Home ຂ່າວຕ່າງປະເທດ ອາຊຽນ – ເອີຣົບ ເພີ່ມທະວີຊຸກຍູ້ການພົວພັນຮ່ວມມືສອງຝ່າຍ

ອາຊຽນ – ເອີຣົບ ເພີ່ມທະວີຊຸກຍູ້ການພົວພັນຮ່ວມມືສອງຝ່າຍ

0

ຂ່າວສານຫວຽດນາມລາຍງານວ່າ: ໃນຕອນທ້າຍກອງປະຊຸມ ຄັ້ງທີ 30 ຂອງຄະນະກຳມະການຮ່ວມມືສອງຝ່າຍ ອາຊຽນ – ອີຢູ ທີ່ ຈາກາຕາ ອິນໂດເນເຊຍ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຢືນຢັນຄືນໃໝ່ຄຳໝັ້ນສັນຍາເພີ່ມທະວີການຮ່ວມມື ອາຊຽນ – ອີຢູ ແລະ ຮັກສາບົດບາດເປັນໃຈກາງຂອງອາຊຽນ ເທິງຫຼັກການພື້ນຖານໃນແນວທາງ ມະຫາສະໝຸດອິນເດຍ – ປາຊີຟິກ ຂອງແຕ່ລະຝ່າຍ.

ຂ່າວລະບຸວ່າ: 2 ຝ່າຍເຫັນດີເປັນເອກະພາບຊອກຫາທ່າແຮງຮ່ວມມືໃນ 4 ຂົງເຂດບຸລິມະສິດ ຂອງວິໄສທັດອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ – ປາຊີຟິກ (AOIP) ແລະ 7 ຂົງເຂດບຸລິມະສິດຍຸດທະສາດການຮ່ວມມືຂອງ ອີຢູ ໃນມະຫາສະໝຸດອິນເດຍ – ປາຊີຟິກ ສອດຄ່ອງກັບຫຼັກການຂອງສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (TAC), ກົດບັດອາຊຽນ ແລະ AOIP.

ສອງຝ່າຍໄດ້ຕີລາຄາຂໍ້ລິເລີ່ມຂອງກຸ່ມເອີຣົບກ່ຽວກັບການເຊື່ອມຕໍ່ແບບຍືນຍົງ ແລະ ການປະຕິບັດຂໍ້ລິເລີ່ມສີຂຽວ ເພື່ອແນໃສ່ເພີ່ມທະວີການຮ່ວມມື ອາຊຽນ – ອີຢູ ດ້ວຍບັນດາໂຄງການສະເພາະໃນລະດັບພາກພື້ນ ແລະ ລະດັບຊາດ, ຂະນະດຽວກັນກໍຊົມເຊີຍໃນການປະກອບສ່ວນເງິນທຶນປະມານ 10 ຕື້ເອີໂຣ ຂອງ ອີຢູ ເຂົ້າໃນການປະຕິບັດຂໍ້ລິເລີ່ມ “ປະຕູສູ່ໂລກ” ຂອງ ອີຢູ ຢູ່ໃນພາກພື້ນ ອາຊຽນ.

ສອງຝ່າຍຍັງໄດ້ຢືນຢັນຄືນໃໝ່ຄວາມສຳຄັນ ແລະ ຄຳໝັ້ນສັນຍາຂອງແຜນການເຮັດວຽກ 2030 ເພື່ອການພັດທະນາແບບຍືນຍົງ; ກອບສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງດິນຟ້າອາກາດ (UNFCCC), ສັນຍາປາຣີ, ສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງຊີວະພາບ (CBD) ແລະ ກອບຄວາມຫຼາກຫຼາຍດ້ານຊີວະນາໆພັນທົ່ວໂລກ ເພື່ອສົ່ງເສີມການພັດທະນາແບບຍືນຍົງ ແລະ ແກ້ໄຂສິ່ງທ້າທາຍທົ່ວໂລກ ດ້ານການປ່ຽນແປງຂອງດິນຟ້າອາກາດ, ການສູນເສຍຊີວະນາໆພັນ ແລະ ການປົກປັກຮັກສາສິ່ງແວດລ້ອມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version