Home ຂ່າວຕ່າງປະເທດ RCEP ມີບົດບາດສຳຄັນຕໍ່ການພັດທະນາການຄ້າຕ່າງປະເທດຂອງຈີນ

RCEP ມີບົດບາດສຳຄັນຕໍ່ການພັດທະນາການຄ້າຕ່າງປະເທດຂອງຈີນ

0

ຂ່າວສານຊີອາໄອລາຍງານ ເມື່ອວັນທີ 2 ມີນາ ຜ່ານມາ, ໃນກອງປະຊຸມຖະແຫຼງຂ່າວຂອງຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນ ທີ່ເປີດຂຶ້ນໃນວັນດຽວກັນ ກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ພາຍຫຼັງສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP) ເລີ່ມມີຜົນບັງຄັບໃຊ້ຢ່າງເປັນທາງການ, ກະຊວງການຄ້າຈີນໄດ້ໃຫ້ຄວາມສຳຄັນເປັນຢ່າງຍິ່ງ ໂດຍໄດ້ຮ່ວມກັບ 5 ພາກສ່ວນ ພິມເຜີຍແຜ່ຄວາມເຫັນຊີ້ນຳກ່ຽວກັບການປະຕິບັດສັນຍາ RCEP ດ້ວຍຄຸນນະພາບສູງ ພ້ອມທັງຊຸກຍູ້ 30 ກວ່າແຂວງ, ເຂດປົກຄອງຕົນເອງ ແລະ ກຳແພງນະຄອນ ສ້າງປະສົບການທີ່ດີ ແລະ ການປະຕິບັດຕົວຈິງແບບມີການປະດິດສ້າງໃໝ່. ນອກຈາກນີ້, ຈີນຍັງໄດ້ດຳເນີນວຽກງານຕ່າງໆກ່ຽວກັບການພົວພັນກັບຕ່າງປະເທດ ເພື່ອຍົກສູງປະສິດທິຜົນຂອງການປະຕິບັດສັນຍາ RCEP ຍົກຕົວຢ່າງຄື: ບາງປະເທດເຖິງວ່າໄດ້ລົງນາມໃນສັນຍາ RCEP ແລ້ວ ແຕ່ລັດຖະສະພາຂອງປະເທດເຫຼົ່ານີ້ຍັງບໍ່ທັນໃຫ້ສັດຕະຍາບັນເທື່ອ. ປັດຈຸບັນ, ມີທັງໝົດ 15 ປະເທດໄດ້ໃຫ້ສັດຕະຍາບັນສັນຍາດັ່ງກ່າວແລ້ວ. ໃນປີ 2022 ຜ່ານມາ, ການສົ່ງອອກຂອງຈີນຕໍ່ປະເທດສະມາຊິກອື່ນໆຂອງ RCEP ໄດ້ເພີ່ມຂຶ້ນ 17,5% ກວມເອົາ 27,6% ຂອງໂຕເລກມູນຄ່າການສົ່ງອອກຂອງຈີນ, RCEP ມີບົດບາດສຳຄັນຕໍ່ການພັດທະນາການຄ້າຕ່າງປະເທດຂອງຈີນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version