Home ຂ່າວຕ່າງປະເທດ ເທສລາ ຈະລົງທຶນສ້າງໂຮງງານໃນແມັກຊິກ 5 ຕື້ໂດລາສະຫະລັດ

ເທສລາ ຈະລົງທຶນສ້າງໂຮງງານໃນແມັກຊິກ 5 ຕື້ໂດລາສະຫະລັດ

0

ຕາມ​ຂ່າວ​ຈາກແມັກ​ຊິກ ວັນ​ທີ 1​ມີນາ​ນີ້ ​ເທສລາບໍລິສັດຜະລິດລົດ​ໄຟຟ້າສັນຊາດ ສ.ອາ​ເມ​ລິ​ກາ ຈະ​ລົງທຶນປະມານ 5 ຕື້​ໂດ​ລາ​ ສະຫະລັດ ​​ເພື່ອ​ສ້າງໂຮງງານແຫ່ງ​ໃໝ່ຂະໜາດ​ໃຫຍ່ທີ່​ສຸດ​ໃນ​ໂລກ ​ໃນ​ເມືອງ​ມອນ​ເທີ​ເຣ ທາງ​ພາກ​ເໜືອຂອງ​ແມັກ​ຊິກ ຊຶ່ງ​ຢູ່​ຫ່າງ​ຈາກຊາຍ​ແດນ​ຂອງ ສ.ອາ​ເມ​ລິ​ກາ ປະມານ 200 ກິ​ໂລ​ແມັດ ​ແລະ ຈະ​ມີ​ການ​ສ້າງ​ວຽກ​ເຮັດ​ງານ​ທຳຈຳນວນ​ຫລາຍ ຕຳ​ແໜ່​ງ​ໃນ​ຕໍ່ໜ້າ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version