Home ຂ່າວໜ້າໜຶ່ງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ກຸ່ມທະນາຄານໃນຕ່າງປະເທດ (BRED Group) ຂອງຝຣັ່ງ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ກຸ່ມທະນາຄານໃນຕ່າງປະເທດ (BRED Group) ຂອງຝຣັ່ງ

0

ໃນຕອນເຊົ້າຂອງວັນທີ 01 ມີນາ 2023, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ກຸ່ມທະນາຄານໃນຕ່າງປະເທດ ແລະ ສປປ ລາວ (BRED Group) ຈາກສາທາລະນະລັດຝຣັ່ງ, ນໍາໂດຍ ທ່ານ ໂອລີວີເອ ແຄລນ (Olivier KLEIN), ຜູ້ບໍລິຫານໃຫຍ່ຂອງກຸ່ມທະນາຄານ ດັ່ງກ່າວ.

ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນດັ່ງກ່າວ, ເຊິ່ງການຢ້ຽມຢາມ ສປປ ລາວ ຄັ້ງນີ້ ຖືເປັນການປະສ່ວນເຂົ້າໃນການສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຝຣັ່ງ, ໂດຍສະເພາະ ການພົວພັນຮ່ວມມືດ້ານການເງິນ-ທະນາຄານ ແລະ ການຄ້າ-ການລົງທຶນ. ພ້ອມດຽວກັນນີ້, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ສະພາບພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ການພັດທະນາເສດຖະກິດສີຂຽວ ແລະ ສະອາດ ເພື່ອແນ່ໃສ່ການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ແຜນນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ຢູ່ ສປປ ລາວ, ພ້ອມທັງໄດ້ສະເໜີຝ່າຍຝຣັ່ງ ສືບຕໍ່ຊຸກຍູ້ ແລະ ດຶງດູດເອົາການຄ້າ-ການລົງທຶນຈາກ ຝຣັ່ງ ເຂົ້າມາ ສປປ ລາວ ໃຫ້ນັບມື້ນັບຫຼາຍຂຶ້ນ, ໂດຍສະເພາະ ຢູ່ໃນຂົງເຂດການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ການທ່ອງທ່ຽວວັດທະນະທໍາ ແລະ ການທ່ອງທ່ຽວທໍາມະຊາດ ເປັນຕົ້ນ. ນອກນັ້ນ, ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024.

ໂອກາດດຽວກັນນີ້, ທ່ານ ໂອລີວີເອ ແຄລນ ກໍໄດ້ຕາງໜ້າໃຫ້ຄະນະ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການພັດທະນາປະເທດຊາດ ຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ຊົມເຊີຍ ທີ່ ສປປ ລາວ ມີແຜນຈະນໍາພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2026. ພ້ອມທັງກ່າວຕື່ມວ່າ ກຸ່ມທະນາຄານ ຈະສືບຕໍ່ເຄື່ອນໄຫວ ປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນຮ່ວມມື ດ້ານການຄ້າ-ການລົງທຶນ ລະຫວ່າງ ສອງຝ່າຍ, ໂດຍສະເພາະ ບັນຫາທີ່ໄດ້ຫາລືກັນ ໃນການສົ່ງເສີມທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ, ການຮ່ວມມືລະຫວ່າງທະນາຄານ, ລວມທັງຂະແໜງການທ່ອງທ່ຽວຢູ່ ສປປ ລາວ ໃຫ້ເພີ່ມຂຶ້ນໃນອະນາຄົດ. ນອກຈາກນັ້ນ, ຄະນະຜູ້ແທນດັ່ງກ່າວ ກໍໄດ້ແຈ້ງຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຕື່ມອີກ.

ຂ່າວ-ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version