Home ທ່ອງທ່ຽວ ບ້ານກັນດອນໃໝ່

ບ້ານກັນດອນໃໝ່

0

ບ້ານກັນດອນໃໝ່ ເປັນບ້ານທ່ອງທ່ຽວທາງວັດທະນະທຳ ແລະ ສຶກສາວິຖີການດຳລົງຊີວິດຂອງເຜົ່າກະຕູ່, ເປັນບ້ານໜຶ່ງທີ່ໄດ້ຍົກຍ້າຍແຕ່ເມືອງກະລຶມມາຕັ້ງຖິ່ນຖານຢູ່ເມືອງທ່າແຕງ, ຫ່າງຈາກຕົວເມືອງທ່າແຕງໄປທາງຕອນໃຕ້ ປະມານ 17 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງເຊກອງ ໄປທາງທິດເໜືອປະມານ 32 ກິໂລແມັດ, ໃນວັນທີ 5 ເດືອນ 3 ຂອງທຸກໆປີ, ຊາວບ້ານກັນດອນໃໝ່ຈະຈັດງານບຸນປະເພນີຂອງເຜົ່າຂຶ້ນ ເພື່ອສະຫຼອງໝາກຜົນຈາກການເກັບກ່ຽວໂດຍໃນງານຈະມີການສະແດງສິລະປະພື້ນເມືອງ ແລະ ການວາງສະແດງຜະລິດຕະພັນຫັດຖະກຳຕໍ່າແຜ່ນ-ຈັກສານຂອງເຜົ່າ. ນັກທ່ອງທ່ຽວຍັງສາມາດເລາະຊົມໂຮງສົບເກົ່າແກ່-ດັ່ງເດີມຂອງເຜົ່າ ແລະ ທ່ຽວສາລາ (ກວນ) ກາງບ້ານ ໂດຍມີຜູ້ນຳທ່ຽວຂອງບ້ານເປັນຄົນອະທິບາຍຕະຫຼອດງານ ແລະ ຍັງມີພິທີຂ້າຄວາຍແປງຮີດເປັນອາຫານຕ້ອນຮັບແຂກທີ່ມາຮ່ວມງານນຳອີກ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version