Home ຂ່າວຕ່າງປະເທດ ຍອດຜູ້ເສຍຊີວິດຈາກລົດໄຟຕຳກັນ ເພີ່ມຂຶ້ນ 40 ກວ່າຄົນ

ຍອດຜູ້ເສຍຊີວິດຈາກລົດໄຟຕຳກັນ ເພີ່ມຂຶ້ນ 40 ກວ່າຄົນ

0

ຕາມ​ຂ່າວ​ຈາກລາຣີຊສາ ວັນ​ທີ 2​ ມີນາ​ນີ້ ຍອດ​ຜູ້​ເສຍ​ຊີວິດຈາກ​ເຫດ​ລົດ​ໄຟ 2 ຂະ​ບວນຕຳ​ກັນ​ໃກ້​ກັບເມືອງລາຣີຊສາ ປະ​ເທດ​ເກຣັກ ​ເພີ່ມ​ຂຶ້ນຢ່າງ​ໜ້ອຍ 43 ຄົນ, ບາດ​ເຈັບຫລາຍ​ກວ່າ 5​0 ຄົນ. ປັດຈຸບັນ​ເຈົ້າໜ້າ​ທີ່​ກູ້​ໄພພວ​ມ​ໃຊ້​ລົດ​ເຄນຍົກ​ຊາກ​ລົດ​ໄຟ ​ເພື່ອ​ເປີດ​ທາງ​​ໃຫ້​ໜ່ວຍ​ກູ້​ໄພຄົ້ນຫາ​ຜູ້​ລອດ​ຊີວິດຈາກ​ເຫດການ​ເກີດ​ຂຶ້ນ​ທາງ​ພາກ​ເໜືອຂອງ​ເກຣັກ ຫ່າງ​ຈາກ ນະຄອນຫລວງອາ​ແຕນ ປະມານ 380 ກິ​ໂລ​ແມັດ.

ຂະນະ​ເກີດ​ເຫດຂະ​ບວນ ລົດ​ໄຟ ​ໂດຍສານ ມີ​ຜູ້​ໂດຍສານ​ປະມານ 350 ຄົນ ​ແລະ ມຸ້ງ​ໜ້າ​ໄປ​ເມືອງ​ເທສຊາ​ໂລ​ນິກິ ​ແລ່ນ​ມາ​ ດ້ວຍ​ຄວາມ​ໄວ​ສູງຕຳ​ກັບ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າຢ່າງ​ຮຸນແຮງເຮັດ​ໃຫ້​ຕູ້​ລົດ​ໄຟຢ່າງ​ໜ້ອຍ 1 ຕູ້ ​ເສຍ​ຫາຍຢ່າງ​ໜັກ ​ແລະ ​ອີກ 3 ຕູ້​ເກີດ​ໄຟ​ໄໝ້. ຂະນະ​ທີ່ ຕູ້​ລົດ​ໄຟ 4 ຕູ້​ທຳ​ອິດ ​ຂອງ​ຂະ​ບວນ ລົດ​ໄຟ​ໂດຍສານຕົກ​ລາງ. ຂະນະ​ນີ້ ເຈົ້າໜ້າ​ທີ່​ຕຳ​ຫຼວດຂອງ​ເກຣັກ ພວມ​ສືບສວນ​ສອບ​ສວນ​ຫາ​ສາ​ເຫດ​ທີ່​ເກີດ​ຂຶ້ນ​ຄັ້ງນີ້ຢ່າງ​ຮີບ​ດ່ວນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version