Home ຂ່າວຕ່າງປະເທດ ສ ເກົາຫຼີ – ອາເມຣິກາ – ຍີ່ປຸ່ນ ເຈລະຈາ 3 ຝ່າຍ ກ່ຽວກັບຄວາມໝັ້ນຄົງດ້ານເສດຖະກິດ

ສ ເກົາຫຼີ – ອາເມຣິກາ – ຍີ່ປຸ່ນ ເຈລະຈາ 3 ຝ່າຍ ກ່ຽວກັບຄວາມໝັ້ນຄົງດ້ານເສດຖະກິດ

0

ຂ່າວສານຫວຽດນາມລາຍງານວ່າ: ສ ເກົາຫຼີ, ອາເມຣິກາ ແລະ ຍີ່ປຸ່ນ ໄດ້ພົບປະຄັ້ງທຳອິດໃນຂອບເຂດການເຈລະຈາສາມຝ່າຍກ່ຽວກັບຄວາມໝັ້ນຄົງດ້ານເສດຖະກິດ ທີ່ຈັດຂຶ້ນໃນວັນທີ 27 ກຸມພາ ຜ່ານມາ ຢູ່ນະຄອນ ຫຼວງເຊອູນ ສ ເກົາຫຼີ. ຂ່າວລະບຸວ່າ: ວັນທີ 28 ກຸມພາ, ສຳນັກງານປະທານາທິບໍດີ ສ ເກົາຫຼີ ໃຫ້ຮູ້ວ່າ: ກົນໄກສົນທະນາໄດ້ຮັບການປະຕິບັດຕາມຂໍ້ຕົກລົງລະຫວ່າງຜູ້ນຳ 3 ປະເທດ ໃນກອງປະຊຸມສຸດຍອດໃນເດືອນພະຈິກ 2022. ກອງປະຊຸມສົນທະນາຄັ້ງທຳອິດ ໄດ້ມີການເຂົ້າຮ່ວມຂອງທ່ານ ຫວາງ ຢຸນ-ຈອງ ຜູ້ຊ່ວຍວຽກປະທານາທິບໍດີ ສ ເກົາຫຼີ ຮັບຜິດຊອບຄວາມໝັ້ນຄົງດ້ານເສດຖະກິດ; ທ່ານ ທາຣັນ ຊາບຣາ ຜູ້ອຳນວຍການດ້ານຄວາມໝັ້ນຄົງ ແລະ ເຕັກໂນໂລຊີແຫ່ງຊາດ ຂຶ້ນກັບສະພາຄວາມໝັ້ນຄົງແຫ່ງຊາດອາເມຣິກາ ແລະ ຄູ່ຮ່ວມຕຳແໜ່ງ ທ່ານ ຢາຊູໂອະ ທາກາມູຣະ ຫົວໜ້າຫ້ອງການນາຍົກລັດຖະມົນຕີຍີ່ປຸ່ນ. ນີ້ແມ່ນຄັ້ງທຳອິດທີ່ ສ ເກົາຫຼີ, ອາເມຣິກາ ແລະ ຍີ່ປຸ່ນ ໄດ້ປຶກສາຫາລືກ່ຽວກັບບັນດາບັນຫາຄວາມໝັ້ນຄົງດ້ານເສດຖະກິດ, ແມ່ນໂອກາດເພື່ອໃຫ້ຄະນະຜູ້ແທນ 3 ປະເທດເພີ່ມທະວີຄວາມເຂົ້າໃຈ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງດ້ານເສດຖະກິດ ໂດຍສະເພາະຜູ້ຕາງໜ້າຂອງ 3 ປະເທດ ຍັງໄດ້ປຶກສາຫາລືກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີຫຼັກທີ່ສຳຄັນຕົ້ນຕໍ ແລະ ພົ້ນເດັ່ນຄື: ເຕັກໂນໂລຊີຊີວະພາບ, ກວນເຕີມ, ອະວະກາດ, ລະບົບຕ່ອງໂສ້ການສະໜອງທີ່ ໝັ້ນຄົງຂອງສານຕົວຊັກນໍາໄຟຟ້າ, ໝໍ້ໄຟ, ແຮ່ທາດທີ່ສຳຄັນ ແລະ ບັນຫາອື່ນໆ ອີກ ຕາມການປະກາດດັ່ງກ່າວ, ສ ເກົາຫຼີ ແລະ ອາເມຣິກາ ໄດ້ເລີ່ມດຳເນີນກົນໄກເຈລະຈາຄວາມໝັ້ນຄົງດ້ານເສດຖະກິດລະຫວ່າງສອງຝ່າຍໃນປີ 2022 ແລະ ເປີດຊ່ອງທາງສົນທະນາລະວ່າງ 3 ຝ່າຍ ເພື່ອເພີ່ມທະວີການຮ່ວມມືລະຫວ່າງ 3 ປະເທດ ແລະ ສ້າງພື້ນຖານໃນວຽກງານເປີດກວ້າງການຮ່ວມມືໃນທົ່ວໂລກ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version