Home ຂ່າວພາຍໃນ ພາກສ່ວນກ່ຽວຂ້ອງສືບຕໍ່ສະກັດກັ້ນຄວັນໄຟຢູ່ສະໜາມຂີ້ເຫຍື້ອ

ພາກສ່ວນກ່ຽວຂ້ອງສືບຕໍ່ສະກັດກັ້ນຄວັນໄຟຢູ່ສະໜາມຂີ້ເຫຍື້ອ

0

ແຫລ່ງຂ່າວຈາກ ແຂວງຫລວງພະບາງໃຫ້ຮູ້ວ່າ: ເຫດການໄຟໄໝ້ຂີ້ເຫຍື້ອ ຢູ່ສະໜາມຂີ້ເຫຍື້ອ ເຂດບ້ານຫລັກແປດ ນະຄອນຫລວງພະບາງ ໄດ້ເກີດຂຶ້ນແຕ່ຕອນແລງຂອງວັນທີ 13 ກຸມພາ 2023, ມາຮອດປັດຈຸບັນສາມາດສະກັດກັ້ັນບໍ່ໃຫ້ໄຟລຸກລາມເປັນວົງກວ້າງ ແຕ່ຍັງມີໄຟໄໝ້ເນື້ອທີ່ຂີ້ເຫຍື້ອປະມານ 5 ເຮັກຕາ ເຊິ່ງເກີດຄວັນໄຟປົກຄຸມບໍລິເວນອ້ອມຮອບ ເຖິງວ່າທຸກພາກສ່ວນກ່ຽວຂ້ອງ ຈະສຸມໃສ່ດັບໄຟທີ່ໄໝ້ຢ່າງຕໍ່ເນື່ອງ.

ທ່ານ ດາວັນ ສີລິວົງ ຮອງຫົວໜ້າອົງການພັດທະນາ ແລະ ບໍລິຫານຕົວເມືອງ ນະຄອນຫລວງພະບາງ ໄດ້ໃຫ້ສຳພາດໃນວັນທີ 1 ມີນາ 2023 ນີ້ວ່າ: ຜ່ານມາຄະນະຮັບຜິດຊອບ ໄດ້ເຮັດຂຸມຂີ້ເຫຍື້ອເປັນລັກສະນະອ່າງເກັບ ໂດຍມີຄວາມເລິກຫລາຍແມັດ ແລະ ໄດ້ຖົມຂີ້ເຫຍື້ອເປັນ 3 ຊັ້ນ ຄາດວ່າໄຟອາດຈະໄໝ້ຂີ້ເຫຍື້ອຮອດຊັ້ນທຳອິດ ຈຶ່ງເຮັດໃຫ້ການດັບໄຟພົບຄວາມຫຍຸ້ງຍາກ ແລະ ເຮັດໃຫ້ເກີດມີຄວັນໄຟອອກມາຢ່າງຕໍ່ເນື່ອງ ພາຍຫລັງເກີດໄຟໄໝ້ຂີ້ເຫຍື້ອ ໃນຄືນວັນທີ 13 ກຸມພາ, ພາກສ່ວນຮັບຜິດຊອບສະໜາມຂີ້ເຫຍື້ອ ໄດ້ສົມທົບກັບເຈົ້າໜ້າທີ່ດັບເພີງກອງບັນຊາການປ້ອງກັນຄວາມສະຫງົບແຂວງ ສຸມໃສ່ດັບໄຟທີ່ກຳລັງລຸກໄໝ້ທັງໄດ້ສ້າງແລວກັນໄຟບໍ່ໃຫ້ແຜ່ລາມເປັນວົງກວ້າງ ໂດຍໄດ້ດຳເນີນຕະຫລອດຄືນ ແຕ່ບໍ່ສາມາດດັບໄຟໄດ້, ມາຮອດປັດຈຸບັນ ຍັງມີຄວັນໄຟອອກມາຈາກອ່າງເກັບຂີ້ເຫຍື້ອ ເນື່ອງຈາກການດັບໄຟແມ່ນມີຄວາມຫຍຸ້ງຍາກ ຍ້ອນເນື້ອທີ່ຂອງຈຸດເກີດເຫດມີບໍລິເວນກວ້າງ;ການປະຕິບັດຕົວຈິງແມ່ນພົບຄວາມຫຍຸ້ງຍາກຫລາຍ ໂດຍສະເພາະແມ່ນຂາດງົບປະມານຈັດຊື້ນ້ຳມັນເຊື້ອໄຟ ແລະ ອຸປະກອນຈຳເປັນ, ພ້ອມນີ້ ພາຫະນະກົນຈັກທີ່ໃຊ້ຢູ່ພາຍໃນສະໜາມຂີ້ເຫຍື້ອ ມີຄວາມຊຸດໂຊມຕ້ອງໄດ້ສ້ອມແປງເປັນໄລຍະ, ປັດຈຸບັນພາກສ່ວນຮັບຜິດຊອບ ພວມສືບຕໍ່ສີດນ້້ຳສະກັດຄວັນ ທີ່ອອກມາຈາກອ່າງຂີ້ເຫຍື້ອ ແລະ ໄດ້ນຳໃຊ້ດິນຖົມຂີ້ເຫຍື້ອທີ່ເກີດເປັນຄວັນ ໂດຍໄດ້ຮັບການຮ່ວມມືຈາກພາກລັດ ແລະ ພາກທຸລະກິດ ເປັນຕົ້ນ ການສົມທົບອຸປະກອນ ແລະ ພາຫະນະເຂົ້າຊ່ວຍ ຄາດວ່າຈະໃຊ້ເວລາອີກດົນສົມຄວນ.

ມາໃນວັນທີ 1 ມີນາ 2023 ນີ້, ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ໄດ້ລົງໄປກວດກາເບິ່ງພື້ນທີ່ຕົວຈີງ ແລະ ໄດ້ມີຄຳເຫັນຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງຂອງແຂວງ ລະດົມບັນດາບໍລິ ສັດທີ່ມີກົນຈັກ ເຂົ້າມາຊ່ວຍ, ທັງສະໜອງງົບປະມານເຂົ້າໃນການບໍລິຫານວຽກ ເພື່ອໃຫ້ສາມາດແກ້ໄຂບັນຫາສະພາບໃຫ້ດີຂຶ້ນ. ພ້ອມນີ້, ທ່ານໄດ້ຊີ້ນຳໃຫ້ອົງການປົກຄອງ ນະຄອນຫລວງພະບາງ ອອກແຈ້ງການເຕືອນໃຫ້ປະຊາຊົນພ້ອມກັນຮັກສາສຸຂະພາບ ດ້ວຍການໃສ່ຜ້າອັດປາກ-ດັງ ເວລາອອກນອກເຮືອນ.

Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version