Home ຂ່າວຕ່າງປະເທດ ຮ້ານສັບພະສິນຄ້າໃນອັງກິດ ຈຳກັດການຊື້ຜັກ-ໝາກໄມ້

ຮ້ານສັບພະສິນຄ້າໃນອັງກິດ ຈຳກັດການຊື້ຜັກ-ໝາກໄມ້

0

ຕາມ​ຂ່າວ​ຈາກອັງກິດ ວັນທີ 2 ມີນານີ້, ຮ້ານສັບພະ​ສິນຄ້າ​ໃນ​ອັງ​ກິດ ຈຳກັດ​ການ​ຊື້​ຜັກ ​ແລະ ໝາກ​ໄມ້ ​ເນື່ອງ​ຈາກສະພາບ​ ອາກາດ​ປ່ຽນ​ແປງຝົນຕົກ​ໜັກ ​ແລະ ນ້ຳ​ຖ້ວມ ສົ່ງ​ຜົນ​ໃຫ້​ສິນຄ້າ​ຂາດຕະຫລາດ ​ໂດຍສະ​ເພາະໝາກເລັ່ນ, ໝາກແຕງ, ໝາກ​ເຜັດ​ໃຫຍ່ ແລະ ໝາກສະຕໍເບີຣີ. ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດໃນເອີຣົບ ແລະ ອາຟຣິກກາເໜືອ ສົ່ງຜົນກະທົບຕໍ່ຜົນຜະລິດເຮັດ​ໃຫ້​ສິນຄ້າຂາດຕະຫລາດໂດ​ຍບາງ​ແຫ່ງຈຳກັດການ​ຊື້​ຜັກ ​ແລະ ໝາກ​ໄມ້ ​ໄດ້​ພຽງ 3 ຊະນິດ​ຕໍ່​ຄົນ. ຂະນະ​ທີ່ຮ້ານ​ຂາຍ​ເຄື່ອງ​ຍ່ອຍບໍ່​ຈຳກັດ​ການ​ຊື້ແຕ່​ສິນຄ້າ​ມີ​ລາຄາ​ສູງ​ຂຶ້ນ. ຜູ້​ສົ່ງ​ອອກ​ໃນປະ​ເທດ​ມາຣົກ ລະບຸ​ວ່າ: ​ໃນ​ອາທິດ​ຜ່ານ​ມາມີ​ອາກາດໜາວ​​ແຮງ ຝົນຕົກ​ໜັກ ​ແລ​ະ ​ເກີດ​ນ້ຳ​ຖ້ວມ ສົ່ງ​ຜົນ​ຕໍ່​ຜະລິດ​ຕະພັນທາງ​ກະສິກຳ ສ່ວນ​ທີ່ແອັດ​ສະ​ປາຍ ຕ້ອງ​ຍົກ​ເລີກການ​ຂົນ​ສົ່ງ​ສິນຄ້າ​ທາງ​ເຮືອ ​ເນື່ອງ​ຈາກສະພາບ​ອາກາດທີ່​ປ່ຽນ​ແປງ. ສ່ວນ​ສະ​ມາ​ຄົມ​ຜູ້​ຄ້າ​ຍ່ອຍໃນ​ອັງກິດ ຄາດ​ວ່າ ສະຖານະ​ການສິນຄ້າຂາດຕະຫລາດຈະ​ມີ​ຕໍ່​ໄປ​ອີກ 2-3ອາທິດ​ ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version