Home ຂ່າວພາຍໃນ ທົບທວນແຜນງານການຮ່ວມມື ປີ 2022 ແລະ ສ້າງແຜນບຸລິມະສິດ ປີ 2023

ທົບທວນແຜນງານການຮ່ວມມື ປີ 2022 ແລະ ສ້າງແຜນບຸລິມະສິດ ປີ 2023

0

ລັດຖະບານ ແຫ່ງ ສປປ ລາວ ໂດຍແມ່ນກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ອົງການສະຫະປະຊາຊາດ (ສປຊ) ເພື່ອການພັດທະນາ ໄດ້ຮ່ວມກັນຈັດກອງປະຊຸມທົບທວນການຈັດຕັ້ງປະຕິບັດ ແຜນງານການຮ່ວມມື ປະຈໍາປີ 2022 ແລະ ສ້າງແຜນບຸລິມະສິດ ປະຈໍາປີ 2023 ຂຶ້ນ ໃນວັນທີ 2 ມີນາ ນີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທາວົງ ຮອງລັດຖະມົນຕີກະຊວງ ຜທ ແລະ ທ່ານ ນາງ ຣິຄາດາ ເຣເຈີ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ຊຶ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ພອນວັນ ອຸທາວົງ ໄດ້ກ່າວວ່າ: ແຜນງານການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ ໄດ້ສ້າງຂຶ້ນພາຍໃຕ້ ຂອບການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ ສປຊ (UNSCDF) ໄລຍະປີ 2022-2026 ຊຶ່ງປະກອບມີ 3 ຜົນໄດ້ຮັບຄື: ຜົນໄດ້ຮັບທີ 1 ແມ່ນຄວາມຈະເລີນ ຮຸ່ງເຮືອງຢ່າງທົ່ວເຖິງ; 2 ສິ່ງແວດລ້ອມ, ການປ່ຽນແປງດິນຟ້າອາກາດ ແລະ ການປັບປຕົວ ແລະ ຜົນໄດ້ຮັບທີ 3: ການປົກຄອງ ແລະ ລະບຽບກົດໝາຍ. ປີ 2022 ຜ່ານມາ ເປັນປີທຳອິດທີ່ຈັດຕັ້ງປະຕິບັດແຜນງານການຮ່ວມມືດັ່ງກ່າວ ຊຶ່ງກອງປະຊຸມຄັ້ງນີ້ແມ່ນ ພວກເຮົາຈະໄດ້ຮັບຟັງການລາຍງານຜົນຂອງການຈັດຕັ້ງປະຕິບັດ ບັນດາ 3 ຜົນໄດ້ຮັບດັ່ງກ່າວ ເປັນຕົ້ນ ການລາຍງານຄວາມຄືບໜ້າ, ສິ່ງທ້າທາຍ, ຂໍ້ສະດວກ, ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ສ້າງແຜນວຽກ ປະຈຳປີ 2023 ລວມທັງກົນໄກໃນການຈັດຕັ້ງປະຕິບັດແຜນງານໃນຕໍ່ໜ້າ.

ທ່ານ ນາງ ຣິຄາດາ ເຣເຈີ ກ່າວ່າ: ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ໄດ້ສຸມໃສ່ພັດທະນາ 3 ດ້ານຍຸດທະສາດຂອງການຮ່ວມມືດັ່ງກ່າວ ຊຶ່ງໃນປີ 2022 ໄດ້ເຜີຍແຜ່ບົດລາຍງານທີ່ໂດດເດັ່ນ ເປັນຕົ້ນບົດລາຍງານການພັດທະນາຊັບພະຍາກອນມະນຸດ ແຫ່ງຊາດຄັ້ງທີ 6 (NHDR) ໂດຍເນັ້ນໃສ່ ໄວໜຸ່ມ ຜູ້ຂັບຂີ່ ເພື່ອການພັດທະນາແບບຍືນຍົງ; ໄດ້ຮ່ວມມືກັບໜ່ວຍງານອື່ນຂອງອົງການ ສປຊ ເພື່ອສະໜັບສະໜູນລັດຖະບານ ໃນການສ້າງຍຸດທະສາດການສະໜອງເງິນຄັ້ງທຳອິດຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ XI; ຮ່ວມກັບອົງການເກັບກູ້ລະເບີດ ຂອງລາວ ໄດ້ບຸກເບີກພື້ນທີ່ບຸລິມະສິດສູງເຖິງ 479 ເຮັກຕາ ເພື່ອບຸກເບີກເນື້ອທີ່ດິນປົນເປື້ອນ ໃຫ້ສາມາດນຳໃຊ້ເຂົ້າໃນການຜະລິດ; ໄດ້ສະໜັບສະໜູນທາງດ້ານທຶນຮອນ ແລະ ວິຊາການ ຊຶ່ງໄດ້ສົ່ງຜົນໃຫ້ມີການປູກປ່າຄືນໃໝ່ ໃນເນື້ອທີ່ປະມານ 11.000 ເຮັກຕາ ແລະ ຊາວບ້ານ 12.000 ຄົນໄດ້ມີສ່ວນຮ່ວມໃນການຄຸ້ມຄອງຊັບພະຍາກອນທໍາມະຊາດ. ມາດຕະຖານການປະຕິບັດງານ (SOP) ສໍາລັບຂະແໜງຍຸຕິທໍາ ເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (EVAW) ກໍໄດ້ຖືກສ້າງຂຶ້ນ. ນອກນີ້, ຍັງໄດ້ຊ່ວຍເຫຼືອ 11 ອົງການຈັດຕັ້ງຂອງຄົນພິການ (PwD) ໃນການຮ່າງບົດລາຍງານ ແຜນປະຕິບັດງານຄັ້ງທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍສິດທິຄົນພິການ (CRPD) ເພື່ອເກັບກຳປະສົບການທີ່ມີຊີວິດຊີວາ ແລະ ສະເໜີ 78 ຂໍ້ສະເໜີແນະໃຫ້ ຄະນະກໍາມະການ CRPD.

(ຂ່າວ: ສຸກສະຫວັນ, ພາບ: ພັດ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version