Home ຂ່າວໜ້າໜຶ່ງ ຮ່ວມ​ກັນ​ຕ້ານ​ ການ​ຄ້າ-ຂາຍ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ

ຮ່ວມ​ກັນ​ຕ້ານ​ ການ​ຄ້າ-ຂາຍ​ສັດ​ປ່າ​ທີ່​ຜິດ​ກົດ​ໝາຍ

0

ເນື່ອງໃນວັນສັດປ່າໂລກ,​ ລັດຖະບານລາວ ຮ່ວມກັບຄູ່ຮ່ວມງານຈາກອົງການຈັດຕັ້ງສາກົນ ໄດ້ລິເລີ່ມເຜີຍແຜ່ວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າທີ່ຜິດກົດໝາຍ ໃນການນຳໃຊ້ສື່ໂຄສະນາອອນລາຍຢ່າງເປັນທາງການ ຜ່ານທາງເຟສບຸກ ແລະ ເວັບໄຊ ຊຶ່ງມີຈຸດປະສົງແມ່ນເພື່ອຮຽກຮ້ອງໃຫ້ທຸກຄົນ ໃນ ສປປ ລາວ ປະກອບສ່ວນ ແລະ ເປັນເຈົ້າການຮ່ວມກັນ ຕໍ່ກັບວຽກງານຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ. ສື່ໂຄສະນາດັ່ງກ່າວນີ້ ໄດ້ຮັບການສະໜັບສະໜູນ ຈາກ ກົມກວດກາປ່າໄມ້, ກະຊວງກະສີິກຳ ແລະ ປ່າໄມ້ ແລະ ບຸກຄົນທີ່ມີສື່ສຽງໃນສັງຄົມ ເພື່ອເປັນກະບອກສຽງຮ່ວມກັນ ໃນວຽກງານອະນຸລັກສັດປ່າ.

ກະຊວງ ກະສິກຳ ແລະ ປ່າໄມ້, ໂດຍການສະໜັບສະໜູນທຶນຈາກ ໂຄງການ ການປົກປັກຮັກສາ ແລະ ນໍາໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ (ProFEB) ຂອງ GIZ ໄດ້ລິເລີ່ມວຽກງານສື່ໂຄສະນາດັ່ງກ່າວ ໂດຍການເຂົ້າຮ່ວມຈາກ ກົມກວດກາປ່າໄມ້, ກົມປ່າໄມ້ ແລະ ການຮ່ວມມືຈາກຄູ່ຮ່ວມງານຈາກອົງການອະນຸລັກສັດປ່າ (WCS), ອົງການກອງທຶນອະນຸລັກທໍາມະຊາດໂລກ (WWF) ແລະ ມູນນິທິອະນຸລັກສັດປ່າ (LCTW). ການເຮັດວຽກຮ່ວມກັນຂອງບັນດາພາກສ່ວນທີ່ກ່ຽວຂ້ອງ ເຮັດໃຫ້ເກີດແນວຄວາມຄິດລິເລີ່ມທີ່ສ້າງສັນ ໂດຍນໍາໃຊ້ສື່ສັງຄົມອອນລາຍ ທີ່ເປັນເຄື່ອງມື ໃນການຊ່ວຍໂຄສະນາ ເພື່ອຕ້ານການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ໃນ ສປປ ລາວ.​​

ທ່ານ ສຸນັນທາ ຈຸນລະມະນີ ຮອງຫົວໜ້າກົມກວດກາປ່າໄມ້ ກ່າວ​ວ່າ: “ຈຸດປະສົງ ແມ່ນເພື່ອໂຄສະນາເຜີຍແຜ່ ແລະ ການສ້າງຈິດສຳນຶກ ໃຫ້ທົ່ວສັງຄົມ ໄດ້ຮັບຮູ້ ເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນ ຂອງການອະນຸລັກສັດປ່າ ທັງເປັນເຈົ້າການເຂົ້າຮ່ວມໃນວຽກງານ ຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ແນໃສ່ການປົກປັກຮັກສາຊັບພະຍາກອນປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ໃຫ້ສົມກັບວ່າ ປະເທດລາວ ເປັນປະເທດ ທີ່ງົດງາມ ມີຄວາມຫຼາກຫຼາຍທາງຊີວະນາໆພັນ ແລະ ມໍລະດົກທາງທຳມະຊາດທີ່ເປັນເອກະລັກສະເພາະ ຊຶ່ງບໍ່ສະເພາະເເຕ່ເປັນການອະນຸລັກສັດປ່າ ໃຫ້ມີຄວາມຍືນຍົງເທົ່ານັ້ນ, ແຕ່ຍັງເປັນການຮັກສາ ສຸຂະພາບ ແລະ ປ້ອງກັນພະຍາດຈາກສັດປ່າ ທີ່ຈະຕິດແປດມາສູ່ຄົນ ແລະ ປະກອບສ່ວນ ໃນການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາອີກດ້ວຍ. ສະນັ້ນ, ວຽກງານດັ່ງກ່າວ ຈຶ່ງແມ່ນ ຄວາມຮັບຜິດຊອບ ແລະ ເປັນພັນທະຂອງໝົດທຸກຄົນ ທີ່ຈະຕ້ອງໄດ້ຊ່ວຍກັນອະນຸລັກ ສິ່ງເຫຼົ່ານີ້ໄວ້”.

ວຽກງານສື່ໂຄສະນາອອນລາຍນີ້ ຈະເປັນອີກແຮງຍູ້ໜຶ່ງ ເພື່ອໃຫ້ຜູ້ຄົນທີ່ໃຊ້ອິນເຕີເນັດ ຊ່ວຍແຊຂໍ້ຄວາມ ຈາກໜ້າເຟສບຸກ ທີ່ມີຊື່ວ່າ ທຸກຄົນສາມາດເປັນຜູ້ປົກປັກຮັກສາສັດປ່າ. ຢູ່ໃນເພຈ​ດັ່ງ​ກ່າວນີ້, ຜູ້ຕິດຕາມ ສາມາດຮັບຮູ້ຂໍ້ມູນໃນຮູບແບບ ກຣາບຟິກ ກ່ຽວກັບການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ວິທີການໃນການໂນ້ມນ້າວໃຫ້ຜູ້ຄົນເປັນເຈົ້າການຮ່ວມກັນໃນວຽກງານອະນຸລັກສັດປ່າ ແລະ ພ້ອມກັນ ຕ້ານ ແລະ ສະກັດກັ້ນ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ, ການປົກປັກຮັກສາສັດປ່າ ແລະ ຊັບພະຍາກອນປ່າໄມ້ ແລະ ຫົວຂໍ້ອື່ນໆທີ່ຈຳເປັນ. ທ່ານສາມາດຮັບຂໍ້ມູນຂ່າວສານແບບດຽວກັນນີ້ ໄດ້ທາງເວັບໄຊຂອງສື່ໂຄສະນາ​ດັ່ງ​ກ່າວນີ້ ທີ່ www.LaoWildlifeHeroes.org.

ທ່ານ ມາຕິນ ນໍວາກ ຫົວໜ້າໂຄງການ ProFEB ກ່າວ​ວ່າ: “ເປົ້າໝາຍແຄມເປນຂອງພວກເຮົາ ແມ່ນເພື່ອເປັນການປະກອບສ່ວນຊ່ວຍກັນ ໃຫ້ມີການປ່ຽນແປງໃນທາງບວກ ຢູ່ໃນ ລາວ ໂດຍມີຂະບວນການ ເເລະ ການຈັດຕັ້ງປະຕິບັດ ທີ່ຊັດເຈນ ແລະ ເປັນຮູບປະທຳ ທີ່ທຸກຄົນສາມາດນຳໄປຈັດຕັ້ງປະຕິບັດໄດ້ງ່າຍດາຍ ໃນຊີວິດປະຈຳວັນຂອງເຂົາເຈົ້າ”.

ແຄມເປນສື່ໂຄສະນາດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການການຮ່ວມມື ຕ້ານອາຊະຍາກຳສັດປ່າ ໃນອາຟຣິກາ ແລະ ອາຊີ, ຈັດຕັ້ງປະຕິບັດໂດຍໂຄງການ GIZ,​ ຕາງໜ້າໃຫ້ແກ່ ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ຂອງລັດຖະບານເຢຍລະມັນ (BMZ) ແລະ ກະຊວງສິ່ງແວດລ້ອມ, ອະນຸລັກທໍາມະຊາດ, ຄວາມປອດໄພ ດ້ານນິວເຄຣຍ ແລະ ການປົກປ້ອງຜູ້ຊົມໃຊ້ຂອງລັດຖະບານເຢຍລະມັນ (BMUV). ແຄມເປນດັ່ງກ່າວ ມີເປົ້າໝາຍເພື່ອຫຼຸດຜ່ອນ ການອາຊະຍາກຳສັດປ່າ. ເພື່ອສ້າງການປ່ຽນແປງ ການຢຸດ! ການຄ້າ-ຂາຍສັດປ່າຜິດກົດໝາຍ, ຂໍໃຫ້ທ່ານຕິດຕາມ ເຟສບຸກຂອງແຄັມເປນ ແລະ ນໍາໃຊ້ແຮັສແທັກ (hashtag) #LaoWildlifeHeroes ເພື່ອສະແດງການສະໜັບສະໜູນການ ອະນຸລັກສັດປ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version