Home ຂ່າວຕ່າງປະເທດ ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາຂອງອາຊຽນ ໃນອະນາຄົດດ້ວຍການປະດິດສ້າງໃໝ່

ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາຂອງອາຊຽນ ໃນອະນາຄົດດ້ວຍການປະດິດສ້າງໃໝ່

0

ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 25 ພະ​ຈິກ​ນີ້, ຢູ່​ນະ​ຄອນຫລວງ​ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ, ທ່ານ ​ຟາ​ດິ​ລາ ຢູ​ຊົ​ຟ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ​ມາ​ເລ​ເຊຍ​ ກ່າວ​ວ່າ: ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ. ທ່ານ​ ຟາ​ດິ​ລາ ຢູ​ຊົ​ຟ ​ໄດ້​ກ່າວ​ປາ​ໄສ ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ ​ສຸດຍອດ ​ວ່າ​ດ້ວຍ ​ການ​ຮ່ວມ​ມື ​ແລະ​ ການ​ພັດ​ທະ​ນາ ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ​ ອາ​ຊຽນ ​ປີ 2025 ທີ່​ຈັດ​ຂຶ້ນ​ໃນ​ວັນ​ດຽວ​ກັນ​ວ່າ: ປັດ​ຈຸ​ບັນ​, ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ທົ່ວ​ໂລກ ​ໄດ້​ຮັບ​ການ​ບຸກ​ທະ​ລຸ ​ຢ່າງວ່ອງ​ໄວ, ໂຄງ​ປະ​ກອບ ​ເສດ​ຖະ​ກິດ​ ມີ​ການ​​ປັບ​ປ່ຽນ ​ຢ່າງ​ເລິກ​ເຊິ່ງ, ​ຄວາມສາ​ມັກ​ຄີ ປະ​ສານ​ງານ​ກັນ ແລະ ຊົມ​ໃຊ້​ຜົນ​ງານ ​ດ້ານ​ການ​ປະ​ດິດ​ສ້າງ​ໃໝ່ ແມ່ນ​ຄວາມ​ຮຽກ​ຮ້ອງ​ ຕ້ອງ​ການ ​ທີ່​ຈຳ​ເປັນ​ ໃນ​ການ​ຊຸກ​ຍູ້ ​ການ​ພັດ​ທະ​ນາ ​ຂອງ​ພາກ​ພື້ນ​ອາ​ຊຽນ. ທ່ານ​ ຟາ​ດິ​ລາ ຢູ​ຊົ​ຟ​ ຮຽກ​ຮ້ອງ ​ໃຫ້​ບັນ​ດາ​ປະ​ເທດ ​ສະ​ມາ​ຊິກ ​ອາ​ຊຽນ ​ເພີ່ມ​ທະ​ວີ​ ການ​ລົງ​ທຶນ​ ໃນ​ດ້ານ​ການ​ຄົ້ນ​ຄວ້າ​ ວິ​ທະ​ຍາ​ສາດ​ ຍຸດ​ທະ​ສາດ ​ຕື່ມ​ອີກ, ເລັ່ງ​ຊຸກ​ຍູ້​ ການ​ຄົ້ນ​ຄວ້າ ພັດ​ທະ​ນາ ແລະ ການ​ປະ​ຍຸກ​ໃຊ້ເຕັກ​ໂນ​ໂລ​ຊີ​ ທີ່​ສຳ​ຄັນ​ ທາ​ງ​ດ້ານ​ການ​ຄ້າ ພ້ອມ​ທັງ​ ດຶງ​ດູດ​ ອົງ​ການ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ ແລະ ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດລະ​ດັບ​ສູງ​ມາ​ພັດ​ທະ​ນາຢູ່​ອາ​ຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version