຢາຍສື່ສິ່ງພິມ ໃຫ້ 3 ແຂວງ ເພື່ອຕ້ານການຄ້າມະນຸດ

ໂຄສະນາ ແລະ ແຈກຢາຍສື່ສິ່ງພິມ ໃຫ້ 3 ແຂວງ ເພື່ອຕ້ານການຄ້າມະນຸດ

0

ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ໂຄງການຫຼຸດຜ່ອນຄວາມສ່ຽງຈາການຄ້າມະນຸດ ອົງວິນຣອກສາກົນ ກໍຄື ອົງການພັດທະນາສາກົນແຫ່ງປະເທດ ສະຫະລັດອາເມຣິກາ (USAID) ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ແຈກຢາຍ ສື່ສິ່ງພິມວຽກງານຕ້ານການຄ້າມະນຸດໃຫ້ 3 ແຂວງຄື: ແຂວງຈຳປາສັກ, ສາລະວັນ, ສະຫວັນນະເຂດ ພ້ອມດ້ວຍຫ້ອງການ ຖວທ ບັນດາເມືອງເປົ້າໝາຍ ​ຂຶ້ນໃນວັນທີ 6 ມີນາ ຜ່ານມາ ທີ່ແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ມີບັນດາຫົວໜ້າພະແນກ-ຮອງພະແນກ ຖວທ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ອິນປອນ ນະຄອນສີ ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ແຈກຢາຍ ແລະ ການນຳໃຊ້ສື່ສິ່ງພິມໃນວຽກງານຕ້ານການຄ້າມະນຸດຄັ້ງນີ້, ມີຄວາມໝາຍຄວາມສໍາຄັນຫຼາຍ ເພາະສື່ສິງພິມນັ້ນ ຈະເປັນພາຫະນະໜຶ່ງ ແລະ ເປັນຄູ່ມືໃຫ້ບັນດາສື່ມວນຊົນ ໃຊ້ເປັນກະບອກສຽງ ເພື່ອເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບການປ້ອງກັນ, ຕ້ານການຄ້າມະນຸດໃນທົ່ວສັງຄົມ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງພິດໄພດັ່ງກ່າວ, ສື່ສິ່ງພິມເຫຼົ່ານີ້ ປະກອບມີ: ກາຕູນເອເນເມຊັ້ນ, ໂປສເຕີ ແລະ ປຶ້ມຄູ່ມືການໂຄສະນາເຜີຍສະກັດກັ້ນຕ້ານການຄ້າມະນຸດ. ການສະໜອງຂໍ້ມູນຂ່າວສານ ແມ່ນມີຄວາມຈຳເປັນຫຼາຍ ໂດຍສະເພາະ ຕໍ່ກັບແຮງງານເຄື່ອນຍ້າຍ ແລະ ຜູ້ທີ່ມີຄວາມສ່ຽງຕົກເ​ຫຍື່ອ​ຂອງການຄ້າມະນຸດ ຊຶ່ງຜ່ານການສໍາພາດ ແລະ ກໍານົດຕົວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ໃນໄລຍະ 2 ປີຜ່ານມາ ໄດ້ຮູ້ວ່າ: ພວກຄ້າມະນຸດ ມີການເຄື່ອນໄຫວດ້ວຍການຊອກຫາ, ເຄື່ອນຍ້າຍ, ຂົນສົ່ງ, ໃຫ້ບ່ອນພັກເຊົາ, ບ່ອນລີ້ຊ່ອນ, ຕົວະຍົວະ, ຫຼອກລວງ, ການໃຫ້ຖືພາບໍ່ຖືກຕ້ອງ, ການຄ້າໂສເພນີ, ການບັງຄັບໃຫ້ເປັນໂສເພນີ ທີ່ຂັດກັບກົດໝາຍ ແລະ ວັດທະນະທຳ ອັນດີງາມຂອງຊາດ. ບັນຫາທີ່ໜ້າເປັນຫ່ວງທີ່ສຸດ ແມ່ນພົນລະເມືອງລາວ ໄດ້ຖືກຕົວະຍົວະຫຼອກລວງໄປອອກແຮງງານ, ໄປທ່ອງທ່ຽວ, ໄປແຕ່ງດອງຢູ່ຕ່າງປະເທດ ແລ້ວຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດມີຈຳນວນຫຼາຍພໍສົມຄວນ.

ປັດຈຸບັນ, ສະພາບການຄ້າມະນຸດໃນ ສປປ ລາວ ແມ່ນໃຊ້ການຫຼອກລວງໄປເຮັດວຽກ ແລ້ວຖືກບັງຄັບໃຊ້ແຮງງານ, ບັງຄັບໃຫ້ບໍລິການທາງເພດ, ຮັບຈ້າງຖືພາ, ເຜີຍ​ແຜ່​ພາບ​ລາ​ມົກ​ອາ​ນາ​ຈານ ແລະ ອື່ນໆ. ຍ້ອນເຫັນໄດ້ເຖິງຜົນກະທົບ ແລະ ຄວາມສໍາຄັນ, ພັກ-ລັດຖະບານ ຈຶ່ງໄດ້ເອົາໃຈໃສ່ຊີ້ນຳຢ່າງໃກ້ຊິດຕິດແທດ ໃນການຈັດຕັ້ງປະຕິບັດວຽກງານນີ້ຢ່າງກວ້າງຂວາງ ເຂົ້າໃນຂະແໜງການຕ່າງໆ ທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນຂົງເຂດວຽກງານ ຖວທ ຊຶ່ງໄດ້ເຮັດໜ້າທີ່ບຳລຸງສ້າງບຸກຄະລາກອນ ໃນຂະແໜງການຂອງຕົນທັງສູນກາງ ແລະ ທ້ອງຖິ່ນ ເພື່ອເປັນກະບອກສຽງໃນການໂຄສະນາເຜີຍແຜ່, ອອກຂ່າວ ແລະ ປູກຈິດສຳນຶກໃນທົ່ວສັງຄົມ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ບົນພື້ນຖານປະສານສົມທົບ ຮ່ວມມືກັບທຸກພາກສ່ວນທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຂັ້ນຕ່າງໆທີ່ກ່ຽວຂ້ອງ ເພື່ອນຳເອົາແນວທາງນະໂຍບາຍ ຕໍ່ກັບການສະກັດກັ້ນການຄ້າມະນຸດຫັນລົງສູ່ຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າ ໂດຍສະເພາະ ໄວໜຸ່ມ ຕ້ອງມີສະຕິລະວັງຕົວຕໍ່ກັບເລ່ລ່ຽມກົນອຸບາຍຂອງພວກຂະບວນການຄ້າມະນຸດ ທັງພາຍໃນ ແລະ ຕ່າງປະເທດ.

(ຂ່າວ: ສຸກສະຫວັນ, ຂໍ້ມູນຈາກ: ຂປລ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version