Home ຂ່າວພາຍໃນ ຊາວໜຸ່ມພະແນກບໍລິຫານ-ສັງລວມກອງພັນໃຫຍ່ 202 ເປີດກອງປະຊຸມໃຫຍ່ຄັ້ງທີ II

ຊາວໜຸ່ມພະແນກບໍລິຫານ-ສັງລວມກອງພັນໃຫຍ່ 202 ເປີດກອງປະຊຸມໃຫຍ່ຄັ້ງທີ II

0

ໜ່ວຍຊາວໜຸ່ມພະແນກບໍລິຫານ-ສັງລວມກອງພັນໃຫຍ່202 ທີ່ຂຶ້ນກັບກອງພົນທີ2 ໄດ້ເປີດກອງປະຊຸມຄັ້ງທີ IIຂຶ້ນໃນທ້າຍເດືອນກຸມພາຜ່ານມາທີ່ກອງພັນໃຫຍ່202ໂດຍການເຂົ້າຮ່ວມຂອງສະຫາຍພັນໂທຄຳໄບວິໄລພອນ ຄະນະພັກ ຮອງຫົວໜ້າພະແນກການເມືອງຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນກອງພັນໃຫຍ່ 202, ມີແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມທົ່ວພະແນກບໍລິຫານ-ສັງລວມເຂົ້າຮ່ວມ. ສະຫາຍຮ້ອຍໂທ ວົງໄຊ ບຸດດາຄຳ ເລຂາຄະນະໜ່ວຍຊາວໜຸ່ມພະແນກບໍລິຫານ-ສັງລວມໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ຊຶ່ງໄດ້ຍົກໃຫ້ເຫັນດ້ານດີທີ່ຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນມາໄດ້ຕະຫຼອດໄລຍະ 5ປີຜ່ານມາຊຶ່ງຄະນະໜ່ວຍຊາວໜຸ່ມໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດແລະ ໄດ້ດຳເນີນຊີວິດການເມືອງເປັນປົກກະຕິ, ເພື່ອປຸກລະດົມແນວຄິດຈິດໃຈອ້າຍນ້ອງບໍ່ໃຫ້ເກີດມີແນວຄິດຫຍໍ້ທໍ້ກັບສິ່ງທ້າທາຍຕ່າງໆ, ເຮັດໃຫ້ພະນັກງານສະມາຊິກຊາວໜຸ່ມມີແນວຄິດອຸ່ນອ່ຽນທຸ່ນທ່ຽງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງກົມກອງ, ພາຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະບັນຊາ, ປະກອບສ່ວນໃນຂະບວນການຕ່າງໆບັນລຸໄດ້ຕາມເປົ້າໝາຍ. ນອກນີ້, ຍັງໄດ້ເອົາໃຈໃສ່ວຽກງານປູກຝັງ-ລ້ຽງສັດເພື່ອສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ໂດຍການປູກພືດຜັກສາມາດເກັບກູ້ໄດ້ 2.925 ກິໂລ ຄິດເປັນເງິນ 11.700.000 ກີບ, ປູກຕົ້ນໄມ້ໃຫ້ໝາກ, ໄມ້ປະດັບ, ລ້ຽງກົບ 1 ພັນກວ່າໂຕ, ລ້ຽງປາດຸກ 500 ໂຕ ແລະ ການຫາລາຍໄດ້ບໍລິການອື່ນໆ. ນອກນີ້, ຍັງໄດ້ສຸມໃສ່ວຽກງານປັບປຸງກໍ່ສ້າງສະຖານທີ່ຄ້າຍຄູ, ທີ່ຢູ່ອາໄສຕື່ມອີກ. ຜ່ານການຈັດຕັ້ງປະຕິບັດໜ້າທີ່ດັ່ງກ່າວສາມາດຢັ້ງຢືນໄດ້ສະມາຊິກຊາວໜຸ່ມແຂງ 19 ສະຫາຍ, ກາງ 2 ສະຫາຍ.ກອງປະຊຸມຍັງໄດ້ຄົ້ນຄວ້າປະກອບຄຳຄິດເຫັນໃສ່ບົດລາຍງານການເມືອງສອງພາກພ້ອມທັງປ່ອນບັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ໄດ້ຕາມແຜນການທີ່ວາງໄວ້.

ໃນໂອກາດນີ້,ສະຫາຍພັນໂທ ຄຳໄບ ວິໄລພອນ ກໍໄດ້ໂອ້ລົມ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍຊາວໜຸ່ມຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະໜ່ວຍຊຸດໃໝ່ຍົກສູງນ້ຳໃຈຄວາມຮັບຜິດຊອບຕໍ່ບົດບາດໃນການນຳພາ ປັບປຸງພັດທະນາອົງການຈັດຕັ້ງຂອງຕົນໃຫ້ມີຄວາມກ້າວໜ້າເຂັ້ມແຂງ,ຕັ້ງໜ້າສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກຊາວໜຸ່ມມີຄວາມໜັກແໜ້ນ, ຫ້າວຫັນຕໍ່ໜ້າທີ່ວຽກງານ, ເປັນເຈົ້າການໃນການຈັດຕັ້ງປະຕິບັດບັນດາຂໍ້ກຳນົດກົດລະບຽບຂອງກອງທັບ, ຂອງກົມກອງກໍຄືຂອງຊາວໜຸ່ມຢ່າງເຂັ້ມງວດ, ຕັ້ງໜ້າສ້າງຂະບວນການດ້ານຕ່າງໆໃຫ້ມີບັນຍາກາດ ຟົດຟື້ນມ່ວນຊື່ນຢູ່ເລື້ອຍໆ. (ຂ່າວ-ພາບ: ຮ້ອຍຕີ ຄຳຊາຍ ກວ່າງຄຸນສີ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version