ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 25 ພະຈິກນີ້, ກົມປ້ອງກັນ ແລະ ບັນເທົາສາທາລະນະໄພ ຂອງໄທ ໄດ້ແຈ້ງໃຫ້ຮູ້ວ່າ ໄພນ້ຳຖ້ວມ ຫລາຍ ວັນ ລຽນຕິດ ໄດ້ເຮັດໃຫ້ ມີຜູ້ເສຍຊີວິດ 41 ຄົນ, ຫລາຍກວ່າ 268 ຄົນໄດ້ຮັບ ຜົນກະທົບ. ໃນວັນດຽວກັນ, ລັດຖະບານໄທ ໄດ້ຍົກລະດັບ ການຮັບ ມືກັບ ໄພພິບັດ ຢູ່ເມືອງຫາດໃຫຍ່ ແຂວງສົງຂາ ທີ່ປະສົບໄພ ຢ່າງຮ້າຍແຮງ ທີ່ສຸດ ຂຶ້ນເປັນ ສະພາວະສຸກເສີນ, ພ້ອມທັງ ລະດົມກຳລັງທະຫານຕຳ ຫລວດ ແລະ ອົງການປົກຄອງຂັ້ນຕ່າງໆ ເພື່ອຍົກຍ້າຍ ປະຊາຊົນ ທີ່ປະ ສົບໄພຢ່າງ ຮີບດ່ວນ.

ກ່ອນໜ້ານີ້ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດ ຖະມົນຕີໄທ ໄດ້ໄປເຄື່ອນໄຫວ ສຳຫລວດ ສະພາບ ໄພພິບັດ ຢູ່ແຂວງສົງຂາ ແລະ ຢ້ຽມ ຢາມ ປະຊາຊົນ ທີ່ປະສົບໄພ, ເລັ່ງທວງໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ດຳເນີນ ການກູ້ໄພ ໂດຍໄວ ເທົ່າທີ່ຈະໄວໄດ້. ຂະນະທີ່ ສຳນັກງານ ພັດທະນາ ເຕັກໂນ ໂລຊີ ອະວະກາດ ແລະ ຂໍ້ມູນ ຂ່າວສານພູມສາດຂອງໄທ ໄດ້ເຜີຍແຜ່ຂໍ້ມູນ ຕົວເລກ ຕິດຕາມຜ່ານດາວທຽມ ເຊິ່ງສະແດງໃຫ້ເຫັນວ່າ 7 ແຂວງ ຢູ່ທາງ ພາກໃຕ້ຂອງ ໄທ ເຊັ່ນ: ສົງຂາ,ປັດຕານີ, ພັດທະລຸງ ເປັນຕົ້ນ ໄດ້ຮັບຜົນກະ ທົບໜັກ ສົມຄວນ ຈາກໄພນ້ຳຖ້ວມ ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ