Home ຂ່າວພາຍໃນ ຄຳມ່ວນ ສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປີ 2016-2020

ຄຳມ່ວນ ສະຫຼຸບຕີລາຄາຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາປີ 2016-2020

0

ເພື່ອສະຫຼຸບຕີລາຄາຄືນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນໄລຍະ 5 ປີຜ່ານມາ (2016-2020) ແລະ ສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີຕໍ່ໜ້າ (2021-2025) ໃນວັນທີ 28 ກຸມພາຜ່ານມາທີ່ສະໂມສອນໃຫຍ່ຂອງແຂວງຄຳມ່ວນໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນໂດຍການເປັນປະທານຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ເຂົ້າຮ່ວມມີພະນັກງານອາວຸໂສບຳນານ,ມີການນຳຂັ້ນແຂວງ,ຂັ້ນເມືອງ,ບັນດາພະແນກການ ແລະພາກສ່ວນ ຕ່າງໆພາຍໃນແຂວງເຂົ້າຮ່ວມ.

ທ່ານນາງ ອາລີ ບົວຈູມ ຫົວໜ້າພະແນກພາຍໃນແຂວງໄດ້ກ່າວວ່າ: ໃນໄລຍະຜ່ານມາ ຄະນະພັກ, ອົງການປົກຄອງທຸກຂັ້ນໄດ້ເປັນເຈົ້າການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດບັນດາຄາດໝາຍທີ່ວາງໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີIX ຂອງອົງຄະນະພັກແຂວງ, ເພື່ອແຂ່ງຂັນກັນສ້າງຂະບວນການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຢູ່ຊົນນະບົດ ພາຍໃຕ້ຄໍາຂວັນ ຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນການຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ໄດ້ຕາມ 4 ຄາດໝາຍລວມ ຂອງການແຂ່ງຂັນ ຄື: ໃຫ້ໄວ, ໃຫ້ດີ, ໃຫ້ຫຼາຍ ແລະ ໃຫ້ຖືກກົດໝາຍ ຕາມເນື້ອໃນ 4 ດ້ານ ຂອງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກໃນທົ່ວແຂວງ ຄື: ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ ຕິດແໜ້ນກັບການກໍ່ສ້າງຮາກຖານການເມືອງ, ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອສ້າງໃຫ້ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ບັນລຸຕາມ 4 ເນື້ອໃນ 4 ຄາດໝາຍ ຂອງການແຂ່ງຂັນ.

ຄະນະພັກ-ອົງການປົກຄອງຂັ້ນແຂວງໄດ້ແຕ່ງຕັ້ງຄະນະຊີ້ນໍາ ວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ເພື່ອນໍາພາເປີດຂະບວນການແຂ່ງຂັນ ຕາມພະແນກການ, ອົງການທຽບເທົ່າພະແນກຂັ້ນແຂວງ ແລະ ບັນດາເມືອງ, ປຸກລະດົມ, ຊຸກຍູ້, ຕິດຕາມຂະບວນການ ເປັນແຕ່ລະໄລຍະ ພ້ອມທັງຫັນເອົາພະນັກງານຂັ້ນພະແນກການລົງຊຸກຍູ້ ຢູ່ຮາກຖານຂັ້ນບ້ານ, ນໍາພາສ້າງແຜນການ, ໂຄງການ ແລະ ນໍາພາເຮັດຕົວຈິງ, ພ້ອມນັ້ນ ກໍສຸມທຶນຮອນເຂົ້າໃສ່ການສ້າງບ້ານພັດທະນາ, ສ້າງບ້ານໃຫຍ່ໃຫ້ມີສີສັນ ຄືກັບຕົວເມືອງນ້ອຍໃນຊົນນະບົດ ແລະ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ, ສະຫຼຸບ, ຕີລາຄາ, ປະເມີນຜົນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບ້ານພັດທະນາ, ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ຊຶ່ງສາມາດຄັດເລືອກໄດ້ຜົນງານ, ຍ້ອງຍໍ, ບຸກຄົນຄອບຄົວຕົວແບບ, ກົມກອງລວມໝູ່, ບ້ານ, ພະນັກງານ-ລັດຖະກອນ ທີ່ໄດ້ປະກອບສ່ວນ ເຂົ້າໃນຂະບວນແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ຕິດພັນກັບການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຊຶ່ງມີຜົນສໍາເລັດ ແລະ ໄດ້ຮັບການຍ້ອງຍໍແຕ່ລະຂັ້ນ.

ຜົນສໍາເລັດ ໃນການຈັດຕັ້ງປະຕິບັດ ການຄັດເລືອກຜົນງານ ເພື່ອສະຫຼຸບຕີລາຄາ, ປະເມີນຜົນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານສາມສ້າງເຂົ້າສູ່ລວງເລິກ. ຜ່ານການສະຫຼຸບຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນຮັກຊາດ, ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງເຂົ້າສູ່ລວງເລິກ ສາມາດສັງລວມການຍ້ອງຍໍຜົນງານ 5 ປີ (2016-2020)ໃຫ້ບຸກຄົນ ແລະ ກົມກອງ, ຄອບຄົວຕົວແບບ ແລະ ບັນດາເມືອງ ທົ່ວແຂວງຄໍາມ່ວນ, ສະເໜີຍ້ອງຍໍແຕ່ລະປະເພດລວມທັງໝົດ 7.023 ທ່ານ ແລະ 55 ກົມກອງ ແລະ 2 ບ້ານຊຶ່ງໃນນັ້ນປະກອບມີປະເພດຫຼຽນໄຊແຮງງານຊັ້ນ I ຈໍານວນ 54 ທ່ານ ແລະ 4 ກົມກອງ,ຫຼຽນໄຊແຮງງານຊັ້ນ IIຈໍານວນ 143 ທ່ານ ແລະ 6 ກົມກອງ, ຫຼຽນໄຊແຮງງານຊັ້ນ III ຈໍານວນ319 ທ່ານ ແລະ 5 ກົມກອງ,2 ບ້ານເປັນກຽດມອບໂດຍທ່ານ ວັນໄຊ ພອງສະຫວັນເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນ, ປະເພດຫຼຽນກາແຮງງານຈໍານວນ 341 ທ່ານ ແລະ 3 ກົມກອງເປັນກຽດມອບໂດຍທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງປະທານສະພາປະຊາຊົນແຂວງ, ປະເພດໃບຍ້ອງຍໍໃນນີ້ໃບຍ້ອງຍໍລັດຖະບານຈໍານວນ 691 ທ່ານ ແລະ 11 ກົມກອງ ແລະ ໃບຍ້ອງຍໍທ່ານເຈົ້າແຂວງຈໍານວນ 5.477 ທ່ານ ແລະ 26ກົມກອງເປັນກຽດມອບໂດຍທ່ານ ວົງເພັດ ຈິດເປັນຍາ ຮອງເລຂາພັກແຂວງ (ຜູ້ຊີ້ນໍາວຽກງານພັກ-ພະນັກງານ).

ທ່ານເຈົ້າແຂວງຄໍາມ່ວນໄດ້ເນັ້ນໃຫ້ບັນດາພະນັກງານການນໍາຫຼັກແຫ່ງໃນແຕ່ລະຂັ້ນພາຍຫຼັງສໍາເລັດກອງປະຊຸມໃນຄັ້ງນີ້ແລ້ວໃຫ້ນໍາເອົາເນື້ອໃນຈິດໃຈດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍຢູ່ກົມກອງທ້ອງຖິ່ນ ແລະ ຫ້ອງການຂອງຕົນໃຫ້ເກີດດອກອອກຜົນ, ປຸກລະດົມກໍາລັງແຮງຂອງມະຫາຊົນໃຫ້ເຂົ້າມາມີສ່ວນຮ່ວມໃນຂະບວນການພັດທະນາໂດຍການສຸມທຸກເຫື່ອແຮງ ແລະ ສະຕິປັນຍາໃຫ້ມີຜົນສໍາເລັດ, ເພີ່ມທະວີຄວາມເປັນເຈົ້າການໃນການຊີ້ນໍາໆພາຂອງອົງການຈັດຕັ້ງທຸກຂັ້ນເພື່ອເປັນໄມ້ຫຼ້າວັດແທກຜົນສໍາເລັດ, ເພີ່ມທະວີຂະບວນການຮັກຊາດ ແລະ ພັດທະນາຕາມ 4 ຄາດໝາຍໃຫ້ດີກວ່າເກົ່າໂດຍການສະກັດກັ້ນປະກົດຫຍໍ້ທໍ້ໃນສັງຄົມ, ສ້າງຕົວແບບທີ່ດີເພື່ອໃຫ້ຂະແໜງການອື່ນສາມາດນໍາໄປເປັນບົດຮຽນໄດ້ເຊັ່ນ: ບຸກຄົນດີເດັ່ນ, ບ້ານດີເດັ່ນ, ອົງການຈັດຕັ້ງດີເດັ່ນ,ນັກທຸລະກິດດີເດັ່ນ ແລະ ອື່ນໆຊຶ່ງເຫັນວ່າຈະຕ້ອງໄດ້ເຮັດໃຫ້ມັນແທດເຖິງກວ່າເກົ່າ ແລະ ເປັນຮູບປະທໍາກວ່າເກົ່າທັງນີ້ເພື່ອຍູ້ແຮງກໍາລັງການຜະລິດພາຍໃນແຂວງໃຫ້ມີຄວາມເຂັ້ມແຂງ ແລະ ປູກຈິດສໍານຶກໃຫ້ປະຊາຊົນພາຍໃນແຂວງມາຜະລິດພາຍໃນໃຫ້ຫຼາຍຂຶ້ນເພື່ອຫຼຸດຜ່ອນການນໍາເຂົ້າພ້ອມກັນນັ້ນກໍຕ້ອງໄດ້ມີການຕິດຕາມ,ກວດກາ ແລະ ຊຸກຍູ້ຂະບວນການຮັກຊາດ ແລະ ພັດທະນາໃຫ້ມີຄວາມຖືກຕ້ອງ ແລະ ສອດຕ່ອງກັບສະພາບຄວາມເປັນຈິງ.

ຂ່າວ-ພາບ: ແດງສະຫວັດ ແສນພານິດ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version