Home ຂ່າວຕ່າງປະເທດ ຫວຽດນາມ – ຝຣັ່ງ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ

ຫວຽດນາມ – ຝຣັ່ງ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 1 ມີນາ ຜ່ານມາ ຢູ່ສຳນັກງານລັດຖະບານ ຫວຽດນາມ, ກ່າວຄຳເຫັນຕ້ອນຮັບ ທ່ານ ໂອລິເວຍ ແບັດທ ລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ ແລະ ຊາວ ຝຣັ່ງ ຢູ່ຕ່າງປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ຝຣັ່ງ; ສະເໜີໃຫ້ ຝຣັ່ງ ສ້າງເງື່ອນໄຂສະດວກໃຫ້ສິນຄ້າສົ່ງອອກຂອງຫວຽດນາມ, ໂດຍສະເພາະແມ່ນຜະລິດຕະພັນກະເສດ, ສິນໃນນ້ຳ ຫວຽດນາມ ໄດ້ສົ່ງອອກໄປສູ່ຕະຫຼາດຝຣັ່ງ. ທ່ານ ຟ້າມມິງຈິງ ປາຖະ ໜາວ່າ: ສອງຝ່າຍຈະສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ, ຍາດແຍ່ງເອົາໂອກາດທີ່ໃຫຍ່ຫຼວງຈາກສັນຍາການຄ້າເສລີ ຫວຽດນາມ – ສະຫະພາບເອີຣົບ (ອີຢູ) ເພື່ອແນໃສ່ເພີ່ມທະວີການແລກປ່ຽນການຄ້າສອງຝ່າຍ. ທ່ານຍັງສະເໜີໃຫ້ ຝຣັ່ງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ – ອີຢູ (EVIPA) ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການພົວພັນລົງທຶນຢ່າງຍຸຕິທຳ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ທ່ານ ໂອລິເວຍ ແບັດທ ຢັ້ງຢືນວ່າຈະສືບຕໍ່ຊຸກຍູ້ການຮ່ວມມື ຫວຽດນາມ – ຝຣັ່ງ ໃນບັນດາຂົງເຂດທີ່ ຝຣັ່ງ ມີທ່າແຮງ, ເປັນຕົ້ນແມ່ນ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງທາງຄົມມະນາຄົມ, ສາທາລະນະສຸກ, ພະລັງງານ, ການບິນ, ລັດຖະບານດີຈີຕອນ; ພ້ອມທັງເນັ້ນໜັກວ່າ ລັດຖະບານ ຝຣັ່ງ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຝຣັ່ງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version