Home ຂ່າວໜ້າໜຶ່ງ ກອງປະຊຸມລະດັບຊາດມາດຕະການຕ້ານການຟອກເງິນ

ກອງປະຊຸມລະດັບຊາດມາດຕະການຕ້ານການຟອກເງິນ

0

ໃນລະຫວ່າງວັນທີ 2-3 ມີນາ 2023 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ອົງການໄອຍະການປະຊາຊົນສູງສຸດໄດ້ຈັດກອງປະຊຸມລະດັບຊາດກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຢ່າງມີປະສິດທິຜົນ ໄດ້ເປີດຂຶ້ນ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ທ່ານ ແຊມ ສເຣນເນີ ອຸປະທູດ ແຫ່ງ ລຸກຊຳບວກ ປະຈຳ ສປປ ລາວ ແລະ ທ່ານ ລີຊາດ ຟີລິບປາ ປະທານສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ຊຶ່ງມີບັນດາທ່ານຈາກ ກະຊວງ, ສານປະຊາຊົນ, ອົງການສືບສວນ-ສອບສວນ,17 ແຂວງ 1 ນະຄອນຫຼວງ, ນັກວິທະຍາກອນຜູ້ຊ່ຽວຊານ ທີ່ມາຈາກຣາຊະອານາຈັກໄທ, ກຳປູເຈຍ ແລະ ປະເທດຟີລິບ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ຈະໄດ້ສົນທະນາ ແລະ ແລກປ່ຽນບົດຮຽນ ກ່ຽວກັບ ພາລະບົດບາດຂອງອົງການສາກົນຕ້ານການຟອກເງິນ (FATF) ແລະ 40 ຂໍ້ແນະນໍາກ່ຽວກັບ AML/CFTຂອງອົງການ (FATF), ການດໍາເນີນການຮອບທີ 4 ແລະ ຜົນສໍາເລັດຂອງການປະເມີນຜົນຂອງອົງການ (FATF), ຂະບວນທົບທວນການຮ່ວມມືສາກົນຂອງອົງການ (FATF), ສະພາບລວມ ແລະ ການຈັດຕັ້ງປະຕິບັດວຽກງານຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ຂອງ ສປປ ລາວ, ຂອງປະເທດ ກໍາປູເຈຍ, ໄທ ແລະ ຟິລິບປິນ ຕໍ່ກັບການປະເມີນຜົນຂອງ ອົງການ (FATF), ການຮ່ວມມືລະຫວ່າງປະເທດທາງອາຍາ (MLA) ໃນສະພາບການຂອງ ສປປ ລາວ, ການຮ່ວມມືດ້ານກົດໝາຍໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້,ການຮ່ວມມືລະຫວ່າງປະເທດທາງອາຍາ; ການສົ່ງຜູ້ຮ້າຍຂ້າມແດນ ແລະ ການຮ່ວມມືຕ້ານອາຊະຍາກຳສັດປ່າ, ຜູ້ໄດ້ຮັບຜົນປະໂຫຍດຂອງນິຕິບຸກຄົນ, ການນໍາໃຊ້ຂ່າວກອງທາງດ້ານການເງິນ ແລະ ການສືບສວນແລະການດໍາເນີນຄະດີກ່ຽວກັບການຟອກເງິນ, ອົງການບໍ່ຫວັງຜົນກຳໄລ; ການຈັດຕັ້ງປະຕິບັດແຜນງານ ແລະ ການຄຸ້ມຄອງສະຖາບັນການເງິນ ແລະ ສະຖາບັນທີ່ບໍ່ນອນໃນຂະແໜງການເງິນ, ການສືບສວນ, ການຍຶດຊັບ ແລະ ການຄຸ້ມຄອງຊັບສິນທີ່ຖືກຢຶດກໍລະນີສຶກສາ, ການສືບສວນ ແລະ ການດໍາເນີນຄະດີກ່ຽວກັບການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ມາດຕະການປ້ອງກັນການສະໜອງທຶນໃຫ້ແກ່ການກໍ່ການຮ້ານ ແລະ ການຂ້ວມບາດທາງການເງິນ.

ໃນວາລະດັ່ງກ່າວ, ທ່ານ ຄຳເພັດ ສົມວໍລະຈິດ ໄດ້ຍົກໃຫ້ເຫັນວ່າ ກອງປະຊຸມຝຶກອົບຮົມໃນຄັ້ງນີ້ສຸດທີ່ມີຄວາມສຳຄັນ ແລະ ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມຈົ່ງພ້ອມກັນຄົ້ນຄວ້າ, ປະກອບຄໍາເຫັນ ແລະ ແລກປ່ຽນບົດຮຽນປະສົບການໃນແຕ່ລະບັນຫາດ້ວຍຄວາມຮັບຜິດຊອບສູງ, ສ້າງສັນ ແລະ ມີປະໂຫຍດແກ່ຕົນ, ການຈັດຕັ້ງ ແລະ ປະເທດຊາດ. ພາຍຫຼັງກອງປະຊຸມຄັ້ງນີ້ສິ້ນສຸດລົງໃຫ້ນຳເອົາບົດຮຽນອັນໃໝ່ແລະບົດຮຽນທີ່ດີໃນການຕ້ານ ແລະ ສະກັດກັ້ນອາຊະຍາກຳຂ້າມຊາດຢູ່ປະເທດເຮົາໃນຊຸມປີຕໍ່ໜ້າຢ່າງມີປະສິດທິຜົນໄປຈັດຕັ້ງປະຕິບັດວຽກງານທີ່ຕົນຮັບຜິດຊອບມີຜົນສຳເລັດ, ຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ຖືກຕ້ອງຕາມກົດໝາຍ, ປະກອບສ່ວນເຮັດໃຫ້ປະເທດເຮົາ ມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.

(ຂ່າວ: ອານຸສັກ ກວາງວັນ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version