Home ຂ່າວຕ່າງປະເທດ ກອງປະຊຸມວຽກງານຂະແໜງສາທາລະນະສຸກ ຫວຽດນາມ ປີ 2023

ກອງປະຊຸມວຽກງານຂະແໜງສາທາລະນະສຸກ ຫວຽດນາມ ປີ 2023

0

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ຈາກສະຖານທີ່ເຊື່ອມຕໍ່ຫຼັກຢູ່ສຳນັກງານລັດຖະບານ ທີ່ ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມທາງໄກຜັນຂະຫຍາຍວຽກງານຂະແໜງສາທາລະນະສຸກປີ 2023 ກັບ 63 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ຂ່າວລະບຸວ່າ: ຕາມບົດລາຍງານຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ຂໍ້ຈຳກັດ, ການຜັນແປໃນປີ 2022 ກໍຕາມ, ແຕ່ຂະແໜງສາທາລະສຸກ ຫວຽດນາມ ຍັງບັນລຸ ແລະ ລື່ນກາຍ 3/3 ຄາດໝາຍດ້ານເສດຖະກິດ – ສັງຄົມຫຼັກ ຊຶ່ງສະພາແຫ່ງຊາດມອບໝາຍໃຫ້. ປີນີ້, ກະຊວງສາທາລະນະສຸກ ຫວຽດນາມ ໄດ້ວາງເປົ້າໝາຍພັດທະນາລະບົບສາທາລະນະສຸກຢ່າງຍຸຕິທຳ, ມີຄຸນນະພາບ, ປະສິດທິຜົນ, ຍືນຍົງ, ສຸມໃສ່ຄວບຄຸມພະຍາດລະບາດໂຄວິດ -19 ຢ່າງມີປະສິດທິຜົນ ແລະ ບັນດາພະຍາດເກີດມາໃໝ່; ເພີ່ມທະວີການແພດຂັ້ນຮາກຖານ, ການແພດປ້ອງກັນ, ຍົກສູງກຳລັງຄວາມສາມາດໃນການປິ່ນປົວຢູ່ທຸກຂັ້ນ; ສືບຕໍ່ສ້າງລະບົບລະບຽບການ, ນະໂຍບາຍໃຫ້ສົມບູນແບບ; ແກ້ໄຂສະພາບຂາດແຫຼ່ງຊັບພະຍາກອນ, ຢາປິ່ນປົວ, ອຸປະກອນການແພດໃຫ້ໄດ້.

ເນື່ອງໃນໂອກາດຈັດກອງປະຊຸມ ແລະ ສະເຫຼີມສະຫຼອງ 68 ປີແຫ່ງວັນແພດໝໍ ຫວຽດນາມ (27 ກຸມພາ 1955 – 27 ກຸມພາ 2023), ທ່ານ ຟ້າມມິງຈິງ ໄດ້ສະແດງຄວາມຊົມເຊີຍ ແລະ ຮູ້ບຸນຄຸນ ເຖິງແພດໝໍ, ພະນັກງານ, ກຳມະກອນຂະແໜງສາທາລະນະສຸກ ໃນທົ່ວປະເທດ; ພ້ອມທັງສະເໜີໃຫ້ຄະນະ, ກະຊວງ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ສະມາຄົມ, ວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນດາອົງການຈັດຕັ້ງສາກົນ ແລະ ປະຊາຊົນສືບຕໍ່ຮ່ວມເດີນທາງ, ເອົາໃຈໃສ່, ສ້າງເງື່ອນ ໄຂ, ແບ່ງປັນ, ສະໜັບສະໜູນຂະແໜງການແພດ, ປະກອບສ່ວນນຳຂະແໜງການແພດ ພັດທະນາໂດຍໄວ, ຍືນຍົງ, ປະຕິບັດໜ້າທີ່ເບິ່ງແຍງດູແລ, ຮັກສາ ແລະ ຍົກສູງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version