Home ຂ່າວຕ່າງປະເທດ ສະພາແຫ່ງຊາດແຟງລັງ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການເຂົ້າຮ່ວມນາໂຕ

ສະພາແຫ່ງຊາດແຟງລັງ ຮັບຮອງເອົາຮ່າງກົດໝາຍວ່າດ້ວຍການເຂົ້າຮ່ວມນາໂຕ

0

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ,​ ​ ເມື່ອບໍ່ດົນມານີ້ ສະພາແຫ່ງຊາດແຟງລັງ ໄດ້ຮັບຮອງເອົາຮ່າງກົດໝາຍ ອະນຸຍາດ ໃຫ້ປະເທດນີ້ເຂົ້າຮ່ວມສົນທິສັນຍາອັກລັງຕິກເໜືອ (NATO) ພາຍຫລັງ​ແຟງລັງປະຕິບັດສຳເລັດທຸກຂັ້ນຕອນນິຕິກຳ ກ່ຽວກັບການເຂົ້າຮ່ວມ NATO ໃນທ້າຍອາຍຸການ ຂອງ ທ່ານ ສັນ​ນາ ມາຣິນ (Sanna Marin), ນາຍົກລັດຖະມົນຕີແຟງ​ລັງ. ຕາມແຜນການແລ້ວ ໃນວັນທີ 2 ເມສາປີ​ນີ້ ແຟງລັງ ຈະຈັດການປ່ອນບັດເລືອກຕັ້ງສະພາຕ່ຳ ແລະ Helsinki ຢາກປະຕິບັດ ສຳເລັດຂັ້ນຕອນນິຕິບັນຍັດນີ້ໂດຍໄວເພື່ອແນໃສ່ຫລີກລ້ຽງຄວາມສ່ຽງເກີດຜົນສະທ້ອນຈາກການເຂົ້າຮ່ວມ NATO ຍ້ອນຊ່ອງວ່າງດ້ານການເມືອງທີ່ອາດຈະເກີດຂຶ້ນພາຍຫລັງການເລືອກຕັ້ງ. ປັດຈຸບັນມີ 28 ປະ​ເທດ ຈາກຈຳນວນ 30 ປະເທດ ສະມາຊິກ NATO ເຫັນດີໃຫ້ແຟງລັງ ແລະ ຊູແອດ ເຂົ້າຮ່ວມເປັນສະມາຊິກຂອງອົງການນີ້. ຍັງພຽງ​ແຕ່ 2 ປະເທດ ຍັງບໍ່ທັນ ເຫັນດີຕໍ່ການຮັບເອົາສອງປະເທດດັ່ງກ່າວເປັນສະມາຊິກແມ່ນຕວັກກີ ແລະ ຮົງກາຣີ, ໃນນັ້ນຕວັກກີ ພວມໄດ້ຮັບຖືວ່າແມ່ນຄວາມກັງວົນໃຫຍ່ທີ່ສຸດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version