Home ຂ່າວໜ້າໜຶ່ງ ຄະນະພົວພັນຕ່າງປະເທດສູນກາງພັກ ປະກາດການຈັດຕັ້ງ

ຄະນະພົວພັນຕ່າງປະເທດສູນກາງພັກ ປະກາດການຈັດຕັ້ງ

0

ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີປະກາດພະນັກງານອອກພັກຜ່ອນ-ຮັບອຸດໜູນບໍານານ ແລະ ປະກາດຕໍາແໜ່ງບໍລິຫານຂັ້ນຫົວໜ້າກົມ ໃນວັນທີ 1 ມີນາ 2023 ໂດຍການເປັນປະທານຂອງ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍຄະນະພັກ-ຄະນະນໍາ, ຄະນະກົມ ພາຍໃນຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມ.

ໃນພິທີ ສະຫາຍ ວາລະໄຊ ເລັ່ງສະຫວັດ ຄະນະພັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ສະຫາຍ ນາງ ພອນດາວັນ ພິນສະຫວັນ ຫົວໜ້າກົມຈັດຕັ້ງ-ພະນັກງານ ອອກພັກການ-ຮັບອຸດໜູນບໍານານ ແລະ ຜ່ານຂໍ້ຕົກລົງຂອງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ສະ ຫາຍ ຈັນທະວີສຸກ ຈັນທະສານ ຮອງຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ ອອກພັກການ-ຮັບອຸດໜູນບໍານານ ແລະ ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ບຸນຍະເດດ ໄຊຍະວົງ ເປັນຫົວໜ້າຫ້ອງການ ຄະນະພົວພັນຕ່າງປະເທດສູນກາງພັກ, ແຕ່ງຕັ້ງ ສະຫາຍ ເກີລໍ່ ຢາງກໍ່ ເປັນຫົວໜ້າກົມຈັດຕັ້ງ-ພະນັກງານ, ແຕ່ງຕັ້ງ ສະຫາຍ ນາງ ສິຣິພອນ ຄູຫາເທບ ເປັນຫົວໜ້າກົມເອີຣົບ-ອາເມຣິກາ ແລະ ແຕ່ງຕັ້ງ ສະຫາຍ ບຸນຍອງ ບຸດທະວົງ ເປັນຫົວໜ້າກົມການທູດປະຊາຊົນ.

ໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ໂອ້ລົມຕໍ່ພະນັກງານບໍານານ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ແລະ ຜົນສໍາເລັດໃນການປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ວຽກງານລວມຂອງ ຄະນະພົວພັນຕ່າງປະ ເທດສູນກາງພັກ ຕະຫລອດໄລຍະຜ່ານມາ. ພ້ອມທັງສະເໜີໃຫ້ຖ່າຍທອດບົດຮຽນ ແກ່ພະນັກງານຮຸ່ນສືບທອດ, ສືບຕໍ່ດຳເນີນຊີວິດການເມືອງໃນໜ່ວຍພັກໃຫ້ເປັນປົກກະຕິ, ໃຫ້ສືບຕໍ່ເປັນແບບຢ່າງທີ່ດີໃນການດໍາລົງຊີວິດໃນສັງຄົມ, ສ້າງເສດຖະກິດຄອບຄົວຖືກຕ້ອງຕາມກົດໝາຍ. ສໍາລັບພະນັກງານທີ່ໄດ້ຮັບການເລື່ອນຕໍາແໜ່ງບໍລິຫານ ໃຫ້ເອົາໃຈໃສ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ປີ ໃນຕໍ່ໜ້າ(2021-2025); ນໍາພາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຕາມພາລະບົດບາດ ຮັບປະກັນການເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນວຽກງານຈັດຕັ້ງ-ພະນັກງານ, ພົວພັນຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ ໃນໄລຍະໃໝ່.

ພາບ: ເກດສະໜາ

ຂ່າວ: ຄຕພ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version