Home ຂ່າວຕ່າງປະເທດ 6 ສະຖານທີ່ທ່ອງທ່ຽວບູນກາຣີ ທີ່ມີສະເໜ່ ແລະ ສວຍງາມ (ເນື່ອງໃນໂອກາດວັນຊາດບູນກາຣີ ວັນທີ 3 ມີນາ)

6 ສະຖານທີ່ທ່ອງທ່ຽວບູນກາຣີ ທີ່ມີສະເໜ່ ແລະ ສວຍງາມ (ເນື່ອງໃນໂອກາດວັນຊາດບູນກາຣີ ວັນທີ 3 ມີນາ)

0

ຮຽບຮຽງໂດຍ: ວິໄລພອນ ເພັດໄພບູນ

ບູນກາຣີ (Republic of Bulgaria) ເປັນປະເທດທີ່ຕັ້ງຢູ່ໃນເອີຣົບຕາເວັນອອກສ່ຽງໃຕ້ ເປັນປະເທດທີ່ມີຂະໜາດໃຫຍ່ອັນດັບທີ 16 ຂອງເອີຣົບ ດ້ວຍເນື້ອທີ່ 110.994 ກິໂລຕາແມັດ ໂດຍນະຄອນຫຼວງຂອງປະເທດແມ່ນນະຄອນຫຼວງໂຊເຟຍ ແລະ ເປັນເມືອງທີ່ມີປະຊາກອນຫຼາຍທີ່ສຸດ ຊຶ່ງເມືອງທີ່ມີປະຊາກອນຮອງລົງມາໄດ້ແກ່ເມືອງໂປລດິບ, ວານາ ແລະ ບຣູກາສ.

ບູນກາຣີ ເປັນປະເທດທີ່ເຕັມໄປດ້ວຍຄວາມອຸດົມສົມບູນທີ່ງົດງາມຂອງທຳມະຊາດ ມີແຄມຝັ່ງທະເລທີ່ສວຍງາມ, ເປັນເມືອງທີ່ມີປະຫວັດສາດມາຢ່າງຍາວນານ, ມີໝູ່ບ້ານທີ່ມີສະເໜ່ໜ້າຫຼົງໄຫຼ ແລະ ບູນກາຣີ ຍັງເປັນປະເທດທີ່ມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍໆແຫ່ງໄດ້ແກ່: ໜຶ່ງ, ທະເລສາບທັງເຈັດແຫ່ງພູຣີລາ (Seven Rila Lakes) ຊຶ່ງທະເລສາບທັງເຈັດ ຂຶ້ນຊື່ວ່າເປັນໜຶ່ງໃນແຫຼ່ງທ່ອງທ່ຽວທາງທຳມະຊາດທີ່ງົດງາມທີ່ສຸດໃນບູນກາຣີ ແລະ ໃນຄາບມະຫາສະໝຸດບອນຂ່ານ (Balkan) ໂດຍທະເລສາບທັງເຈັດ ຕັ້ງຢູ່ເໜືອລະດັບນໍ້າທະເລປະມານ 2.100 ເຖິງ 2.500 ແມັດ ແລະ ມີຊື່ເອີ້ນວ່າ: The Tear, The Eye, The Kidney, The Twin ຊຶ່ງເປັນທະເລສາບໃຫຍ່ທີ່ສຸດໃນບັນດາ 7 ທະເລສາບ, The Trefoil, The Fish Lake ແລະ The Lower Lake. ສອງ, ຖໍ້າເດເວທາກິ ເປັນຖໍ້າຂະໜາດໃຫຍ່ຕັ້ງຢູ່ໃກ້ກັບໝູ່ບ້ານເດເວທາກິໃນແຂວງໂລເວຊ ເມື່ອທ່ານເດີນທາງໄປຮອດຈະໄດ້ພົບກັບປາກທາງເຂົ້າກວ້າງເຖິງ 35 ແມັດ ແລະ ສູງເຖິງ 30 ແມັດ ເມື່ອເຂົ້າໄປໃນຖ້ຳຈະໄດ້ພົບກັບໂຖງທີ່ສູງເຖິງ 60 ແມັດ ຊຶ່ງຖ້ຳແຫ່ງນີ້ເປັນບ້ານຂອງໂຕເຈຍຫຼາຍກວ່າ 35.000 ສາຍພັນ ແລະ ເປັນໜຶ່ງໃນສາມສະຖານທີ່ສຳຄັນທີ່ສຸດໃນການຈຳສິນຂອງເຈຍໃນເອີຣົບ ໂດຍສະຖານທີ່ແຫ່ງນີ້ງົດງາມຫຼາຍຈົນໄດ້ຮັບເລືອກໃຫ້ເປັນໜຶ່ງໃນສາກຖ່າຍທຳພາບພະຍົນເລື່ອງ ໂຄດຄົນ ທີມເອັກເພນເດເບິ້ນ (The Expendables 2) ເມື່ອປີ 2011.

ສາມ, ດວງຕາພະເຈົ້າ (Eyes of God) ຊຶ່ງສະຖານທີ່ແຫ່ງນີ້ຕັ້ງຢູ່ໃກ້ກັບໝູ່ບ້ານຄາລຸໂຄໂວ ໃນແຂວງໂລເວຊ ໂດຍມີຄວາມຍາວ 262 ແມັດ ແລະ ມີທາງເຂົ້າສອງທາງຢູ່ກົງກັນ ຂ້າມກັນ ຊຶ່ງສິ່ງທີ່ພົ້ນເດັ່ນຂອງຖໍ້ານີ້ຄືມີຮູສອງຮູເທິງເພດານຖໍ້າເປັນລັກສະນະເໝືອນດວງຕາທັງສອງເບື້ອງ ຖ້ຳແຫ່ງນີ້ຈຶ່ງໄດ້ສາຍາວ່າ ດວງຕາພະເຈົ້ານັ້ນເອງ. ນອກຈາກນີ້, ການເຂົ້າໄປທ່ຽວຊົມຖ້ຳແລ້ວ ສະຖານທີ່ແຫ່ງນີ້ຍັງເປັນຈຸດໝາຍປາຍທາງຍອດນິຍົມສຳລັບນັກປີນເຂົາ. ສີ່, ກອງຫີນ ແລະ ປ້ອມປາການເບໂລກຣາດຊິກ (Belogradchik Rocks and Fortress) ຊຶ່ງກອງຫີນເບໂລກຣາດຊິກນີ້ປະກອບດ້ວຍຫີນຮູບຮ່າງຕ່າງໆຫຼາກຫຼາຍສີສັນ ໂດຍຫີນບາງກ້ອນສູງເຖິງ 200 ແມັດ ແລະ ກອງຫີນບາງກ້ອນມີຮູບຮ່າງສະດຸດຕາ ແລະ ກ່ຽວຂ້ອງກັບເລື່ອງເລົ່າຕ່າງໆນາໆ ປັດຈຸບັນ, ກອງຫີນເບໂລກຣາດຊິກແຫ່ງນີ້ໄດ້ຮັບການຂຶ້ນທະບຽນໃຫ້ເປັນແຫຼ່ງມໍລະດົກໂລກຂອງອົງການການສຶກສາ ວິທະຍາສາດ ແລະ ວັດທະນະທຳແຫ່ງສະຫະປະຊາຊາດ (UNESCO) ແລ້ວ ຊຶ່ງຢູ່ໃກ້ກັບກອງຫີນນີ້ຈະເປັນສະຖານທີ່ຕັ້ງຂອງປ້ອມປາການເບໂລກຣາດຊິກ ຊຶ່ງໄດ້ຮັບການກໍ່ສ້າງຂຶ້ນເພື່ອປົກປ້ອງເມືອງຍາມສົງຄາມໃນສະໄໝໂຣມັນ ປັດຈຸບັນ, ກອງຫີນ ແລະ ປ້ອມປາການເບໂລກຣາດຊິກເປັນສະຖານທີ່ທ່ອງທ່ຽວຍອດນິຍົມໃນພາກພື້ນນີ້ ແລະ ໃກ້ໆກັນຍັງມີອີກຫຼາຍສະຖານທີ່ທ່ອງທ່ຽວທີ່ສາມາດແວ່ໄປໄດ້ທັງຖ້ຳມາກູຣາ (Magura Cave) ແລະ ປ້ອມປາ ການບາບາວິດາ (Baba Vida Fortress).

ຫ້າ, ເມືອງເວລີຄໍ ທາໂນໂວ ຊຶ່ງຕັ້ງຢູ່ທາງພາກເໜືອຂອງປະເທດ ເຄີຍເປັນເມືອງຫຼວງຂອງອານາຈັກບູນກາຣີທີ 2 ມາກ່ອນ ປັດຈຸບັນ, ເປັນໜຶ່ງໃນເຂດເມືອງທີ່ໃຫຍ່ທີ່ສຸດຂອງປະເທດ ແລະ ທຸກໆປີສາມາດດຶງດູດນັກທ່ອງທ່ຽວຈຳນວນຫຼາຍ ເນື່ອງຈາກມີສະຖາປັດຕະຍາກຳອັນເປັນເອກະລັກ ໂດຍເຂດເມືອງເກົ່າຕັ້ງຢູ່ເທິງເນີນພູຊາເຣເວັດ, ທຣາເປຊິດຊ່າ ແລະ ສະເວຕາ ໂກຣາ. ນອກຈາກນີ້, ເມືອງເວລີຄໍ ທາໂນໂວ ຍັງເປັນສູນກາງດ້ານວັດທະນະທຳ ແລະ ການສຶກສາອີກດ້ວຍ ສຳລັບແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຄື ເນີນພູຊາເຣເວັດ, ອະນຸສາວະລີປະກາດອິດສະຫຼະພາບ ແລະ ໝູ່ບ້ານອາບານາສຊີ່ເປັນຕົ້ນ ແລະ ຫົກ, ເມືອງເມວນິກ ຊຶ່ງເປັນເມືອງນ້ອຍທີ່ສຸດຂອງປະເທດ ຕັ້ງຢູ່ຕາມແຄມພູພິຣິນ (Pirn Mountain) ເມືອງເມວນິກ ມີປະຫວັດສາດ ອັນຍາວນານ ແລະ ມີທັດສະນີຍະພາບໜ້າຜາຫີນເມວນິກອັນໜ້າຕື່ນຕາຕື່ນໃຈ ແລະ ທຳມະຊາດໂດຍອ້ອມຮອບທີ່ສວຍສົດງົດງາມ ປັດຈຸບັນ, ເມືອງແຫ່ງນີ້ໄດ້ຮັບປະກາດໃຫ້ເປັນເຂດອະນຸລັກທາງທຳມະຊາດ ແລະ ປະຫວັດສາດເປັນທີ່ຮຽບຮ້ອຍແລ້ວ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version